ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດ ພຣະເຈດີ ໂລກະຈຸລາມະນີ ຫຼື ພຣະທາຕຸຫຼວງວຽງຈັນ

 ປະຫວັດ ພຣະເຈດີ ໂລກະຈຸລາມະນີ ຫຼື ພຣະທາຕຸຫຼວງວຽງຈັນ

ທາຕຸຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ ການສ້າງອົງທາຕຸຫຼວງເທື່ອແຮກນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາຕຸເທົ່ານັ້ນ ແລະ ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາ ໜາສອງວາ ແລະ ສູງສີ່ວາສາມສອກ. ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິຣາດ ໄດ້ກໍ່ສ້າງອົງທາຕຸຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງເປັນທາຕຸໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາຕຸນ້ອຍສາມສິບອົງອ້ອມອົງທາຕຸໃຫຍ່ ເປັນບໍຣິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ ໃນທາຕຸນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາຕຸນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງເມື່ອກໍ່ສ້າງສຳເຣັດເພິ່ນໄດ້ໃສ່ຊື່ອົງທາດວ່າ”ພຣະເຈດີໂລກະຈຸລາ ມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາຕຸຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່ ພາຍຫຼັງສ້າງສຳເຣັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນປີຄສ 1571 ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາຕຸໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາຕຸຈຶ່ງເຮັດໃຫ້ທາຕຸຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ 







ພວກຝຣັ່ງເສດໄດ້ເຮັດການສ້ອມແປງສ່ວນຍອດຂອງອົງທາຕຸແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດອົງທາດໄປ ອີກຕໍ່ມາ ປີຄສ 1929 ຣັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເຣັດ ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດຂອງທາຕຸ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກ ແລະ ທາຕຸນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະຣະພາບເປັນເອກະຣາດສົມບູນ ຣັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະ     ໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາຕຸຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ ທາຕຸຫຼວງສູງ 45 ແມັດ ມີໃບສີມາອ້ອມ 228ໃບ ມີບໍຣິວານ(ທາຕຸນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາຣະມີສາມສິບທັດ ຕີນທາຕຸແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ ແຕ່ດ້ານ ເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາຕຸຫຼວງແຕ່ລະດ້ານຍາວ 91.75 ແມັດ
Cr : EFEO
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple



ความคิดเห็น