ປະຫວັດຕ່າງໆ

แสดงเพิ่มเติม

ວັດອີນແປງ ມະຫາວິຫາຣ ນະຄອນຫຼວງວຽງຈັນ

 





ພຸດທະສາດສະໜາມີມາໄດ້ 2532 ປີ ວັດອີນແປງ ແມ່ນວັດໜຶ່ງທີ່ສ້າງຂື້ນເພື່ອປະໂຫຍດດ້ານຈິດໃຈຂອງສັງຄົມມະນຸດ ແລະ ເພື່ອເປັນສະຖານທີ່ສັກສິດສໍາລັບໃຫ້ ພຣະສັງຄານຸເຖຣະໄດ້ສຶກສາປະຕິບັດທໍາມະວິໃນສຶບຕໍ່ພຸດທະສາດສະໜາໄວ້ບໍ່ໃຫ້ເສື່ອມສະຫຼາຍ.


ເຫດການອັນສໍາຄັນທາງປະຫວັດສາດຊາດລາວ ຕອນໜຶ່ງທີ່ຄວນອ້າງອີງກໍຄື ຍຸກສະໄໝຂອງພຣະເຈົ້າຟ້າງຸ່ມມະຫາຣາຊ ທີ່ໄດ້ນໍາພຸດທະສາດສະໜາຈາກປະເທດຂະເໜນ ເຂົ້າມາສູ່ປະເທດລາວ ອີກປະການໜຶ່ງເພື່ອຈະໄດ້ເປັນມິ່ງຂວັນອັນມີຄ່າປະເສີດເລີດລໍ້າຂອງພຸດທະສາດສະໜາເຂົ້າມາໄວ້ຍັງຣາຊທານີຂອງລາວ ພຣະອົງໄດ້ຂໍເອົາພຣະບາງອັນເປັນຄໍາແທ້ທັງແທ່ງ ແລະ ເປັນຂອງມິ່ງບ້ານມິ່ງເມືອງຂອງກະສັດຂະເໜນເຂົ້າມາສັກກະຣະບູຊາຢູ່ນະປະເທດລາວ ພໍ່ເຖົ້າກໍໄດ້ພຣະຣາຊທານໃຫ້ລູກເຂີຍຕາມປະສົງ.





ສໍາລັບວັດ ອີນແປງແລ້ວກໍອາດຈະເກີດຂື້ນໃນຊົ່ວໄລຍະຫຼັງຈານນັ້ນຄື ພສ 236 ຈະແມ່ນໃນປີໃດຍັງບໍ່ຈະແຈ້ງ.
ຮອດບ່ອນນີ້ຂໍໄຂຄວາມໄວ້ໜ້ອຍໜຶ່ງ ເພື່ອທວນຄືນເຖິງຂໍ້ມູນຄວາມຈິງພື້ນຖານທີ່ໄດ້ຜູກມັດຮັດຮີງສໍາພັນທະໄມຕຣີອັນແນບແໜ້ນເຖິງຂັ້ນເປັນຄອບຄົວດຽວກັນລະຫວ່າງປະຊາຊົນລາວ ແລະ ຊາວຂະເໜນສອງຊາດອ້າຍນ້ອງ ແລະ ບໍ່ເຄີຍມີບັນຫາຂັດແຍ່ງແຕກແຍກກັນຈັກເທື່ອ ກໍ່ຍ້ອນພຣະເຈົ້າຟ້າງຸ່ມມະຫາຣາຊ ໄດ້ເປັນເຂີຍກະສັດຂະເໜນນັ້ນເອງ.


ຄັນເອົາພຣະບາງມາຮອດວຽງຈັນ ( ເດີມແມ່ນເມືອງວຽງຄໍາ ) ພຣະອົງໄດ້ສ້າງຫໍພຣະບາງອັນສວຍສົດງົດງາມຂື້ນຢູ່ທີ່ ວັດອີນແປງ ແລະ ໄດ້ອັນເຊີນພຣະບາງຂື້ນສະຖິດສະຖຽນ ໄວ້ຍັງຫໍພຣະບາງນີ້ສຶບມາ .





ໃນກາຣະຕໍ່ມາເຖົ້າແກ່ບູຮານຈິ່ງມີ ສໍານວນພາສາໃໝ່ຂື້ນໃຊ້ວ່າ : ຫໍພຣະແກ້ວ ຫໍພຣະບາງ ( ຫໍພຣະແກ້ວສໍາລັບໄວ້ໃສ່ພຣະແກ້ວ ຫໍພຣະບາງໄວ້ໃສ່ພຣະບາງ) ໃນປະຈຸບັນຫໍພຣະບາງດັ່ງກ່າວໄດ້ປ່ຽນຊື່ມາເປັນ ຫໍໄຕຣ ຕັ້ງຢູ່ຂ້າງສິມວັດອີນແປງ ສາເຫດທີ່ປ່ຽນຊື່ມາເປັນຫໍໄຕຣກໍ່ເພາະວ່າບໍ່ມີພຣະບາງຢູ່ໃນນັ້ນແລ້ວ ເພາະໄດ້ອັນເຊີນພຣະບາງຂື້ນໄປໄວ້ຢູ່ນະຄອນຫຼວງພຣະບາງເປັນການຖາວອນ ນັບແຕ່ປີ ພສ 2019 ເປັນຕົ້ນມາ ສ່ວນຫໍພຣະບາງກໍ່ໃຊ້ສໍາລັບເກັບຮັກສາບັນຈຸຄໍາພີພຸດທະສາດສະໜາຊື່ວ່າ ( ພຣະໄຕປີດົກ) ແປດໝຶ່ນສີ່ພັນພຣະທໍາມະຂັນ ຈຶ່ງຮ້ອງຊື່ຫໍພຣະບາງໃໝ່ວ່າ : ຫໍໄຕຣ
ໃນຕໍານານພຣະບາງກ່າວວ່າ ພຣະມະຫາປາສາມັນຕະເຖຣະເຈົ້າ ( ຂະເໜນ ) ພ້ອມກັບຄະນະຣາຊທູດໄດ້ອາຣາດທະນາເອົາພຣະບາງຂື້ນມາຮອດເຂດເມືອງວຽງຄໍາ ພ້ອມກັບຄໍາພີພຣະໄຕຣປີດົກ ໄດ້ທໍາພິທີສະຫຼອງສົມໂພດຢູ່ທີ່ດອນຈັນ ( ຫາດດອນຈັນ ) ຄົບສາມວັນສາມຄືນກ່ອນຈຶ່ງຈະແຫ່ເຂົ້າເມືອງວຽງຄໍາ (ພາຍຫຼັງວຽງຄໍາໄດ້ປ່ຽນຊື່ມາເປັນວຽງຈັນ) ເວລາອັນເຊີນເອົາພຣະບາງຍ້າຍຂື້ນໄປເມືອງ ສີສັດຕະນາກ ຄະນາຫຸດ (ຄາວນັ້ນຍັງບໍ່ທັນຊື່ວ່າເມືອງ ຫຼວງພຣະບາງ) ເກີດເຫດອັນປະຫຼາດຂື້ນຄືຫາມພຣະບາງບໍ່ຂື້ນ ເດີມເຄີຍຫາມ 8 ຄົນໄດ້ ຕື່ມໃສ່ 12 ຄົນ 16-18 ຄົນ ກໍ່ຫາມບໍ່ຂື້ນ.










ບາງຕໍານານກ່າວວ່າ ພະເຈົ້າໄຊຍະຈັກກະພັດ ພສ 1982-2023 ໄດ້ອັນເຊີນພຣະບາງໃສ່ເຮືອທໍຂື້ນໄປ. ພໍຮອດແກ້ງຈັນເຮືອລົ້ມ ພຣະບາງຫາຍໄປແລ້ວສະເດັດມາຢູ່ນະເມືອງວຽງຄໍາເອງ, ບັນດານັກປາດອາຈານພາກັນຈັບສະຫຼາກຫັກໄມ້ໄຕ່ມໍເບີ່ງ ໄດ້ຄວາມວ່າອົງພຣະບາງບໍ່ຍອມໄປ ຈະສະຖິດນະເມືອງວຽງຄໍາ ຈື່ງໄດ້ສ້າງຫໍພຮະບາງຂື້ນໄວ້ທີ່ວັດອີນແປງ.
ການກ່າວເຖິງປະຫວັດສາດຕອນນີ້ ກໍ່ເພື່ອຊີ້ພິສູດວ່າ ວັດອີນແປງໄດ້ສ້າງຂື້ນ ແລະ ມີຢູ່ແລ້ວແຕ່ກ່ອນຍຸກສະໄໝ ຂອງພຣະເຈົ້າຟ້າງຸ່ມ ເຊິ່ງໄດ້ເລີ່ມຕົ້ນແຕ່ປີ ພສ 1896 ຄສ 1352 ແລະ ສີ້ນສຸດລົງໃນ ພສ 1916 ຄສ 1373 ຣາຊການຍາວນານ 21 ປີ ໝາຍຄວາມວ່າວັດອີນແປງໄດ້ກໍາເນີດ ເກີດຂື້ນໃນລະຫວ່າງເວລານັບແຕ່ປີພຸທສັກຣາດ 236 ຮອດພຸທສັກຣາດ 1896 ກ່ອນສະໄໝ
ຣາຊການຂອງພຮະເຈົ້າຟ້າງຸ່ມມະຫາຣາດ.


Cr : EFEO (Ecole française d’Extrême-Orient)

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
#ລາວTemple
#ປະເທດລາວ
#ວັດລາວ
#ນີ້ແຫຼະບ້ານຂ້ອຍ


ความคิดเห็น