ປະຫວັດຕ່າງໆ

แสดงเพิ่มเติม

ວັດໂພໄຊຍະຣາມ ບ້ານເກາະຊອງ ເມືອງວາປີ ແຂວງ ສາລະວັນ

 ວັດໂພໄຊຍະຣາມ ບ້ານເກາະຊອງ ເມືອງວາປີ ແຂວງ ສາລະວັນ ປະຫວັດຂອງບ້ານ ເກາະຊ່ອງ ເລີ່ມແຕ່ຕົ້ນປະຫວັດເກົ່າຄາວຫລັງເປັນປະຫວັດເລົ່າສຶບຕໍ່ກັນມາຫຼາຍເຊັ່ນຄົນ ຕັ້ງແຕ່ກອ່ນກີ້ມີເຈົ້າພຣະຍາຈຸນລະມະນີ ໄດ້ມາຕໍ່ໄກ່ປ່າ ພໍຕາເວັນຄອ້ຍຄ່ຳພຣະຍາເຈົ້າຢ້ານຄ່ຳທາງ ເລີຍບໍ່ຊ້າໄປຈັບເອົາໄກ່ຕໍ່ທັນທີ ຮີບຝັ່ງພ້າວມັນຊິຊ້າຄ່ຳທາງ ພໍໄປຮອດບ້ານເຮືອນຫອ້ງແຫ່ງຕົນ ພຣະຍາຄິດໄດ້ວ່າຫລົງຊອງໄກ່ໃນດົງ ພຣະຍາເລີຍປະບໍ່ນຳເອົາໄກ່ຕໍ່ຊ້ຳ ຕໍ່ຕັ້ງແຕ່ນັ້ນມາປະຊາຊົນບ້ານຍານກໍ່ມາຕັ້ງບ້ານຢູ່ ໂຄກຫີນກອງ ຫົວນາເກາະຊອງຈີ່ງໄດ້ໃສ່ຊື່ວ່າບ້ານເກາະຊອງຍອ້ນວ່າຊອງໄກ່ພຣະຍາຫລົງປະໄວ້ ດົນນານໄດ້ຫລາຍປີຜ່ານມາໄດ້ມີປະຊາຊົນບ້ານຍານທີ່ມາຕັ້ງບ້ານເປັນເວລາຫຼາຍປີ້ ກໍ່ຍ້າຍບ້ານຫນີຈາກບ່ອນນີ້ປະເປັນບ້ານຮ້າງຫຼັງຈາກນັ້ນໄດ້ມີຊົນເຜົ່າຜູ້ໄທມາຈາກເມືອງວາງອ່າງຄຳມາຈາກພາກເຫນືອຂອງລາວ ຊົນເຜົ່ານີ້ໄດ້ມາຕັ້ງບ້ານຢູ່ແທນບ້ານຍານຢູ່ແຄມແມ່ນ້ຳລຳເຊໂດນ ແຕ່ກໍ່ບໍ່ໄດ້ປ່ຽນຊື່ບ້ານ ຍັງເອີ້ນຊື່ວ່າ:ບ້ານເກາະຊອງຄືເກົ່າ ຊົນເຜົ່ານີ້ໄດ້ຖືຮີດຄອງປະເພນີຜີກະໂປະຢູ່ມາດົນນານກໍ່ເລີຍປະຮີດຜີກະໂປະ ແລະ ມາຖືສາດສະຫນາພຸດ ແທນ ປະຊາຊົນຈຶ່ງໄດ້ພາກັນສ້າງວັດຂື້ນຢູ່ກາງບ້ານ ຢູ່ມາຫຼາຍປີເຮັດໃຫ້ປະຊົນພາຍໃນບ້ານເກີດເຈັບເປັນບໍ່ສະບາຍ ສະນັ້ນຈິ່ງໄດ້ປະປ່ອຍວັດເກົ່າຖິ້ມ ແລະ ມາສ້າງວັດໄໝ່ແທນໂດຍພຣະອາຈຣານຍົມ ແລະ ຕັ້ງຊື່ື່ວັດວ່າ ວັດໂພໄຊຍະຣາມ ໄດ້ສ້າງຂື້ນໃນປີຄ.ສ1717 ລວມອາຍຸໄດ້300ປີ ຕໍ່ມາໃນປີ1986ພຣະອາຈານຍາທ່ານຂຽນໄດ້ນຳພາສອ້ມແປງປະຕິສັງຂອນ ໄດ້ສ້າງຫໍແຈກ1ຫລັງ ກຸດດີ1ຫລັງ ຕໍ່ມາໃນປີ2013ພຣະອາຈາຣຍ໌ຄຳຝອງກຸນນະວົງ ແລະ ພຣະທອງສຸກໄຊຍະເພັດ ໄດ້ປະຕິສັງຂອນຕໍ່ສ້າງຫອ້ງນໍ້າ3ຫລັງ.ສ້າງຝາມແຄມເຊ1ຫລັງ.ພັດທະສີມາ(ສິມ)ຫລັງໃຫມ່1 ຫລັງ.ພຣະທອງປະທານໃນສິມ1ອົງ.ພຣະທອງປາງຢືນ2ອົງ.ພຣະແກ້ວມໍລະກົດ1ອົງ. ຂໍຂອບໃຈຂໍ້ມູນ ແລະ ຮູບພາບໂດຍ : ພຣະອາຈານ ທອງສຸກ ໄຊຍະເພັດ ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple













































 

ความคิดเห็น