ປະຫວັດຕ່າງໆ

แสดงเพิ่มเติม

ຮູບແຕ້ມໃນສີມໄໝ່ຫຼັງທີ3 ຂອງ ວັດ ອູບມຸງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

 

ຮູບແຕ້ມໃນສີມໄໝ່ຫຼັງທີ3 ຂອງ ວັດ ອູບມຸງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ແຕ້ມແບບເດີມມາຈາກສິມຫຼັງທີ2 ແຕ່ບໍ່ຄົບຖວ້ນມີບາງອັນທີ່ຂາດຫາຍໄປ









ສໍາລັບສິມຫູັງທີສາມແມ່ນສ້າງຂື້ນ
ໃນເດືອນຍີ່(2) ປີມະໂລງ ພສ 2543 ກົງກັບວັນທີ 26 ທັນວາ ຄສ 2000 ສິມຫຼັງທີ 3 ກໍ່ຖືກວາງສີລາລຶກ ກໍ່ສ້າງຂື້ນເຊິ່ງມີຄວາມກວ້າງ 7 ແມັດ ຍາວ 20 ແມັດ ຂະໜາດຫ້ອງ 5 ຫ້ອງ ລວງສູງແຕ່ລະຖ້ານແອວຂັນຂື້ນຫາພື້ນສິມສູງ 2 ແມັດ ແຕ່ພື້ນສິມຂື້ນຫາເພດານສູງ 7 ແມັດ ແຕ່ເພດານຫາຫຼັງຄາສູງ 7 ແມັດ ຍອດຊໍ່ຟ້າສູງ 3 ແມັດ ວາງຖ້ານກໍ່ສ້າງໂຕອາຄານ ດວ້ຍຊີມັງເສີມເຫຼັກ ກໍ່ຝາດວ້ຍດີນຈີ່ ກໍ່ຂະໜານກັນ 2 ກ້ອນ ໜາ 20 ຊັງຕີແມັດ ໂຄງຫຼັງຄາເປັນເຫັຼັກທັງໝົດມຸງຫຼັງຄາດວ້ຍດີນຂໍເຄືອບນໍ້າຍາ ການກໍ່ສ້າງພຸດທະສີມມາວັດອູບມູງຊຶ່ງດໍາເນີນການກໍ່ສ້າງເປັນເວລາ 5 ປີ 11 ເດືອນ ກັບ 6 ມື້ ໄດ້ສໍາເລັດລົງໃນມື້ ອອກໄໝ່ 10 ຄໍ່າ ເດືອນຈຽງ(1) ປີຈໍ ພສ 2549 ກົງກັບວັນພະຫັດ ວັນທີ 30 ພະຈິກ (11 ) ຄສ 2006

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple


ความคิดเห็น