ປະຫວັດຕ່າງໆ

แสดงเพิ่มเติม

ຫໍແຈກວັດບ້ານ ບຶງທະເລ ເມືອງພະລານ ແຂວງ ສະຫວັນນະເຂດ


ບ້ານບຶງທະເລ ເມືອງ ພະລານ ແຂວງ ສະຫວັນນະເຂດ ຫ່າງຈາກດົງເຫັນໄປ 30ກມ ຕາມທາງເລກ9 ມີປ້າຍບອກຂວາມື ເຂົ້າໄປໃນບ້ານອີກ6 ຫຼັກ​ ເປັນທາງດີນແດງທຳມະຊາດ ເດີມເປັນບ້ານສ່ວຍ (ລາວເທິງ) ຕັ້ງຢູ່ຕິດກັບນ້ຳເຊຊຳຊ້ອຍ
ຄວາມໝາຍວ່າ ບ້ານບຶງທະເລ​ ເດີມຊື່ບ້ານບຶງຕະເຣ໊ຍ ແລະ​ ກາຍມາເປັນບຶງທະເລ.​ ການປ່ຽນຊື່ມີຂຶ້ນໃນໄລຍະປົດປ່ອຍຊາດນີ້.



ບຶງຕະເຣ໊ຍ ແມ່ນຊື່ເປັນພາສາສ່ວຍ(ລາວເທິງ) ແປຄວາມ ຄື​ ບຶງ+ຕະເຣ໊ຍ ເປັນ ບຶງທະເລ.​ບ້ານນີ້, ສ້າງມາໄດ້ 350 ປີແລ້ວ ຄັນຊິເວົ້າແນວໜຶ່ງກາວ່າ ບ້ານບວກຄວາຍ ເພາະວ່າ​ບຶງ = ໜອງນ້ຳ,​ຕະເຣ໊ຍ = ຄວາຍ​ ສະນັ້ນຈຶ່ງວ່າ ບຶງຄວາຍແມບນ້ຳ​ກາໄດ້​ ນັ້ນເອງ​ ແຕ່ບໍ່ຮູ້ເຫດຜົນຜູ້ປ່ຽນຊື່ເດີມດ້ວຍເຫດຜົນ ໃດ​ ແຕ່ອາດເປັນເຫດຜົນທາງພາສາ ແລະຄວາມຄ່ອງໂຕໃນດານເອີ້ນຊື່​ ແຕ່ບໍ່ຖືກກັບຄວາມໝາຍເດີມປານໃດ.​


ສ່ວຍ​ ແມ່ນເຜົ່າເດີມທີ່ອາໄສຢູ່ດິນແດນນີ້​ກ່ອນ​ແລະ​ຕໍ່ມາ​ ຊາວຜູ້ໄທຈາກບຶງຊ້າງ-ຊຽງຮົ່ມຍ້າຍຂຶ້ນມາຢູ່ເປັນກຸ່ມໃຫຍ່ ແລະ​ກາຍເປັນບ້ານໃຫຍ່ຂຶ້ນມາອີກ.​
ປັດຈຸບັນບັນຖືວ່າ​ປະຊາກອນຜູ້ໄທຂຍາຍຫຼາຍກວ່າປະຊາກອນສ່ວຍ ມີພໍ່ບ້ານຄົນດຽວກັນ ແຕ່ມີຫໍມະເຫສັກຄົນລະຫໍ.​ ສ່ວຍຢູ່ຝາກວັດເບື້ອງໂຮງຮຽນ​ສ່ວນຫຼາຍ​ ແລະ​ ຍັງທີ 41 ຄຄ.​
ສຳນຽງການເວົ້າຂອງ ປຊ​ ຮຸ່ນໃໝ່ແມ່ນປົນກັນ ແບບຜູ້ໄທປົນສ່ວຍ ສຳນຽງຢາກຄ້າຍຊາວເມືອງພະລານທົ່ວໄປ.
ສ່ວນຫໍແຈກນີ້ສ້າງຂຶ້ນໃນປີ ພສ​ 2460 ຕາ​ການບັນທຶກຢູ່ຂື່ຫໍແຈກ ແລະ ຕາມການໃຫ້ຂໍ້ມູນຂອງແນວໂຮມບ້ານ ຫຼື​ ປະມານ 104 ປີ ຜ່ານມາແລ້ວ


ຂໍຂອບໃຈ ຂໍ້ມູນ ແລະ ຮູບພາບໂດຍ : ທ່ານ Bounpheng Duangmala
 

ความคิดเห็น