ປະຫວັດຕ່າງໆ

แสดงเพิ่มเติม

ວັດປ່າເເຄ ນະຄອນຫຼວງພຣະບາງ

 ວັດປ່າເເຄ ນະຄອນຫຼວງພຣະບາງ



ຄົນເອີຣົບມັກຈະເອີ້ນວັດນີ້ວ່າ ວັດຊາວໂຮນລັງເເດ

ຊື່ຂອງວັດນີ້ອາດໄດ້ມາຈາກປ່າຕົ້ນແຄທີ່ວັດຕັ້ງຢູ່ ວັດປ່າເເຄໄດ້ສ້າງຂື້ນໃນປີ 1853 ໂດຍພຣະເຈົ້າຈັນທະລາດ ເຖິງວ່າສິມຂອງວັດຈະເປັນລັກສະນະຂອງວຽງຈັນແດ່ກໍ່ຕາມ ເຊິ່ງສະເເດງອອກຢູ່ທີ່ຝາຜະໜັງ ຂອບວົງກົບປະຕູ ລັກສະນະຂອງຫຼັງຄາ ສີໜ້າ ແລະ ເເຂນນາງ ເອກະລັກຂອງວັດນີ້ແມ່ນຮູບເເຕ້ມທີ່ປະດັບຝາຜະໜັງດ້ານໃນ



ບັນດາບານປະຕູທາງທິດໄຕ້ ສີໜ້າດ້ານທິດຕາເວັນອອກທີ່ສະເເດງໃຫ້ເຫັນຮູບຄົນຊຶ່ງເຄື່ອງນຸ່ງຂອງເຂົາເຈົ້ານັ້ນເຮັດໃຫ້ຄິດເຖິງການນຸ່ງຖືຂອງຊາວໂຮນລັງໃນສັດຕະວັດ ທີ XVII ເຊັນດຽວກັບບານປະຕູທາງທິດຕາເວັນຕົກທີ່ປະດັບດວ້ຍຮູບຂອງຜູ້ຄົນທີ່ນຸ່ງເຄື່ອງຊາວວັງຂອງນະຄອນເວນິດໃນສັດຕະວັດທີ XVI
ຝາຜະໜັງສະເເດງໃຫ້ເຫັນຮູບເເຕ້ມເເບບລາວໆ ທີ່ພັນລະນາເຖິງເລື່ອງ ພະລັກພະລາມໃນບັ້ນຕ່າງໆ.



ความคิดเห็น