ປະຫວັດຕ່າງໆ

แสดงเพิ่มเติม

ຈະມີການສ້ອມແປງ ບູຣະນະຮາງຫົດ ຂອງວັດສີຼພຸທທະບາທ ທາງເພຈນະຄອນຫລວງພຣະບາງ

 



ວັນທີ 26/11/2020 ສາທຸ Sathou Sombath Bouddhasit ໄດ້ບອກວ່າ ຈະມີການສ້ອມແປງ ບູຣະນະຮາງຫົດ ຂອງວັດສີຼພຸທທະບາທ ທາງເພຈນະຄອນຫລວງພຣະບາງ ກໍ່ສຸດທີຈະດີໃຈເປັນທີສຸດ ເພາະ ຮາງຫົດ-ຮາງສົງ ພ້ອມກັບສະພັງ ( ຫໍສົງນ້ຳພຣະ ) ຂອງວັດແຫ່ງນີ້ ເປັນຮາງຫົດ ເປັນສະພັງທີງົດງາມ ເກົ່າແກ່ ແລະມີຄວາມຫມາຍທີເປັນສິຣິມຸງຄົລທີສຸດແຫ່ງຫນຶ່ງຂອງຫລວງພຣະບາງເຮົາ ເຊິ່ງຮາງຫົດແລະສະພັງຫລັງນີ້ ແມ່ນສ້າງຂຶ້ນໃນສະໄຫມຣາຊການຂອງເຈົ້າຈັນທະຣາຊ ໃນຍຸກສະໄຫມສ້າງວັດປ່າຮວກ ເມື່ອປີ ຄສ 1861
( ພຣະ­ເຈົ້າ­ຈັນທະ­ຣະ­ເທບປະ­ພາ­ຄຸນ ຫລືເຈົ້າ­ຈັນທະ­ຣາ­ຊ ເປັນໂອຣົສພຣະ­ຈົ້າມັນ­ທາ­ຕຸຣາ­ຊ )
ກົກເຄົ້າມູນຂອງຄວາມເຊື້ອຄວາມສັດທາຂອງການສ້າງຮ້າງສົງແລະສະພັງຫລັງນີ້ແມ່ນມີຄວາມຫມາຍທີ່ແຝງຢູ່ໃນຫໍສົງ ແລະຮາງສົງ ໃນການລ້າງຊ່ວຍ ສະເດາະເຄາະ ສິ່ງອະປະມຸງຄຸລອອກໄປຈາກຊີວິດ ຄົວຄອບ ຂອງຕົນເອງ ເຊິ່ງຈະມີຮູບສັດຕ່າງໆ ເຊັ່ນ : ຕົວເພິ່ງ ທີ່ກ່ຽວພັນກັບບັນດາສັດຕ່າງໆ ທີ່ເຫັນໃນທຸງຕົວເພິ່ງ ດວງສົມພົງ ກັບສັດຕົວໃດ ໃນທິດໃດ ບັນພະບູຣຸດເພິ່ນເຮັດ ເພິ່ນສ້າງຂຶ້ນມາໂດຍແຝງຄະຕິຄວາມເຊື່ອ ຕ່າງໆຢູ່ດ້ວຍ ໂດຍຈະມີຄຳສັບຊື່ສັດ ແບບບູຮານເອິ້ນກັນດັ່ງນີ້ : 
 













 
1. ໂສພາບ = ສິງ.
2. ແບ່ນໂຕ = ແມວ.
3. ຫວຽນແອນ = ຄຸດ.
4. ໂຊກກວຽນ = ງົວ .
5. ໂງນໂງກ = ຊ້າງ.
6. ຊ້ຳໂກນ = ໜູ.
7. ຫານນ້ຳ = ນາກ .
8. ລາບຟານ = ເສື້ອໂຄ່ງ .
ຫໍສົງແລະຮາງສົງ ແມ່ນສຳລັບເປັນບ່ອນທີ່ນຳພຣະພຸດທະຮູບ ໃຫ້ຜູ້ຄົນໄດ້ມາຫົດສົງນ້ຳພຣະໃນວາຣະດິຖີວັນປີໃຫມ່ລາວ ແລະເປັນສະຖານທີ່ ທີ່ງົດງາມ ມີຄວາມຫມາຍການສ້າງ ການນຳໃຊ້ທີ່ມີຄະຕິທັມ ຄວາມເຊື່ອ ຄວາມສັດທາ ເພື່ອສະລ້າງສິ່ງບໍ່ດີ ສີ່ງອະປະມຸງຄຸນ ໃຫ້ໄປນຳປີເກົ່າ ແລະຍັງມີບັນດາສັດທີ່ເປັນຕົວເພິ່ງ ເຊິ່ງປີໃດຕົກປີທີ່ເປັນສັດທີ່ ກັບທິດກົງກັນຂ້າມ ກໍ່ຈະໄດ້ມີການນຳທຸງຕົວເພິ່ງສັດນັ້ນໆເພື່ອເປັນການຖວາຍສະເດາະເຄາະ ແລະເພິ່ງພາອາໄສສັດນັ້ນໆ ໃຫ້ຄ້ຳຈູນຍູ້ຫນູນດວງຊະຕາໃຫ້ເຂັ້ມແຂງ ແລະຜ່ານຜ່າໄປໄດ້... ( ບັນດາສັດຕ່າງໆ ທັງ 8 ຕົວນີ້ຈະມີໃຫ້ເຫັນໃນຮາງສົງນ້ຳພຣະ ທີ່ເກົ່າແກ່ ແລະງົດງາມທີີສຸດຂອງຫລວງພຣະບາງ ທີ່ວັດສຼີພຸທທະບາດ ) ຄຳກອນຕົວເພິ່ງ 8 ຕົວ ຂອງຄົນບູຮານກ່າວໄວ້ມີດັ່ງນີ້ :
– ຄຸດເນົາຢູ່ເບື້ອງ ຫົນແຫ່ງບູຣະພາ
– ອາຄະເນແມວ ຢູ່ເຟື່ອນແຟງຝັ້ນ
– ທັກສິນກ້ຳ ຣາຊສີແຫນແຫ່
– ບັກເຄົ້າເມົ້າ ນັ່ງເຝົ້າຫໍຣະດີ
– ປັດສິມເມ ນາກກ້ຽວພັນດອນ
– ພະຍັກກ້ຳ ໂຄຈອນໜູຢູ່
– ອຸດອນຊ້າງ ພາຍສານລ້ານເຖື່ອນ
– ເລີ່ອນໆງົວ ແມ່ລານກົ້ມຫຍ້າຝ່າຍອີສານ
ຕາມທີ່ໄດ້ເຫັນມາ ມີແຕ່ຫໍສົງຂອງວັດສີພຸດທະບາດເທົ່ານັ້ນທີ່ມີຮູບຕົວເພິ່ງ 8 ຕົວປະດັບໄວ້ໃນຖານຂອງຫໍສົງນ້ຳພຣະພຸດທະຮູບ
ຂອບໃຈຮູບພາບສ່ວນຫນຶ່ງຈາກສາທຸ : Sathou Sombath Bouddhasit
ຮີບໂຮມຂໍ້ມູນໂດຍ : ນະຄອນຫລວງພຣະບາງ Luangprabang City

ความคิดเห็น