ປະຫວັດຕ່າງໆ

แสดงเพิ่มเติม

ທ່ານຮູ້ບໍວ່າໃນເມື່ອກ່ອນຂ້າງ ພຣະທາຕຸດໍາຈະມີພຣະພູດທະຮູບອົງໜຶ່ງ

 ທ່ານຮູ້ບໍວ່າໃນເມື່ອກ່ອນຂ້າງ ພຣະທາຕຸດໍາຈະມີພຣະພູດທະຮູບອົງໜຶ່ງ



ປະຈຸບັນແມ່ນຢູ່ວັດທາຕຸຝຸ່ນ ພຣະພຸທທະຮູບປາງຢືນຫ້າມຍາດ ເນື້ອທອງສຳຣິດ ທີ່ເຄີຍປະດິດສະຖານຢູ່ຂ້າງພຣະທາຕຸດຳ ນະຄອນຫລວງວຽງຈັນ ມາແຕ່ອະດິດ ແລະ ເຄີຍເຫັນໃນຍຸກປີ ຄສ 1930


ປະຫວັດພຣະທາດດຳ ຕອນສະໄໝຝຣັ່ງມາປົກຄອງຮອດປະຈຸບັນ ທາດດຳ ເປັນໄລຍະເວລາຫຼາຍສິບປີແລ້ວເປັນສີດຳຢູ່ຢ່າງນັ້ນ, ບໍ່ມີໃຜໄປປົວໄປແປງ ບໍ່ມີໃຜທາສີ ຄົນລາວສ່ວນໜຶ່ງກັບມາຈາກໄທ ເພື່ອມາສ້າງວຽງຈັນ ກໍບໍ່ໄດ້ທຳການກໍ່ສ້າງ ແລະ ບູລະນະສ້ອມແປງ ເພາະເປັນທີ່ດິນຂອງຄົນຝຣັ່ງ ຊືບັກໂຕໂລນີ(ຖະໜົນເສັ້ນນັ້ນຈຶ່ງມີຊື່ນັ້ນ) ພາຍລຸນມາຝຣັ່ງກໍຂາຍທີ່ດິນນັ້ນໃຫ້ສະຖານທູດອາເມຣີກາ ແຕ່ຄົນລາວຂະນະນັ້ນ ຂໍຮ້ອງບໍ່ໃຫ້ຂາຍດິນທີ່ເປັນສ່ວນພຣະທາດໃຫ້ແກ່ອາເມຣິກາ ທາດດຳຫນຶ່ງຢູ່ໃນເຂດສາທາລະນະ ຢ່າງໃດກໍຕາມເປັນເວລາຫຼາຍກວ່າຮ້ອຍປີ ທີ່ບໍ່ມີການບັນທຶກໄວ້ກ່ຽວກັບພຣະທາດດຳນັ້ນ ຄົນທັງຫຼາຍເຫັນວ່າມີສີດຳ ກໍພາກັນຮຽກທາດດຳມາຮອດບັດນີ້ ທີ່ຈຶງແລ້ວທາດດຳ ແລະ ບໍລິເວນໂດຍຮອບແຕ່ຖະໜົນລ້ານຊ້າງ ຖະໜົນເສດຖາ ແລະ ຫ້ອງການຕຳຫຼວດທາດດຳ ແລະ ສະຖານທູດອາເມຣິກາລ້ວນແຕ່ແມ່ນບໍລິເວນວັດ ທີ່ມີຊື່ວ່າ "ວັດພຣະຣາດຊະນັດດາ" ທີ່ພຣະເຈົ້າໄຊເຊດຖາທິຣາຊ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ, ຂໍ້ທີ່ບັນດາທ່ານທີ່ຢູໃນບໍຣິເວນນັ້ນຄວນຄຳນືງຄື ຫາກມີວັດຕ້ອງມີສີມ ສິມສ່ວນໃຫຍ່ມັກຈະສ້າງໄວ້ດ້ານຂ້າງ ແລະດ້ານຫຼັງຂອງສິມ ສະນັ້ນການປຸກເຮືອນຫຼືສ້າງອາຄານຄວນລະວັງ ຢ່າງໃຫ້ກວມສີມ ທິດໃດທີ່ຄວນຈະເປັນທີຕັ້ງຂອງສີນັ້ນ ຄື ໑ ທິດຕາເວັນອອກ ເພາະການສ້າງສິມມັກປິ່ນໜ້າໄປຕາເວັນອອກ ເໝືອນວັດເພັຍວັດ, ວັດຊຽງຍືນ, ວັນອົງຕື້, ອິນແປງ, ວັດມີໄຊ ແລະ ວັດຊຽງຍືນ ຫາກເປັນເຊັ່ນນັ້ນສີມ ກໍຄວນຢູ່ຂ້າງທາດດຳໄປທາງຖະໜົນລ້ານຊ້າງ ເພາະທາດ ຫຼື ພຣະທາດຈະຢູ່ດ້ານຫຼັງຂອງສີມສະເໝີ ຫຼືບໍດັ່ງນັ້ນສີກໍຈະປີ່ນໜ້າລົງນ້ຳຂອງ ເຊັ່ນວັດສີສະເກດ ວັດທາດຫຼວງໃຕ້, ວັດທາດຫຼວງເໜືອ ແລະ ວັດໂພນໄຊ, ດຽວນີ້ບໍ່ມີໃຜເອົາໃຈມໃສ່ເບິ່ງແຍງ ຖ້າເປັນເຊັ່ນນັ້ນ ກໍບໍ່ເຫິງດອກພຣະທາດແຫ່ງຈະເພພັງລົງ(ເພາະບໍ່ມີຫຍັງໝັ້ນຄົງເລີຍແມ່ນແຕ່ຢ່າງໜຶ່ງ)ເວົ້າເຖິງທາດດຳ ກໍບໍ່ເວັ້ນທີ່ຈະກ່າວເຖິງທາດຂາວ. ທາດຂາວນັ້ນກໍຢູ່ວັດທາດຂາວນັ້ນແລ ແຕ່ບໍ່ໄດ້ມີການທາສີ ກໍກາຍເປັນສີດຳໄປແລ້ວດີແຕ່ມີການຮຽກວາທາດຂາວມາກ່ອນ ເຖິງວ່າດຳກໍຮຽກວ່າຂາວມາຮອດບັດນີ້. (ຖ້າໃຜມີຂໍ້ມູນທາດດຳຕັ້ງແຕ່ການສ້າງແລະປະຫວັດຝຣັ່ງເຂົ້າມາປົກຄອງ ກະລຸນາປະກອບສ່ວນ ເພື່ອສ້າງເປັນຂໍ້ມູນໃຫ້ປະຫວັດພຣະທາດນີ້ ບໍ່ໃຫ້ດຳຄືຊື່ນີ້ ແດ່ເດີ )



 



ความคิดเห็น