ປະຫວັດຕ່າງໆ

แสดงเพิ่มเติม

ວັດສົບ ແຂວງ ຫຼວງພຣະບາງ

 

ວັດສົບ ແຂວງ ຫຼວງພຣະບາງ

ທ້າວແທ່ນຄຳ ຫຼື ແທ່ງຄຳ ພຼະຣາຊະໂອຣົສພຼະເຈົ້າຈັກກະພັດແຜ່ນແຜ້ວຕີກອງທັບແກວແຕກ ພ່າຍໜີພົ້ນເຂດປະເທດລ້ານຊ້າງແລ້ວ ພຼະຣາຊຊະບິດາທີ່ສະເດັດໜີເສີກແກວ ໄປຢູ່ເມືອງຊຽງຄານເລີຍສະຫັວນນາຄົດ ປີກົດໃຈ້ ຈ. ສ. 842 (ຄ.ສ.1480, ພ.ສ.2023) ເມື່ອໄດ້ຖວາຍພຣະເພີງພຣະບໍຣົມ ສົບ ພຣະຣາຊຊະບິດາແລ້ວ ຊົງສ້າງວັດຫຼັງ 1 ແລະ ພຼະເຈດີອົງ 1 ບັນຈຸພຼະບໍຣົມອັດຖິຂອງພຣະຊານົກ ວັດນັ້ນມີນາມວ່າວັດສົບຊຽງຄານ.

ປີຮ້ວງເປົ້າ ຈ.ສ. 843 (ຄ.ສ.1481 ພ.ສ.2024) ອົບພຣະຍົບຣາຊະວົງ ແລະ ຣາສະດອນຂຶ້ນມາເມືອງລ້ານຊ້າງ ສະມະນະພຼາມມະນາຈານເສນາພິທາມາດຣາຊຊະບັນດິດທັງປວງ ພ້ອມກັນຣາຊາພິເສກຂຶ້ນສະເຫວີຍຣາຊຊະສົມບັດເປັນພຼະເຈົ້າລ້ານຊ້າງຮົ່ມຂາວ. ຖວາຍພຼະນາມວ່າ ພຼະເຈົ້າສຸວັນນະບັນລັງ ຈັກກະພັດພູມິນສຸຣີນທາທິຣາຊ.

ປີຮັບໃສ້ ຈ.ສ. 847 (ຄ.ສ.1485, ພ.ສ.2028) ທຼົງສ້າງວັດອີກຫຼັງ 1 ເປັນອານຸສາວະລີພຼະຣາຊະບິດາວັດນີ້ມີນາມວ່າ ວັດສົບຊຽງທອງ ຢູ່ເໜືອວັດແສນ .
ພຼະເຈົ້າສຸວັນນະບັນລັງ ຄອງຣາຊຊະສົມບັດ 6 ປີ ພຼະຊົນມາຍຸ 41 ປີ ສະຫວັນນະຄົດປີຮວາຍສງ້າ ຈ.ສ.848 (ຄ.ສ.1486, ພ.ສ.2029) ທີ່ໂຮງຊຽງທອງ.

ວັດເກົ່າຊຳຣຸດຊຸດໂຊມຮ່ວງໂຮຍ ພຣະພົຼມມາ ພົຼມທາດາ ເຈົ້າອາວາດອົງລ່ວງລັບກັບພຣະດີສັງຂະຊາດີສປັນຍາ ສົມພານເຈົ້າວັດແສນອົງລາໂລກເປັນກົກເປັນເຄົ້າເປັນເຈົ້າມູນລະສັດທາ ພ້ອມດ້ວຍສານຸສິດ ແລະໄທບ້ານວັດສົບປະຕິສັງຂອນບູຣະນະສ້າງຂຶ້ນໃໝ່ແທນທີ່ ເມື່ອປີກັດເຮົ້າ ຈ.ສ. 1271 (ຄ.ສ.1909, ພ.ສ.2452) ແຕ່ປະເພນີຄົບງັນວັດຮັກສາພຼະພຸດທະຮູບລົງສົງເດືອນ 5 ນັ້ນ ປະສົບໄພແຕກໄປແລ້ວ ຂໍໃຫ້ເຈົ້າອະທິການແລະສານຸສິດ ກັບໄທບ້ານວັດສົບ ຈົ່ງປະສົບແຕ່ຄວາມສຸກກາຍສະບາຍໃຈ ຢູ່ໃນສີນໃນທັມຕໍ່ໄປຕະຫຼອດຊົ່ວກາລະນາເທີ້ນ.

Cr : Louis Finot 1930

ความคิดเห็น