ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າມຸງຄຸນນິມິດ ວັດດົງໝ້ຽງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

 

ພຣະເຈົ້າມຸງຄຸນນິມິດ ວັດດົງໝ້ຽງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.






ພຣະພຸດທະຮູບທອງອົງນີ້ ຄວາມສູງຂອງອົງພຣະ 105 cm,
- ຄວາມສູງ ຂອງແທ່ນ 10 cm ລວມ ທັງໝົດ 115 cm,
- ຄວາມກວ້າງຂອງອົງພຣະ ແລະແທ່ນ 77 cm,
- ຄວາມໜາຂອງອົງພຣະ 45 cm
- ຄວາມໝາຂອງແທ່ນ 50 cm 
 
 
ພຣະພຸດທະຮູບ ອົງນີ້ຫຼໍ່ດ້ວຍທອງ ສິລະປະສະໄໝຊຽງແສນ ທີ່ງົດງາມມີອາຍຸຫຼາຍ ຮ້ອຍປີ ແລະ ໄດ້ສັດສ່ວນຖືກມະຫາບຸຣຸດລັກສະນະທຸກປະການ.
- ປີ ພສ 2516 ( ຄສ 1973) ກອງທັບເຮືອຣາຊະນາວີ ແຫ່ງປະເທດໄທ ໄດ້ມີການຂະຫຍາຍ ພື້ນທີ່ທ່າເຮືອສັດຕະຫີບ ຈັງຫວັດຊົນບູຣີ ເຊິ່ງເປັນທ່າເຮືອຮົບ ຢູ່ທາງທິດຕາເວັນອອກຂອງອ່າວໄທ ຕິດກັບດິນແດນປະເທດຂະເໝນ ໄດ້ໃຊ້ລົດດຸດໄຖປັບພື້ນທີ່ບໍລິເວນນັ້ນ ໃຫ້ຮາບພຽງ ລົດໄດ້ໄປດຸດລົງທີ່ໂນນຈອມປວກແຫ່ງໜຶ່ງ ດຸດບໍ່ໄປບໍ່ມາສາຍພານລົດດຸດຂາດ ຄັນແລ້ວຄັນເລົ່າ ຜູ້ຄວບຄຸມຈຶ່ງມານຶກ ສະຫຼຽວໃຈວ່າ
“ຄົງຈະມີເຈົ້າທີ່ເຈົ້າທາງບໍ່ຢາກໃຫ້ເຮັດຢ່າງໃດຢ່າງໜຶ່ງ”
ຈຶ່ງເອີ່ຍບອກກ່າວເຈົ້າທີ່ເຈົ້າທາງເຊີງຂໍອະນຸຍາດປາກົດວ່າ ພໍກ່າວຈົບໄດ້ໃຊ້ ຄວາມພະຍາຍາມອີກເທື່ອໜຶ່ງ. ລົດດຸດກໍສາມາດແງະໄງ້ເນີນຈອມປວກ ແຫ່ງ ນັ້ນອອກມາສິ່ງທີ່ຕື່ນຕາຕົກໃຈກໍຄືລົດໄດ້ໄປຊວ້ານເອົາທ່ອນເຫຼັກໜັກໆທ່ອນໜຶ່ງຂຶ້ນມາ ຄົນງານເຫັນດັ່ງນັ້ນ ຈຶ່ງພາກັນແຫ່ມາເບິ່ງເຂ່ຍໄງ້ກ້ອນດິນທີ່ຕິດອອກປາກົດວ່າເປັນພຣະພຸດທະຮູບປາງມານວິໄຊ (ຊະນະມານ).
ຄໍ່າຄືນວັນນັ້ນທາງການທະຫານໄດ້ອັງເຊີນອົງພຣະພຸດທະຮູບໄປ ປະດິດສະຖານສາລາກາງແຈ້ງ ເປີດໂອກາດໃຫ້ປະຊາຊົນແຖບນັ້ນມາສັກກາຣະບູຊາສິ່ງປາກົດຕາມມາກໍຄື ມີວິນຍານລຶກລັບມະຫັດສະຈັນ ໄປເຂົ້າສິງໃຫ້ທະຫານຊ່າງຂັບລົດແທກເຕີ ຄົນນັ້ນອອກປາກເວົ້າວ່າ :
“ເມື່ອເອົາກູຂຶ້ນມາແລ້ວ ໃຫ້ເອົາກູໄປໄວ້ເມືອງລາວພຸ້ນ ທີ່ນີ້ບໍ່ແມ່ນບ່ອນກູຢູ່ ຖ້າສູບໍ່ປະຕິບັດຕາມຄໍາກູສັ່ງນີ້ພວກສູຈະມີອັນເປັນໄປ”
ຕື່ນເຊົ້າຂອງວັນໃໝ່ທັງທະຫານ ແລະປະຊາຊົນທັງແປດຄົນ ກໍພາກັນມາແກ້ຄວາມຝັນຢ່າງດຽວກັນ ມີຂໍ້ຄວາມເໝືອນກັນ ຄໍາເວົ້າທີ່ອອກປາກຈາກໂຊເຟີທີ່ຖືກວິນຍານລຶກລັບສູນເຂົ້າຊົງນັ້ນເໝືອນກັນ. ເໝືອນຟ້າປະກາສິດອໍານາດລຶກລັບເບື້ອງບົນສັ່ງ
ຖ້າບໍ່ປະຕິບັດຕາມກໍຢ້ານຈະຈິບຫາຍວິນາດ ເປັນໄປຕາມອໍານາດຄໍາທີ່ສາບແຊ່ງໄວ້ ຮ້ອນເຖິງກົມສິລະປະກອນ ແລະລັດຖະບານໄທ ຈຶ່ງຕິດຕໍ່ ຂໍມອບພຣະພຸດທະຮູບທອງອົງນີ້ໃຫ້ແກ່ ລາວໂດຍຜ່ານທາງສະຖານເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ ເຊິ່ງມີ ທ່ານແກ້ວ ວິພາກອນ ເອກອັກຄະຣາຊະທູດລາວ ໄປຈໍາປະເທດໄທ ໃນຄັ້ງນັ້ນ ເປັນຜູ້ຮັບມອບ ແລະ ດ້ແຫ່ມາປະດິດສະຖານໄວ້ໃນສິມຂອງວັດສີຄູນວຽງ ( ດົງຫມ້ຽງ ) ແລະມີການສະເຫຼີມສະຫຼອງສົມໂພດ 3 ຄືນ 3 ວັນ ເປີດໂອກາດໃຫ້ພຸດທະສາສະນິກະຊົນມາສັກກາຣະບູຊາ
ມອບເຄນພຣະພຸດທະຮູບອົງນີ້ແກ່ ສົມເດັດພຣະສັງຄະຣາຊ ປະມຸກສົງລາວ ໃນປາງນັ້ນຮັບໄວ້ເປັນປູຊະນີຍະວັດຖຸສິ່ງສັກກາຣະໃນພຣະພຸດທະສາສະໜາ ເປັນມໍລະດົກຂອງພຸດທະສາສະນິກະຊົນລາວສືບຕໍ່ໄປ.
 






 
ການໄດ້ອົງພຣະພຸດທະຮູບທອງສໍາຣີດອົງນີ້ມາໂດຍທາງນິມິດບັງເອີນແນວນີ້ ທີ່ປະຊຸມສົງອັນມີອົງສົມເດັດ ພຣະສັງຄະຣາຊ ເປັນປະທານ ທີ່ພັດທະສິມາ ວັດສີຄູນວຽງ (ດົງໝ້ຽງ) ໄດ້ພ້ອມກັນຕັ້ງຊື່ພຣະພຸດທະຮູບອົງນີ້ວ່າ “ພຣະເຈົ້າມຸງຄຸນນິມິດ” ມອບໃຫ້ເປັນ ສົມບັດຂອງວັດສີຄູນວຽງດົງໝ້ຽງນັບແຕ່ບັດນັ້ນມາ.
ຂໍ້ມູນຈາກປຶ້ມ “ເປີດປະຕູສູ່ວັດສີຄູນວຽງ” ໂດຍ : ພຣະອາຈາຍຣຍ໌ ບຸນທະວີ ກົມພະພັນ‎ ເຈົ້າອາທິການວັດ ດົງໝ້ຽງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ความคิดเห็น