ປະຫວັດຕ່າງໆ

แสดงเพิ่มเติม

ພຣະຄ້ອງ ວັດ​ໂອກາດ​ ໄຊຍະຣາມ ເມືອງງອຍ​ເກົ່າ ແຂວງຫລວງພຣະບາງ​

 ພຣະຄ້ອງ ວັດ​ໂອກາດ​ ໄຊຍະຣາມ ເມືອງງອຍ​ເກົ່າ ແຂວງຫລວງພຣະບາງ​ ພຣະຄ້ອງແມ່ນຍັງບໍ່ຈະແຈ້ງປານໃດ ແຕ່ພຣະອົງນີ້ ເປັນ 1 ໃນ 5 ພຣະພຸດທະຮູບ ທີ່ສຳຄັນທີ່ມິປະຫັວດຕິດພັນກັນຄື :



- ພຣະຄ້ອງ.
- ພຣະຫີນ.
- ພຣະນັກ.
- ພຣະສຳລິດ.
- ພຣະສິງຄຳ.
ພຣະພຸດທະຮູບ ທັງ 5 ອົງນີ້ ມີຜູ້ຄົນເຄົາຣົບສັດທາຫລາຍ, ຖ້າທ່ານໃດ ມີຂໍ້ມູນທີ່ຈະແຈ້ງຊ່ວຍກັນ ແລກປ່ຽນເພື່ອເປັນຂໍ້ມູນໃຫ້ຄົນຮຸ່ນຫລັງໄດ້ຮູ້ປະຫວັດຈະເປັນການດີ.
ພຣະຄ້ອງ ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ ຂອງເມືອງງອຍ ແຂວງຫລວງພຣະບາງ ໃຫ້ຮູ້ວ່າ : ແຕ່ກ່ອນມີແມ່ໝ້າຍສອງຄົນໄດ້ໄປຫາປາຢູ່ ຫ້ວຍສາ ເຂດບ້ານຊ້າງ, ໄດ້ຄວ້າງແຫ ລົງໄປໄດ້ພົບຄ້ອງໃຫຍ່ ຈຶ່ງໃຫ້ຜູ້ຄົນໄປຫາມຂຶ້ນມາ ແລ້ວ ເອົາໄປຫລໍ່ເປັນພຣະພຸດທະຮູບ.






ແຕ່ຕາມປະຫວັດ ຂອງພຣະເຈົ້າສິງຄຳ ເມືອງຫລາ ແຂວງອຸດົມໄຊ ໄດ້ບັນທຶກໄວ້ວ່ າ: ໃນສະໄໝ ພຣະເຈົ້າຟ້າງຸ່ມມະຫາຣາຊ ໄດ້ມີພຣະປະສົງ ຂະຫຍາຍພຸທທະສາສະໜາໃຫ້ຈະເຣີນຮຸ່ງເຮືອງ ໂດຍໄດ້ນຳເອົາພຣະພຸດທະຮູບຈຳນວນ 05 ພຣະອົງ ມາຈາກ ເມືອງວຽງຈັນ ໂດຍຈະເອົາໄປສະຖິດໄວ້ທີ່ ເຂດສຳຄັນຂອງແຕ່ລະເມືອງຄື :
ອົງທີ 1 ແມ່ນພຣະຄ້ອງ ໄດ້ເອົາມາໄວ້ ທີ່ເມືອງງອຍ ຫລວງພຣະບາງ.
ອົງທີ 2 ແມ່ນພຣະຫີນ ຈະເອົາໄປໄວ້ທີ່ຊາຍແດນ ຫວຽດນາມ ແຕ່ພຣະອົງນີ້ໄດ້ຈົມຢູ່ວັງຄວາຍດ່ອນ, ນ້ຳນົວ ເໜືອສົບນ້າວ (ແຂວງຜົ້ງສາລີ).
ອົງທີ 3 ແມ່ນພຣະຫນັກ ໂດຍຈະອົງໄປໄວ້ທີ່ ຍອດອູ ແຂວງຜົ້ງສາລີ ແຕ່ໄປບໍ່ຮອດ ເລີຍໄດ້ເອົາໄວ້ທີ່ສົບວັນ ນ້ຳອູ.
ອົງທີ 4 ພຣະສຳລິດ ເຊີ່ງແມ່ນແມ່ທັບຝ່າຍຂວາເປັນຜູ້ນຳເອົາໄປໄວ້ທີ່ ເມືອງຂວາ ແຂວງຜົ້ງສາລີ. (ເມືອງຂວາ ເລີຍໄດ້ຊື່ຈາກແມ່ທັບຝ່າຍຂວາເຖິງປັດຈຸບັນ).
ອົງທີ 5 ແມ່ນພຣະເຈົ້າສິງຄໍາ ເຊິ່ງແມ່ນແມ່ທັບຝ່າຍຊ້າຍ ເປັນຜູ້ອັງເຊີນໂດຍມີແຜນຈະໄປສະຖິດທີ່ເມືອງຊຽງຮຸ່ງ ແຕ່ພໍມາຮອດນ້ຳພາກ ໄດ້ແຍກອອກຈາກ ແມ່ທັບຝ່າຍຂວາ ເລີຍຕັ້ງຊື່ວ່າ ນ້ຳພາກ ເພາະພັດພາກຈາກກັນກັບ ພຣະສໍາລິດຢູ່ທີ່ນີ້, ຫລັງຈາກພາຍເຮືອຂຶ້ນມາຕາມສາຍນ້ຳພາກ ໄດ້ມີ ສັດຕູເຂົ້າມາ ແລະມີການຕໍ່ສູ້ກັນໃນເຂດນີ້ເລີຍໄດ້ຊື່ວ່າ ວັງສູ້ ແລະ ເຮັດໃຫ້ພຣະເຈົ້າສິງຄຳ ຈົມລົງໃນວັງນີ້.
ຂໍ້ມູນ ຮຽບຮຽງໂດຍ : Anousone Manisouk
ຮູບພາບຈາກສາທຸ : Lar Lakkhano
ນຳສະເໜີໂດຍ : ນະຄອນຫລວງພຣະບາງ Luangprabang City

ความคิดเห็น