ປະຫວັດຕ່າງໆ

แสดงเพิ่มเติม

ນາຄ 15 ຕະກູນ ຈາກ ຕໍານານ ຂຸນບູລົມ

ນາຄ ຈາກ ຕໍານານ ຂຸນບູລົມ ຕະຫຼອດສອງຝັ່ງຂອງ ທັງກໍາຊ້າຍ ແລະ ກໍ້າຂວາ ມີນາຄ 15 ຕະກູນ 
 




 
ແຍກຍ້າຍກັນຄູ້ມຄອງບ້ານເມືອງ ພູຜາ ປ່າໄມ້ ແມ່ນໍ້າລໍາທານ ແລະ ປະຊາຣາຊດອນ ໃຫ້ຢູ່ເຢັນເປັນສຸກ ຈະເລີນຣຸ່ງເຮືອງສຶບຕໍ່ກັນໄປ ນາຄ 15 ຕະກູນມີດັ່ງນີ້ : ຜູ້ທີໜຶ່ງ ຢູ່ ຖໍ້າພູຊວງ ຜູ້ທີສອງ ຢູ່ ພູຊ້າງ ຜູ້ທີສາມ ຢູ່ ແກ່ງຫລວງນໍ້າເຊື່ອງ ຜູ້ທີສີ່ ຢູ່ ສົບເຊື່ອງ ຜູ້ທີຫ້າ ຢູ່ ຜາຮັ່ງ ເມືອງ ສົບອູ ຜູ້ທີຫົກ ຢູ່ ແກ່ງຫລວງ ນໍ້າອູ ຜູ້ທີເຈັດ ຢູ່ ແກ່ງອ້ອຍຜາທະນູ ຜູ້ທີແປດ ຢູ່ ຜາເສື້ອ ນາຄຕົນນີ້ເປັນໃຫ່ຍ ອາວຸໂສກວ່າໜູ່ ຮັກສາບ້ານເມືອງ ແລະ ແມ່ນໍ້າ ຝ່າຍເໜືອ ຜູ້ທີເກົ້າ ຢູ່ ຜາດຽວ ລຸ່ມຜາຈອມເພັດ ຜູ້ທີສິບ ຢູ່ ຄົດເຮືອ ຜູ້ທີສິບເອັດ ຢູ່ ກົກຖ່ອນ ຜູ້ທີສິບສອງ ຢູ່ ຜາຕັດແຄ ຜູ້ທີສິບສາມ ຢູ່ ຜາຕ່າງນາຍ ຜູ້ທີສິບສີ່ ຢູ່ ແກ່ງແຕນ ຜູ້ທີສິບຫ້າ ຢູ່ ປາກສົບໂຮບ ນາຄຕົນນີ້ເປັນໃຫ່ຍຮັບຜິດຊອບແມ່ນໍ້າ ແລະ ບ້ານເມືອງເຂດໃຕ້. ພະຍານາຄເຫຼ່ານີ້ ກ່ອນຈະອອກມາປົກຄອງບ້ານເມືອງ ແລະ ແມ່ນໍ້ລໍາທານນັ້ນໄດ້ຮັບຄໍາສັ່ງສອນຈາກພະລືສີວ່າ : ດູລາ ພະຍານາຄ ບ່ອນນີ້ເປັນທີ່ຕັ້ງປາສາດ, ເຈົ້າຜູ້ມີບຸນອັນຈັກມາເປັນທ້າວພະຍາຂ້າງໜ້າພູ້ນອີຫຼີ. ເຈົ້າທັງຫຼາຍຈົ່ງພ້ອມພຽງກັນດ້ວຍກັນພິທັກຮັກສາບ້ານເມືອງ ແມ່ນໍ້າ ພູດອຍໃຕ້ ແລະ ເໜືອ ທາງເທິງແຜ່ນດີນແຜ່ນຊ້າຍ ແມ່ນໍ້າໃຫ່ຍ ແມ່ນໍ້ານ້ອຍທັງຫຼາຍສູ່ທີ່ສູເທີນ ເຈົ້າທັງຫຼາຍພ້ອມກັນຮັກສາທີ່ຊຽງທອງນີ້ເປັນເຄົ້າເກີດ. ຕັ້ງແຕ່ນັ້ນມາປະຊາຊົນ ສອງຝັ່ງຂອງຈິ່ງໄດ້ທໍາພິທີບວງສວງ ແລະ ບູຊາເຫຼົ່າພະຍານາຄ 15 ຕະກູນ ລວມເຖີງພຣະເຈົ້າຟ້າງຸ່ມທີ່ນໍາເອົາພຣະໄຕຣປິດົກຂື້ນມາແຕ່ເມືອງ ອີນທະປັດນະຄອນ ດວ້ຍການເຮັດບູນຊ່ວງເຮືອ ຈົນກາຍມາເປັນ " ຮີດສິບສອງ ຄອງສີບສີ່ " ຈົນເຖິງທຸກວັນນີ້ : ເດືອນສີບສອງມາຮອດແລ້ວ ລົໃວອຍໜາວສັ່ນ ເດືອນນີ້ໜາວສະບັ້ນບໍ່ຄືແທ້ແຕ່ຫຼັງ ໃນເດືອນນີ້ເພີ່ນວ່າໃວ້ໃຫ້ລົງທອດພາຍເຮືອ ຊ່ວຍກັນບູຊາຝູງນາໂຄ ນາຄເນົາໃນພື້ນ ຊື່ວ່າອຸຊຸພະນາໂຄ ເນົາໃນພື້ນແຜ່ນ ສີບຫ້າຕະກູນບອກໃວ້ ບູຊາໃຫ້ສົ່ງສະການ ຈົ່ງທໍາໃຫ້ທຸກບ້ານ ບູຊາມ່ານນາໂຄ ແລ້ວລົງໂມທະນາດອມ ຊື່ນຊົມກັນຫຼີ້ນ ທັງກາງເວັນກາງຄືນ ໃຫ້ຣະງົມກັນເສບ ຈຶ່ງສິສຸກຢູ່ສ້າງ ສະບາຍເນື້ອຢູ່ເຢັນ ຂໍ້ມູນໂດຍ : ສານຈາກມະຣຸກຂະນະຄອນ ຮູບພາບປະກອບໂດຍ : KNK . SPS ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple #ລາວTemple #ປະເທດລາວ #ວັດລາວ #ນີ້ແຫຼະບ້ານຂ້ອຍ

 

ความคิดเห็น