ປະຫວັດຕ່າງໆ

แสดงเพิ่มเติม

ກະລໍ ຫຼື ວ່າໂປງ ທີ່ຈຳເປັນປະຈຳວັດຕ່າງໆ ເປັນສັນຍາລັກຕີບອກເວລາ

 

ຮູບກະລໍ ຫຼື ໂປງ ຂອງວັດຫາຍໂສກ
Cr : ARCHAIMBAULT Charles (photographe)


ກະລໍ ຫຼື ວ່າໂປງ ທີ່ຈຳເປັນປະຈຳວັດຕ່າງໆ ເປັນສັນຍາລັກຕີບອກເວລາ

ຄຳວ່າກະລໍ ແມ່ນໃຊ້ແຖບທາງພາກເໜືອ ສ່ວນຄຳວ່າໂປງແມ່ນໃຊ້ຢູ່ທາງພາກກາງພາກໃຕ້ ແລະ ຝັ່ງຊ້າຍແມ່ນ້ຳຂອງ ເປັນສັນຍາລັກ ແລະ ເປັນສິ່ງທີ່ບອກເວລາ ເຊັ່ນ : ກ່ອນພຣະຈະອອກບິນທະບາດ ຈະຕີກະລໍ ຫຼື ໂປງ ກ່ອນອອກບິນທະບາດ ແລະ ຕີອີກຄັ້ງເພື່ອເຕື່ອນໃຫ້ຮູ້ວ່າໃກ້ຮອດເວລາພຣະ-ຈົວ ຈະສັນຈັງຫັນ ຫລືສັນເພນ ຫຼື ມີການປະຊຸມ ຫຼື ວຽກງານຕ່າງໆຂອງຫມູ່ບ້ານ ກໍ່ຈະນ້ຳໃຊ້ສິ່ງເຫຼົ່ານີ້ຕີເພື່ອບອກເວລາ

ໃຜໆເປັນເດັກນ້ອຍກໍ່ຈະຮູ້ດີ ເພາະຖ້າຮອດເວລາສັນຈັງຫັນ ຫຼື ສັນເພນ ຄູບາ ຈະບອກເດັກນ້ອຍທີ່ຫລິ້ນໃນລານວັດ ນັ້ນໄປຕີກະລໍ ຫຼື ໂປງໃຫ້ແດ່ ບັນດາເດັກນ້ອຍທັງຫລາຍ ກໍ່ຈະພາກັນແລ່ນຫົວໄປແຂ່ງກັນໄປ ເພື່ອຈະໄດ້ມີສິດໄດ້ຕີກະລໍ ຫຼື ໂປງກ່ອນຫມູ່ ..... ວັດແຖວນອກເມືອງຈະມີຫຼາຍ ສ່ວນວັດໃນເມືອງເພື່ອຈະໃຊ້ກອງ ຫຼື ກະແລ່ງ ຣະຄັງຕີ ...

ເຫັນແລ້ວຄິດຮອດ ແລະ ຄວນອະນຸລັກສິ່ງເຫລົ່ານີ້ໄວ້ ເພາະວ່າມີແຕ່ຊົນຊາດອ້າຍລາວເທົ່ານັ້ນທີ່ນຳໃຊ້ສິ່ງເຫຼົ່ານີ້ ແລະ ນັບມື້ຈະສູນຫາຍໄປແລ້ວ ຖ້າໃຜມີສັດທາຄວນສ້າງກະລໍ ຫຼື ໂປງໃຫ້ບັນດາວັດຕ່າງໆ ແດ່ເພື່ອເປັນການສຶບທອດມໍລະດົກແນວນີ້ໄປໃຫ້ສຶບຕໍ່ໄປເພາະປະຈຸບັນນີ້ມີແຕ່ຜູ້ທານຄ້ອງ ແລະ ກອງຫລາຍກວ່າກະລໍ ຫຼື ໂປງ..

ຂໍຂອບໃຈຂໍ້ມູນຈາກ : Art and Culture of Laos

ความคิดเห็น