ປະຫວັດຕ່າງໆ

แสดงเพิ่มเติม

ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ

 

ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ


ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ )
ສັງຄະນາຍົກ ແຫ່ງພຣະຣາຊອານາຈັກລາວ ຊາຕາ : 05/03/1886 - ມໍຣະນະພາບ : 04/06/1953 ຜູ້ມີຄຸນຕໍ່ແຜ່ນດິນໃນການຮັກສາຄວາມເປັນລາວ ຮັກສາພຸທທະສາສະໜາ ພາສາລາວ ....

ພຣະຫລັກຄຳ ແກ້ວ ອຸເທນສັກດາ ມີຊື່ຫລິ້ນວ່າ : ເຄນ ເກິດເມື່ອວັນທີ່ 05/03/1886 ທີ່ ບ້ານເມືອງເກົ່າ ອຳເພີ ປະຈັນທະຄາມ ຈັງຫວັດ ປາຈີນບູຣີ , ບິດາຊື່ : ເຈົ້າພຣະຍາຄຸນຫລວງສີ , ມານດາຊື່ : ສຸດໂສດາ ຄອບຄົວຂອງເພິ່ນເປັນຄົນລາວທີຖືກກວາດຕ້ອນໄປຢູ່ປາຈີນບູຣີ ໃນສະໄຫມເຈົ້າອານຸວົງ ຍ້ອນມີນ້ຳໃຈຮັກເຊື້ອ ແພງຊາດ ຖິ່ນກຳເນີດຂອງບັນພະບູຣຸດ ຫລັງຈາກບວດແລ້ວ ຈຶ່ງກັບຕ່າວຫວນຄືນສູ່ດິນແດນບັນພະບູຣຸດຂອງຕົນເອງ ເພາະໃນສະໄຫມນັ້ນ ລາວເຮົາແມ່ນຍັງຕົກເປັນຫົວເມືອງຂຶ້ນຂອງຝຣັ່ງໃຫມ່ ໂດຍສະເພາະເມືອງວຽງຈັນ ທີ່ຖືກສົງຄາມທຳລາຍ ຈູດເຜົາກ້ຽງ ຈຶ່ງໄດ້ເຂົ້າມາບູຣະນະປະຕິສັງຂອນ ວັດວາອາຣາມ ເທດສັງສອນ ໃຫ້ຜູ້ຄົນທີ່ເລິ່ມທະຍອຍກັບຕ່າວຈາກປ່າ ຈາກຖິ່ນອື່ນທີ່ໄປລົບລິ້ຊ້ອນຕົວອອກມາສູ່ບ້ານເມືອງຄືນ ເພິ່ນເປັນຜູ້ທີ່ມາບູຣະນະ ປະຕິສັງຂອນວັດສຼີສະເກດ ແລະວັດອິນແປງ ຈາກທີ່ເປັນວັດຮ້າງໃຫ້ມາວັດຮຸ່ງເຮືອງອີກຄັ້ງຫນຶ່ງ ໂດຍເພິ່ນຈະຈຳພັນສາຢູ່ວັດສຼີສະເກດເປັນຫລັກ.



ພຣະອາຈາຣຍ໌ ເປັນຜູ້ທີ່ມີຊື່ສຽງໃນຫນ້າປະຫວັດສາດລາວ ແຕ່ປະຫວັດຂອງເພິ່ນແມ່ນມີຄົນຮູ້ນ້ອຍຫລາຍ ເພາະຜູ້ທີ່ຮູ້ກໍ່ສິ້ນລົມໄປເກືອບຫມົດແລ້ວ ແຕ່ກໍ່ມີຜູ້ຊົງຄຸນນະວຸດທີ່ຍັງພໍຈື່ຈຳການເຄື່ອນໄຫວຂອງເພິ່ນໄດ້ດີ ເພາະເພິ່ນເປັນຜູ້ໜຶ່ງທີ່ສຳຄັນສຸດ ໃນການຮັກສາພາສາລາວ ຝ່າຍພຣະສົງ ທີ່ຮ່ວມກັບສະເດັດເຈົ້າມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາ ປົກປ້ອງ ແລະສົ່ງເສີມພາສາລາວ ໃຫ້ຄູ່ກັບປະເທດລາວຈົນມີໃຊ້ທຸກມື້ນີ້ ເພາະຝຣັ່ງເສດແມ່ນມີມະຕິໃຫ້ນຳໃຊ້ພາສາຝຣັ່ງເສດແທນພາສາລາວໃນຂະນະນັ້ນ.

ຝຣັ່ງເສດພະຍາຍາມປ່ຽນພາສາລາວໄປເປັນພາສາຝຣັ່ງເສດ ຈຶ່ງເຮັດຫນັງສືໃຫ້ເຈົ້າມະຫາຊີວິດສຼີສະຫວາ່ງວົງ ລົງນາມ ແຕ່ເຈົ້າມະຫາຊີວິດສີຼສະຫວ່າງວົງແມ່ນບອກກັບຂ້າຫລວງຝຣັ່ງເສດນັ້ນວ່າ ໃຫ້ທ່ານໄປປືກສາແລະຂໍຄຳເຫັນ ຈາກ ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ແລະ ສະເດັດເຈົ້າມະຫາອຸປະຣາຊເພັດຊະຣາຊ ຣັດຕະນະວົງສາ ກ່ອນ ແຕ່ພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸເທນສັກດາ ແລະສະເດັດເຈົ້າມະຫາອຸປະຣາຊເພັດຊະຣາຊ ກໍ່ບໍ່ຊົງຍິນຍອມໃຫ້ນຳໃຊ້ພາສາຝຣັ່ງເສດເປັນພາສາທາງການໃນເມືອງລາວຢ່າງເດັດຂາດ ຈຶ່ງເຮັດໃຫ້ພາສາລາວລອດພົ້ນຈາກການສູນເສຍໃນຄາວນັ້ນມາໄດ້ .


ນອກນັ້ນຍັງໄດ້ຮັບຫລຽນກາ ຈາກຂ້າຫລວງໃຫຍ່ຝຣັ່ງເສດທີ່ມອບຫລຽນໃຫ້ພຣະຫລັກຄຳ ແກ້ວ ອຸເທນສັກດາ ກໍ່ເນື່ອງມາຈາກເພິ່ນເປັນຜູ້ທີ່ຊ່ວຍຊີວິດ ຂ້າຫລວງແລະເຈົ້ານາຍຝຣັ່ງເສດ ຫລາຍຄົນຄື :
ຫລັງຈາກຍີ່ປຸ່ນເຂົ້າມາຍຶດລາວຈາກຝຣັ່ງເສດ ຈຶ່ງເກີດການແຕກຫນີຂອງຂ້າຫລວງແລະເຈົ້ານາຍຝຣັ່ງເສດ ໂດຍທາງທະຫານຍີ່ປຸ່ນໄດ້ຕາມລ້າ ຕາມຈັບຄົນຝຣັ່ງເສດໂດຍສະເພາະບັນດາຂ້າຫລວງແລະເຈົ້ານາຍ ຈົນຫນີ້ເກືອບບໍ່ທັນ ເພາະບັນດາຄົນຝຣັ່ງເສດໄດ້ໜີເຂົ້າໄປລີ້ຢູ່ທີ່ວັດສີຼສະເກດ ທະຫານຍິ່ປຸ່ນກໍ່ຕາມລ້າຕາມຕົວ ແຕ່ພຣະອາຈາຣຍ໌ຫລັກຄຳ ແກ້ວອຸເທນສັກດາ ໄດ້ຊ່ວຍຊີວິດບັນດາຂ້າຫລວງແລະເຈົ້ານາຍຝຣັ່ງເສດຫລາຍຄົນໄວ້ໂດຍເອົາໄປເຊື່ອງໃນວັດ ແລະທະຫານຍີ່ປຸ່ນຕາມ ພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸທານສັກດາ ກໍ່ປະຕິເສດ ບໍ່ຮູ້ ບໍ່ເຫັນ ຈົ່ນເຮັດໃຫ້ຂ້າຫລວງແລະເຈົ້າຝຣັ່ງເສດລອດຕາຍ ຫລັງຈາກຍີ່ປຸ່ນປະລາໄຊໃນສົງຄາມໂລກຄັ້ງທີ 2 ແລະຝຣັ່ງເສດກັບຄືນມາປົກຄອງລາວຄັ້ງທີ່ 2 ອີກ ທາງຂ້າຫລວງແລະເຈົ້ານາຍຝຣັ່ງເສດຈຶ່ງມອບຫລຽນກາ ໃນການຊ່ອຍເຫລືອຊີວິດພວກເຂົາໃນຄາວນັ້ນ.

ນີ້ເປັນການເກັບກຳຂໍ້ມູນໂດຍການສອບຖາມຈາກ : ພຣະອາຈາຣຍ໌ ບຸນມີ ວັດຊຽງແວ່ ນະຄອນຫລວງວຽງຈັນ ແລະພຣະອາຈາຣຍ໌ ນ້ອຍ ວັດສີອຳພອນ ນະຄອນຫລວງວຽງຈັນ.

ນອກນັ້ນຍັງມີປື້ມປະຫວັດງານງານຖວາຍເພິງສະຣິຣະສັງຂານຂອງພຣະອາຈາຣຍ໌ ຫລັກຄຳ ແກ້ວ ອຸເທນສັກດາ ທີ່ ສາທຸໃຫຍ່ ຄຳຝັ້ນ ສີຣະສັງວະຣະມະຫາເຖຣະ ສົມເດັດພຣະລູກແກ້ວສີຣະສັງວະໂຣ ເຈົ້າອະທິການວັດສຸວັນນະຄີລີ ຫລວງພຣະບາງ ພິມອອກມາແຈກເພື່ອເປັນທຳມະທານ ( ແຕ່ປະຫວັດຢູ່ໃນປື້ມນີ້ ຈະບໍ່ຖືກກັບປະຫວັດທີ່ສອບຖາມຈາກບັນດາຜູ້ຊົງຄຸນນະວຸດທັງຫລາຍ .

ຖ້າທ່ານໃດມີຂໍ້ມູນເພິ່ມກວ່ານີ້ອີກ ກໍ່ຂໍຊ່ວຍຊື້ແນະ ແລະບອກກວ່າມາອີກ ເພື່ອຈະໄດ້ຮີບໂຮມໄວ້ໃຫ້ລູກຫລານ ຮູ້ຈັກປະຫວັດອັນແທ້ຈິ່ງໃນການເຜີຍແຜ່ພຣະທັມຄຳສອນຂອງພຣສັມມາສັມພຸທທະເຈົ້າແລະຮັກເຊື້ອແພງຊາດ ຂອງພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸທານສັກດາ.

ບັນດາຮູບພາບພິທີແຫ່ສະຣິຣະສັງຂານຂອງ ສະຣິຣະສັງຂານຂອງ ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ເປັນຣາຊຣົຖຮູບນາຄ ອອກຈາກວັດສີຼສະເກດ ໄປທີຫໍພຣະເມມ ທີ່ທ້ອງສະຫນາມຫລວງ ພຣະທາຕຸຫລວງ ເມື່ອວັນທີ່ 28/06/1953 ໂດຍມີຜູ້ຄົນເຂົ້າຮ່ວມຢ່າງຫລວງຫລາຍພາຍມາກ.
 


ແລະຍັງມີຮູບພາບອີກແຜ່ນຫນຶ່ງທີ່ ເປັນພິທີ ເປີດໂຮງຮຽນສົງທີ່ວັດອົງຕື້ ມະຫາວິຫາຣ ໂດຍສົມເດັດພຣະຍອດແກ້ວ ພຸທທະຊິໂນຣົສ ສະກົນມະຫາສັງຄະປາໂມກ ທັມມະຍານະມະຫາເຖຣະ ບຸນທັນ ບຸບຜະຣັຕ ສົມເດັດພຣະສັງຄະຣາຊແຫ່ງພຣະຣາຊອານາຈັກລາວ , ສາທຸໃຫຍ່ ຄຳຝັ້ນ ສີຣະສັງວະຣະມະຫາເຖຣະ ສົມເດັດພຣະລູກແກ້ວສີຣະສັງວະໂຣ ເຈົ້າອະທິການວັດສຸວັນນະຄີລີ , ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ທີ່ມີຫລຽນກາ ຫລາຍໆດວງ ນັ່ງໃນພິທີດັ່ງກ່າວ ( ທີ່ຈື່ໄດ້ )

ຮູບທາຕຸອັດຖິຂອງ ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ປະດິດສະຖານຢູ່ທີ່ຂ້າງກຸຕິອະຄັນຕູກະ ຂອງວັດສຼີສະເກດ ນະຄອນຫລວງວຽງຈັນ

( ຄຳວ່າ ຣັດຕະນະວົງ ຕໍ່ທ້າຍຊື່ ພຣະຫລັກຄຳ ແກ້ວ ນັ້ນແມ່ນ ສະເດັດເຈົ້າ ມະຫາອຸປະຣາຊ ສະເດັດເຈົ້າ ມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາຊົງມອບໃຫ້ທ່ານນຳໃຊ້ ເປັນຊື່ຕໍ່ທ້າຍເພິ່ນ)

ຮູບພາບຄຳປາຣົພ ປະຫວັດຍໍ້ ທີ່ຂຽນຂຶ້ນໃນງານພິທີຖວາຍເພິງສະຣິຣະສັງຂານຂອງ ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ເນື້ອຄວາມໃນປື້ມນີ້ຈະບໍ່ຄືກັນກັບ ບົດຄວາມນີ້ເຊັ່ນ ວັນເດືອນປີ ເກີດແລະບ້ານເກີດ ຕ່າງໆ ແລະອື່ນໆ .
ຂໍຂອບໃຈຮູບພາບຈາກ : Gonzalo Cancino

ความคิดเห็น