ຮູບແຕ້ມພຣະເວດສັນດອນ ຢູ່ ວັດ ບ້ານບົວທ່າ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ
ວັດນີ້ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 20 ປາຍກິໂລເເມັດ ສິມຫຼັງນີ້ສ້າງຂື້ນໃນລະຫວ່າງ ປີ ຄ ສ 1915-1920 ໂດຍຍາທ່ານ ວັນນາ ເຊິ່ງບວດເປັນພຣະຢູ່ໃນຂະນະນັ້ນ ເພີ່ນມໍລະນະພາບແຕ່ປີ ຄ ສ 1934 ຍາທ່ານ ເພີ່ນໄດ້ບອກເລົ່າໃຫ້ລູກຫຼານໃນບ້ານໃຫ້ຮູ້ວ່າຊ່າງແຕ້ມຮູບໃສ່ຝາສິມນີ້ແມ່ນ ຄົນ ຫວຽດນາມ ທີ່ຫຼົບໜີຝຣັ່ງ ( ໃນສະໄໝລ່າເມືອງຂື້ນ) ແລະ ຍາພໍ່ ຕາແສງ ບ້ານໜອງບົວທ່າ ( ປູ່ຂອງ ທ່ານ ກິແດງ ທໍາມະວົງ ອະດີດຮອງປະທານອົງການຄວບຄຸມຢາເສບຕິດແຫ່ງຊາດ) ໄດ້ຊ່ອຍພາມາເຊື່ອງລີ້ໄວ້ທີ່ບ້ານນີ້ ແລະ ຕໍ່ມາເຫັນວ່າຊາວຫວຽດນາມຄົນນີ້ມີພອນສະຫວັນໃນການແຕ້ມຮູບ ຈິ່ງໄດ້ໃຫ້ແຕ້ມຮູບຕາມການຊີ້ນໍາຂອງພຣະສົງ, ນັກປາດອາຈານທ້ອງຖິ່ນ ທີ່ເຂົ້າໃຈໃນເລື່ອງຂອງ ວັນນະຄະດີຊັ້ນຍອດຂອງລາວທັວສອງເລື່ອງຄື ພຣະເວດສັນດອນ ແລະ ສັງສິນໄຊ
ຮູບແຕ້ມໃນສິມວັດນີ້ແຕ້ມໃສ່ຝາສິມດ້ານເທິງຮອບນອກຍາວໄປຕາມລວງຍາວ ທັງສາມດ້ານ ແລະ ຕາມລວງຕັ້ງຂອງຝາ ກ້ອງຊາຍຄາດ້ານນອກມີຄວາມກວ້າງປະມານ ໜື່ງແມັດປາຍ, ຖ້າເອົາຮູບແຕ້ມທັງໝົດມາໂຮມເຂົ້າກັນຈະມີຄວາມຍາວເຖິງ 25 -30 ແມັດ.
ຮູບແຕ້ມກວ້າງເຕັມຝາກ້ອງຊາຍຄາທີ່ແບ່ງເປັນສອງເຂດ, ເຄີ່ງດ້ານເທິງແມ່ນຮູບເລື່ອງ ພຣະເວດສັນດອນ ແລະເຄິ່ງດ້ານລຸ່ມແມ່ນເລື່ອງ ສັງສິນໄຊ ມີຕົວໜັງສືລາວຂຽນກໍາກັບບອກບັ້ນຕອນຢ່າງຈະເເຈ້ງ
ສັນນິຖານຕາມລັກສະນະການກົດຄໍາທີ່ຍັງບໍ່ທັນໃຊ້ໄມ້ຜັນສຽງ ເອກ ໂທ ຕີ ຈັດຕະວາ ແລະ ໃຊ້ອັກສອນເຟື້ອງຫຼາຍ ກໍ່ເຊື່ອໄດ້ວ່າການປຸກສ້າງແມ່ນກ່ອນຍາພໍ່ທິດພຸ (ສິລະປີນແຫ່ງຊາດ ປີ 2010 ສາຂາຈິດຕະກໍາ) ທີ່ໄດ້ສອນຖ່າຍທອດວິຊາຊ່າງ ແຕ້ມຢູ່ໂຮງຮຽນປາລີ ຂອງ ພຸດທະບັນດິດສະພາຈັນທະບຸຣີ(ຄ ສ 1928 – 1945) ອັນມີ ສົມເດັດເຈົ້າເພັຊຣາດ ເປັນອົງນາຍົກ ແລະ ໄດ້ທໍາການຟື້ນຟູປັບປຸງການຂຽນອັກສອນລາວ ຕື່ມອັກສອນໄມ້ຜັນສຽງ ແລະ ອື່ນໆ ເຂົ້າໃສ່ລະບົບຫຼັກການໄວຍາກອນລາວ.
ເຖິງວ່າການແຕ້ມຮູບ ເປັນສີມືຂອງນາຍຊ່າງຫວຽດນາມ ແຕ່ຫາກດໍາເນີນການພາຍໃຕ້ການຊີ້ນໍາ ຂອງຄູບາອາຈານຈາກທ້ອງຖິ່ນ ຜູ້ກໍາໄດ້ເນື້ອເລື່ອງຂອງວັນນະຄະດີທັງສອງເລື່ອງຢ່າງເລີກເຊິ່ງ.
ຂໍ້ມູນ ແລະ ຮູບພາບຈາກ : ໜັງສືເທດເຣຶ່ອງ ເວດສັນຕຣະຊາດົກ (ສະບັບ ຣິຈນາໂດຍ ມະຫາສີລາ ວິຣະວົງສ໌ ພ.ສ 2504 ຄ.ສ 1961




















ความคิดเห็น
แสดงความคิดเห็น