ປະຫວັດຕ່າງໆ

แสดงเพิ่มเติม

ການສະຫລອງບຸນປີໃຫມ່ລາວ ຈສ 1384 ທີ່ີ່ວັດອົງຕື້ ສີບຸນເຮືອງ ໄຊຍາຣາມ ເມືອງຊຳເໜືອ ແຂວງຫົວພັນ

 













ການສະຫລອງບຸນປີໃຫມ່ລາວ ຈສ 1384 ທີ່ີ່ວັດອົງຕື້ ສີບຸນເຮືອງ ໄຊຍາຣາມ ເມືອງຊຳເໜືອ ແຂວງຫົວພັນ ມາໃຫ້ເບິ່ງໄດ້ຊົມກັນ ເມື່ອເຫັນພິນ້ອງຊາວບ້ານຊາບເມືອງຊຳເໜືອ ເຂົ້າວັດເຮັດບຸນ ທັງເຖົ້າແກ່ແນວໂຮມ ເດັກນ້ອຍໄວໜຸ່ມໄວສາວ ແລ້ວກໍ່ຊື່ນໃຈເປັນທີ່ສຸດ
ເນື່ອງໃນວາຣະໂອກາດປີເດືອນເຄື່ອນຍ້າຍຜັນປ່ຽນສັງຂານ ພວກເຮົາເຈົ້າຂ້ອຍ ເຕົ້າໂຮມ​ຕູ້ມເຮັດບຸນໃສ່ບາດ ອາຣາດທະນາພຣະອົງເຈົ້າລົງສູ່ຫໍສົງ ໃຫ້ມວນຊົນພີ່ນ້ອງ ໄດ້ສົງຊ່ອຍຂັດສີ ຂໍບາຣະມີບຸນຈົ່ງກູ້ມກວມ ແຜ່ແຜດໄພສານ ກຳຈັດຝູງຫມູ່ມານໃຫ້ຫານສີ້ນຈາກຊີວັງ ຂໍໃຫ້ພວກຂ້ານ້ອຍມີແຕ່ຄວາມ​ສຸກກາຍ​ສຸກໃຈ​ ປາຖະຫນາສິ່ງໃດໃຫ້ໄດ້ດັ່ງໃຈຫວັງ ອັນວ່າໂພຍໄພສັງຢາໄດ້ມີມາຕ້ອງ ຂໍໃຫ້ເງິນທອງເຕັມຖົງລົ້ນໄທ່ ແດ່ເທີ້ນ ສາທຸ ສາທຸ ສາທຸ ອະນຸໂມທາມິ.
ຂໍຂອບໃຈຮູບພາບຈາກ ວັດອົງຕື້ ເມືອງຊຳເໜືອ ແຂວງຫົວພັນ.

ความคิดเห็น