ຫໍຫຼັກເມືອງ ທີ່ຄົ້ນພົບຢູ່ ບ້ານເພຍວັດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
ປະຕິທິນບູຮານ
ທີ່ບັນພະບູລຸດລາວເຄີຍນໍາໃຊ້ໃນການກໍານົດເວລາ ແມ່ນຖືເອົາຕາມຄິດໄລ່ທາງໂຫລາສາດ
ຕາມຕໍາແໜ່ງຂອງດວງດາວຕ່າງໆ ທີ່ປະທັບຢູ່ບັນທ້ອງຟ້າໃນເວລານັ້ນໆ
ແຜ່ນຫີນທີ່ຄົ້ນພົບຢູ່ສະຖານທີ່ນີ້ ມີຫຼັກໜື່ງທີ່ຈາລຶກເປັນຮູບດວງຊາຕາສີ
ບົ່ງບອກລືກຍາມຂອງພິທີການອັນສໍາຄັນໃນອະດີດ.
1. ດາວພະເສົາເລກ 7 : ຢູ່ຈຸດ 6 ໂມງ ຮອບວຽນໜື່ງ 30 ປີ
- ດາວພະຫັດ ເລກ5 ຢູ່ຈຸດ 9 ໂມງ ຮອບວຽນໜຶ່ງ 12 ປີ
- 60 ປີ ຈຶ່ງຮອບວຽນໜຶ່ງມາບັນຈົບຈຸດເດີມ(ໝາຍວ່າ 5x12=2x30)
2. ພະອາທິດ ເລກ1 ຢູ່ຈຸດ 2 ໂມງ ໝາຍຄວາມວ່າຢູ່ເຂດພັນຄຸນາແປວ່າເດືອນກຸມພາ
3. ພະຈັນ ເລກ 2 ຢູ່ຈຸດ 10 ໂມງ ແປວ່າ 10ມື້ ຫຼັງຈາກພະຈັນເຕັມດວງ ຫຼື ແຮມ 10 ຄໍ່າ ພະຈັນປີ່ນຮອບກົງກັນຂ້າມກັບເຂັມໂມງ.
4. ດວງຊາຕາ ເມດ ຢູ່ຈຸດ 12 ໂມງ
5. ພະຣາຫຸ ເລກ 8 ມີສູດເກົ່າບູຮານເພື່ອຄິດໄລ່ແຕ່ສູນຫາຍໄປແລ້ວ ແລະ ບໍ່ສາມາດຄົ້ນພົບຄືນ.
6. ທີ່ອ່ານເປັນເລກ 9 ລາວນັ້ນ ທີ່ຈິງແລ້ວແມ່ນໂຕ ລ ຊຶ່ງໝາຍເຖິງໄລຍະໆນີ້ແມ່ນຈຸດຄົບວົງຈອນຂອງດາວນົບພະເຄາະເສັ້ນຂື້ນ ຊຶ່ງຢູ່ທິດຕາເວັນອອກ.
-
ເຊິ່ງພິທີກໍາຄັ້ງນັ້ນ ໄດ້ຈັດຂື້ນໃນມື້ເດືອນສາມແຮມ 10 ຄໍ່າ ປີກຸນ ຫຼື
ປີກັດໃຄ້ ຈຸນລະສັງກາດ 901 ເຊິ່ງກົງກັບ ວັນຈັນ ວັນທີ 16 ກຸມພາ ຄຣິດຕະສັງກາດ
1540 ເມື່ອເບີ່ງຕາມປະຫວັດສາດຂອງອານາຈັກລ້ານຊ້າງແລ້ວ
ເຫັນວ່າໄດ້ມີເຫດການທີ່ສໍາຄັນ ໃນຄັ້ງນັ້ນແມ່ນການຈັດພິທີສະຫຼອງເມືອງວຽງຈັນ
ໃນປີ ຄສ 1540

ຫຼັກເມືອງ ສັນນິຖານວ່າ ເພື່ອເປັນການສະໜອງພະລາຊະໂອງການ ປະຊາຊົນທ້ອງຖິ່ນຕ່າງໆຈຶ່ງເຮັດພິທີສະຫຼອງຫຼັກເມືອງ ແລະ ລົບລ້າງຫໍຜີ ສ້າງສະຖານທີ່ທາງພຸດທະສາດສະໜາຂື້ນແທນ ຈຶ່ງໄດ້ຝັງເສົາຫຼັກເມືອງໄວ້ນະສະຖານທີ່ແຫ່ງນີ້ ແລະ ໄລຍະຕໍ່ໆ ມາ ກໍ່ໄດ້ມີສັດທາຈາກທ້ອງຖິ່ນຕ່າງໆ ທົ່ວປະເທດນໍາເອົາຫີນ ອັນໝາຍເຖິງສັນຍາລັກທີ່ເປັນຕົວແທນຂອງເສົາຫຼັກເມືອງ ທີ່ມາຈາກທ້ອງຖິ່ນຕ່າງໆ ຊື່ງສະແດງເຖິງຄວາມຈົງຮັກພັກດີ ຄວາມປຸ້ມລຸມສາມັກຄີ ມາປະດິດສະຖານໄວ້ຢູ່ຮ່ວມກັນນະສະຖານທີ່ນີ້ ໂດຍລະນຶກເຖິງຈຸດລວມແຫ່ງດີນແດນທີ່ສັກສິດມາຕັ້ງແຕ່ບູຮານນະການ ດວ້ຍເຫດນີ້ ຫີນຫຼັກເມືອງທີ່ຂຸດພົບຢູ່ຄຸ້ມເພຍວັດນີ້ຈິ່ງມີຈໍານວນຫຼາຍ ມີຈໍານວນຫີນເສມາ 473 ຫຼັກ ໃນນີ້ມີຫຼັກໜຶ່ງທີ່ເປັນຫຼັກຖານສໍາຄັນທາງດ້ານປະຫວັດສາດ ຄື ບັນທຶກຄໍາຈາລຶກ ເຊິ່ງລະບຸເຖິງຂອບເຂດຂອງປູຊະນິຍະສະຖານແຫ່ງນີ້ ແລະ ອີກຫຼັກໜຶ່ງມີດວງຊາຕາລາສີ ບັນທຶກລືກຍາມ ທີ່ສາມາດນໍາໄປຄໍານວນວັນເວລາແຫ່ງການຕັ້ງເສົາເສມາເຫຼົ່ານີ້ໄດ້.
* ເຫດການທາງດ້ານປະຫວັດສາດ :
- ຄ ສ 1520 ເຈົ້າໂພທິສາລາດ ຂື້ນຄອງລາຊະບັນລັງ
- ຄ ສ 1525 ເຈົ້າໂພທິສາລາດ ສະເດັດອອກບວດທີ່ວັດວິຊຸນ ມະຫາວິຫາຣ (ມະຫາສີຈັນໂທສັງຄະລາດ ພໍານັກທີ່ວັດວິຊຸນ) ຫຼັງຈາກຈົບການສຶກສາທາງສາດສະໜາແລ້ວ ເຈົ້າໂພທິສາລະລາດ ກໍ່ໄດ້ລາສິກຂະ ແລ້ວກັບຄືນມາບໍລິຫານລາຊະບັນລັງ.
- ຄ ສ 1527 ເຈົ້າໂພທິສາລາດ ຊົງອອກພະລາດຊະອົງການໃຫ້ຍົກເລີກຫໍຜີ ແລະ ສັງໃຫ້ສ້າງສາສະນະສະຖານຕ່າງໆໃນທົ່ວປະເທດ
- ຄ ສ 1533 ເຈົ້າໂພທິສາລາດ ສະເດັດຍ້າຍມາປະທັບຢູ່ນະຄອນຫຼວງວຽງຈັນຢ່າງຖາວອນ.
- ຄ ສ 1539 ເຈົ້າໂພທິສາລາດ ສະເດັດໄປບູລະນະປະຕິສັງຂອນພຣະທາຕຸພຣະນົມ
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple
ความคิดเห็น
แสดงความคิดเห็น