ວັດສີສະຫວັນເທວະໂລກ (ວັດສັງຄະໂລກ)
ຕັ້ງຢູ່ທາງທິດໃຕ້ຂອງເມືອງຫຼວງພະບາງ ສ້າງຂຶ້ນເມື່ອປີ ພ.ສ.2070 (ຄ.ສ.1527) ໃນສະໄໝຂອງພຣະເຈົ້າໂພທິສາຣຣາຊ ວັດນີ້ມີຄວາມສຳຄັນຕໍ່ປະຫວັດສາດຂອງອານາຈັກລ້ານຊ້າງ ເພາະທີ່ນີ້ແຕ່ກ່ອນເປັນທີ່ຕັ້ງຂອງຫໍໄຫວ້ຜີຟ້າຜີແຖນ ເຊິ່ງທຸກສາມປີ ເຈົ້າຜູ້ປົກຄອງທຸກຫົວເມືອງໃນອານາຈັກລ້ານຊ້າງຈະຕ້ອງມາເຮັດພິທີໄຫວ້ຜີຟ້າຜີແຖນທີ່ນີ້ ອັນເປັນປະເພນີຄວາມເຊື່ອຂອງຄົນລາວມາແຕ່ດັ້ງເດີມ ມີຢູ່ໃນຄຳໂອວາດຂອງພຣະເຈົ້າຟ້າງຸ່ມຕອນໜຶ່ງວ່າ
Cr : Louis Finot 1930
”ສາມປີໃດ ຈົ່ງໃຫ້ຕູເຈົ້າທັງຫຼາຍຂຶ້ນເພື່ອໄຫວ້ເຮົາ
ເມື່ອເຖິງຊຽງດົງຊຽງທອງນັ້ນແລ້ວ ເຮົາຈັກໄດ້ບູຊາແຖນຟ້າດິນ, ທັງແຖນຄົນ, ແຖນສັ່ງແຕ່ງ, ແຖນເທືອກ, ທັງເຖົ້າເຍີ, ເຖົ້າໄລ່, ແມ່ຍ່າງ່າມ, ແມ່ມົດ, ທັງເທວະດາຮັກສາຜາຕິ່ງແລະສົບອູ…”
ຫຼັງຈາກພຣະເຈົ້າວິຊຸນນະຣາຊສµນພຣະຊົນໃນປີ
ພ.ສ.2063 ຄ.ສ.1520 (ອ້າງຈາກພົງສາວະດານຂຽນໂດຍມະຫາສີລາ ວີຣະວົງ)
ເສນາອຳມາດທັງຫຼາຍຈິ່ງໄດ້ອະພິເສກພຣະເຈົ້າໂພທິສາຣຣາຊຂຶ້ນເປັນພຣະເຈົ້າແຜ່ນດິນປົກຄອງອານາຈັກລ້ານຊ້າງ
ພຣະອົງມີຄວາມເຫຼື້ອມໃສໃນພຣະພຸດທະສາສະໜາເປັນຢ່າງຍິ່ງ
ຈິ່ງໄດ້ສັ່ງໃຫ້ປ່ຽນສະຖານທີ່ໄຫວ້ຜີຟ້າຜີແຖນແລະຫໍຜີອື່ນ ໆ
ມາເປັນສາສະໜາສະຖານໃນພຣະພຸດທະສາສະໜາ ແລະແຫ່ງທີ່ສຳຄັນທີ່ສຸດຄືວັດສັງຄະໂລກ
ເຊິ່ງເປັນສະຖານທີ່ໄຫວ້ຜີຟ້າຜີແຖນໃຫຍ່ປະຈຳເມືອງຊຽງດົງຊຽງທອງ
ວັດນີ້ຈິ່ງເປັນວັດທີ່ສຳຄັນໃນການເຜີຍແຜ່ພຣະພຸດທະສາສະໜາ ສະໄໝຕໍ່ມາ ການໄຫວ້ແລະການບູຊາຜີຕ່າງໆ
ຈິ່ງຄ່ອຍໆລົດນ້ອຍລົງ ປະຊາຊົນໄດ້ຫັນມານັບຖືພຣະພຸດທະສາສະໜາມາຈົນເຖິງປະຈຸບັນ
(ຂໍ້ມູນຂອງວັດນີ້ ໄດ້ຄັດມາຈາກໜັງສື ”ຊື່ນຊົມສະຖາປັດ
ວັດໃນຫຼວງພະບາງ ຂຽນໂດຍ ວໍຣະລັນ ບຸນຍະສຸຣັດ” ພາສາໄທ
ພິມເມື່ອປີ ພ.ສ.2547)
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple



ความคิดเห็น
แสดงความคิดเห็น