ປະຫວັດຕ່າງໆ

แสดงเพิ่มเติม

ເຄື່ອນຍ້າຍເສົາຫີນສີລາໄປສະຖິດໄວ້ຢູ່ວັດປ່າຫີນປາຄູນ.

 

18 ເມສາ 2022 ຊາວບ້ານນານົກຂຸ້ມເຮັດພິທີທາງສາສະໜາຄອບໄຂ່ວ ແລະເຄື່ອນຍ້າຍເສົາຫີນສີລາໄປສະຖິດໄວ້ຢູ່ວັດປ່າຫີນປາຄູນ.
ເມື່ອບໍ່ດົນມານີ້ ອົງການປົກຄອງບ້ານນົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມດ້ວຍຜູ້ເຖົ້າຜູ້ແກ່, ພໍ່ແມ່ປະຊາຊົນ ແລະ ລູກຫລານ ໄດ້ພ້ອມກັນຈັດພິທີທາງສາສະໜາຄອບໄຂ່ວເຈົ້າທີ່-ເຈົ້າຖານ ເພື່ອອັງເຊີນ-ເຄື່ອນຍ້າຍເສົາຫີນ ຈຳນວນ 2 ຕົ້ນ ໄປສະຖິດໄວ້ຢູ່ທີ່ວັດປ່າຫີນປາຄູນ ທີ່ຂຶ້ນກັບບ້ານດັ່ງກ່າວ.
ຕາມການໃຫ້ຂອງມູນຂອງອົງການປົກຄອງບ້ານໃຫ້ຮູ້ວ່າ ເສົາຫີນນີ້ໄດ້ມີການຄົ້ນພົບຢູ່ບໍລິເວນດິນຂອງແມ່ຕູ້ແອ ໃນທ້າຍປີ 2020 ໃນຂະນະທີ່ລູກຫລານຂອງເພິ່ນກຳລັງຂຸດຂຸມຕັ້ງເສົາເຮືອນ, ເຊິ່ງຜູ້ເຖົ້າຜູ້ແກ່ສັນນິຖານວ່າ ເສົາຫີນນີ້ຕ້ອງມີປະຫວັດຄວາມເປັນມາກ່ຽວ ຂ້ອງກັບວັດປ່າຫີນປາຄູນ ຫລື ກໍ່ອາດແມ່ນເສົາຫລັກເຂດ ແດນຂອງບ້ານທີ່ຄົນຮຸ່ນກ່ອນໆນຳມາຝັ່ງໄວ້, ເຖິງແນວໃດກໍ່ຕາມ ຊາວບ້ານນານົກຂຸ້ມຕ່າງກໍ່ມີຄວາມເຊືີ່ອວ່າ ເປັນເສົາຫີນມຸງຄຸນ ທີ່ມີຄວາມໝາຍ ຕິດພັນກັບປະຫວັດຂອງບ້ານ ແລະຕິດພັນກັບພຸດທະສາສະໜາ, ເນື່ອງຈາກອີງຕາມປະຫວັດສາດແລ້ວ ບ້ານນານົກຂຸ້ມ ກໍ່ຄືເມືອງທຸລະຄົມ ມີຄວາມເກົ່າແກ່ທີ່ມີມາແຕ່ດົນແລ້ວ.
ຂໍຂອບໃຈຂ່າວສານປະຈຳວັນເມືອງທຸລະຄົມ.



 

ความคิดเห็น