ປະຫວັດຕ່າງໆ

แสดงเพิ่มเติม

ປີ 1897 ພົບສິ່ງມີຄ່າໃນພຣະທາຕຸນ້ອຍ ທີ່ອ້ອມພຣະທາຕຸເຈດີໂລກະຈຸລະມະນີ ເມື່ອປີ ພສ 2440 ຫລື ປີ ຄສ 1897

 




ປີ 1897 ພົບສິ່ງມີຄ່າໃນພຣະທາຕຸນ້ອຍ ທີ່ອ້ອມພຣະທາຕຸເຈດີໂລກະຈຸລະມະນີ
ເມື່ອປີ ພສ 2440 ຫລື ປີ ຄສ 1897 ຫນຶ່ງໃນພຣະທາຕຸບໍລິວານ ( ທາຕຸນ້ອຍທີ່ລຽງອ້ອມພຣະທາຕຸໃຫຍ່ ພຣະເຈດີໂລກະຈຸລະມະນີ ຫລືພຣະທາຕຸຫລວງວຽງຈັນ ) ທີ່ມີທັງຫມົດ 30 ອົງ ຖືກຟ້າຜ່າຈົນເພພັງລົງມາ ແລະເຮັດໃຫ້ພົບວັດຖຸອັນມີຄ່າ 3 ຢ່າງ ຄື :
1. ຈາຣຶກແຜ່ນຄຳ ຂະໜາດ 5X2 ຊັງຕີແມັດ ຈຳນວນ 2 ແຜ່ນ ຈາຣຶກຂໍ້ຄວາມໄວ້ 4 ແຖວ .
2. ແຜ່ນຄຳຂະໜາດ 49 ຊັງຕີແມັດ X 55 ມິນລີແມັດ ຈຳນວນ 2 ແຜ່ນ ຈາຣຶກຂໍ້ຄວາມດ້ວຍ
ຕົວອັກສອນທັມໄວ້ 6 ແຖວ .
3. ໂກດເງິນ
ແຜ່ນຄຳທີ່ພົບຈາຣຶກປະຖົມພຸທທະພາສິດຄາຖາແລະປະຕິຈະສະມຸປະບາດປາຖະ (ພ້ອມຄຳແປລາວ) ໄວ້ດັ່ງນີ້ :
****************************
" ພຸທທະພາສິດຄາຖາ "
ອະເນກະຊາດ ສັງສາຣັງ , ສັນທາວິສສັງ ອະນິພພະສັງ ເມື່ອເຮົາຍັງບໍ່ພົບຍານ ໄດ້ແລ່ນທ່ອງທ່ຽວປໃນສົງສານ ເປັນອະເນກກະຊາດ .
ຄະຫະກາຣັງ ຄະເວສັນໂຕ.ທຸກຂາ ຊາຕິ ປະນັບປະນັງ ສະແຫວງຫາຢູ່ເຊິ່ງນາຍຊ່າງປຸກເຮືອນ ຄືຕົວຕັນຫາຜູ້ສ້າງພົບ ການເກີດທຸກຄັ້ງ ເປັນທຸກຕະຫລອດໄປ
ຄະຫະກາຣະກະ ທິດໂຖສິ ປະນະ ເຄຫັງ ນະ ກາຫະສິ ນາຍຊ່າງປຸກເຮືອນ ເຮົາຮູ້ຈັກເຈົ້າແລ້ວ ເຈົ້າຈະເຮັດເຮືອນໃຫ້ເຮົາບໍ່ໄດ້ອີກຕໍ່ໄປ
ສັພພາ ເຕ ຜາສຸກາ ພັດຄາ ຄະຫະກະຕັງ ວິສັງຂະຍັງ ໂຄງຮ່າງເຮືອນທັງຫມົດຂອງເຈົ້າຫັກແລ້ວ ຍອດເຮືອນຂອງເຮົາ ກໍ່ຮື້ຖິ້ມຫມົດແລ້ວ
ວິສັງຂາຣະຄະຕັງ ຈິດຕັງ , ຕັນຫານັງ ຂະຍະມັດຊະຄາ ຈິດຂອງເຮົາພົ້ນຈາກອຸປາທານໃນຂັນແລ້ວ ເປັນສະພາບທີ່ປຸງແຕ່ງຕໍ່ໄປ ບໍ່ໄດ້ອີກ ເຮົາໄດ້ເຖິງແລ້ວເຊິ່ງຄວາມສິ້ນໄປແຫ່ງຕັນຫາ ( ຄືຄວາມພົ້ນທຸກຈາກການບໍ່ເກີດໃນພົບໃດອີກ)
****************************
" ປະຕິຈະສະມຸປະບາດປາຖະ "
ອະວິດຊາປັດຈະຍາ ສັງຂາຣາ ( ເພາະອະວິດຊາເປັນປັດໄຈ ສັງຂານຈຶ່ງມີ ), ສັງຂາຣະປັດຈະຍາ ວິນຍານັງ ( ເພາະສັງຂານເປັນປັດໄຈ ວິນຍານຈຶ່ງມີ ), ວິນຍານະປັດຈະຍາ ນາມະຣູປັງ ( ເພາະວິນຍານເປັນປັດໄຈນາມຮູບຈຶ່ງມີ ), ນາມະຮູປະປັດຈະຍາ ສະລາຍະຕະນັງ ( ເພາະນາມຮູບເປັນປັດໄຈ ສະລາຍຍະຕະນະຈຶ່ງມີ ) , ສະລາຍຍະຕະນະປັດຈະຍາ ຜັດໂສ ( ເພາະສະລາຍຍະຕະນະເປັນປັດໄຈ ຜັດສະຈຶ່ງມີ ), ຜັດສະປັດຈະຍາ ເວທະນາ ( ເພາະຜັດສະເປັນປັດໄຈ ເວທະນາຈຶ່ງມີ ), ເວທະນາຍະປັດຈະຍາ ຕັນຫາ ( ເພາະເວທະນາເປັນປັດໄຈ ຕັນຫາຈຶ່ງມີ ), ຕັນຫາປັດຈະຍາ ອຸປາທານັງ ( ເພາະຕັນຫາເປັນປັດໄຈ ອຸປາທານຈຶ່ງມີ ), ອຸປາທານະປັດຈະຍາ ພະໂວ ( ເພາະອຸປາທານເປັນປັດໄຈ ພົບຈຶ່ງມີ ), ພາວະປັດຈະຍາ ຊາຕິ ( ເພາະພົບເປັນປັດໄຈ ຊາຕິຈຶ່ງມີ ), ຊາຕິປັດຈະຍາ ຊະຣາມະຣະນັງ ( ເພາະຊາຕິເປັນປັດໄຈ ຊະຣາມໍຣະນະ ຈຶ່ງມີ ) ໂສກະປະຣິເທວະ ທຸກຂະໂທມະນັສ ສຸປາຍາສາ ສັມພະວັນຕິ ( ຄວາມໂສກ ຄວາມເສົ້າສອຍຄວນຄາງ ທຸກໂທມະນັດ ແລະຄວາມຄັບແຄ້ນໃຈ ກໍ່ມີພ້ອມ ), ເອວະເມຕັດສະ ເກວະລັດສະ ທຸກຂັກຂັນທັນສະ ສະມຸທະໂຍ ໂຫຕິ ( ການເກີດຂຶ້ນແຫ່ງກອງທຸກທັງປວງນີ້ ຈຶ່ງມີດ້ວຍປະການແນວນີ້ແລ )
ອະວິດຊາຍະ ເຕວະ ອະເສສະວິຣະຄະນິໂຣທາ ສັງຂາຣະນິໂຣໂທ ( ເພາະອະວິດຊາສຳຣອກດັບໄປບໍ່ເຫລືອ ສັງຂານຈຶ່ງດັບ ), ສັງຂາຣະນິໂຣທາ ວິຍານະນິໂຣໂທ ( ເພາະສັງຂານດັບ ວິນຍານຈຶ່ງດັບ ), ວິນຍານະນິໂຣທາ ນາມຣູປະນິໂຣໂທ ( ເພາະວິນຍານດັບ ນາມຮູບຈຶ່ງດັບ ), ນາມະຣູປະນິໂຣທາ ສະລາຍຍະຕະນະນິໂຣໂທ ( ເພາະນາມຮູບດັບ ສະລາຍຍະຕະນະຈຶ່ງດັບ ), ສະລາຍຍະຕະນະນິໂຣທາ ຜັດສະນິໂຣໂທ ( ເພາະສະລາຍຍະຕະນະດັບ ຜັດສະຈຶ່ງດັບ ), ຜັດສະນິໂຣທາ ເວທະນານິໂຣໂທ ( ເພາະຜັດສະດັບ ເວທະນາຈຶ່ງດັບ ), ເວທະນານິໂຣທາ ຕັນຫານິໂຣໂທ ( ເພາະເວທະນາດັບ ຕັນຫາຈຶ່ງດັບ ), ຕັນຫານິໂຣທາ ອຸປາທານະນິໂຣໂທ ( ເພາະຕັນຫາດັບ ອຸປະທານຈຶ່ງດັບ ), ອຸປາທານະນິໂຣທາ ພະວະນິໂຣໂທ ( ເພາະອຸປາທານດັບ ພົບຈຶ່ງດັບ ), ພະວະນິໂຣທາ ຊາຕິນິໂຣໂທ ( ເພາະພົບດັບ ຊາຕິຈຶ່ງດັບ ), ຊາຕິນິໂຣທາ ຊະຣາມະຣະນັງ ( ເພາະຊາດດັບ ຊະຣາມໍຣະນະຈຶ່ງດັບ ), ໂສກະປະຣິເທວະທຸກຂະໂທມະນັດສຸປາຍາສາ ນິຣຸຊັນຕິ ( ຄວາມໂສກ ຄວາມຄ້ຳຄວນ ທຸກ ໂທມະນັດ ແລະຄວາມຄັບແຄ້ນໃຈຈຶ່ງດັບ ), ເອວະເມຕັດສະ ເກວະລັດສະ ທຸກຂັກຂັນທັດສະ ນິໂຣໂທ ໂຫຕິ ( ການດັບແຫ່ງກອງທຸກທັງປວງນີ້ ຈຶ່ງມີດ້ວຍປະການແນວນີ້ແລ )
ຮູບພາບ ແລະ ຂໍ້ມູນໄດ້ຈາກ Bulletin de l'École française d'Extrême-Orient
ແລະຂອບໃຈເພຈ : คลังพุทธศาสนา
****************************
- ການບູລະນະ ປະຕິສັງຂອນ ພຣະທາດຫລວງວຽງຈັນ ໄດ້ຮັບການບູລະນະປະຕິສັງຂອນຫຼາຍຄັ້ງ
ຄື: ປີ ຄສ 1819, ປີ ຄສ 1930-1935 ຄສ 1976 ແລະ 4 ກັນຍາ 2016 ກົງກັບມື້ຂຶ້ນ 03 ຄໍ່າ ເດືອນ 10 ເພັງ ພສ 2559
ພະທາດຫລວງວຽງຈັນ ໄດ້ສ້າງຕັ້ງຂຶ້ນເປັນ 2 ໄລຍະ ຄື: ໄລຍະທີໜຶ່ງ ສະໄໝພະຍາ ຈັນທະບູລີ ປະສິດທິສັກ ເຈົ້າເມືອງວຽງຈັນ ຜູ້ທຳອິດກ່ອນ ຄສ 307 ປີ (ສູງ 4 ວາ 3 ສອກ, ກ້ວາງດ້ານລະ 5 ວາ), ໄລຍະທີສອງ ສະໄໝພຣະເຈົ້າໄຊເສດຖາທິີຣາຊ ຄສ 1566 ສູງ 45 ແມັດ, ຄວາມຍາວຂອງຕີນພະທາດ 69 ແມັດ, ກົມມະລຽນຍາວ 91,75 ແມັດ ແລະ ທາຕຸນ້ອຍອ້ອມຮອບ 30 ອົງຄະທາຕຸ
 
ຂໍຂອບໃຈຂໍ້ມູນຈາກ : Art and Culture of Laos

ความคิดเห็น