ປະຫວັດຕ່າງໆ

แสดงเพิ่มเติม

ພຣະເຈົ້າອົງຕື້ ເມືອງແກ້ວກູ່ປະເຊໄຊ, ສິລະປະພວນລ້ອງນໍ້າງື່ມ, ບ້ານຖິ່ນແກ້ວ ເມືອງແກ້ວອຸດົມ ແຂວງວຽງຈັນ

ພຣະເຈົ້າອົງຕື້ ເມືອງແກ້ວກູ່ປະເຊໄຊ, ສິລະປະພວນລ້ອງນໍ້າງື່ມ, ບ້ານຖິ່ນແກ້ວ ເມືອງແກ້ວອຸດົມ ແຂວງວຽງຈັນ
ພຣະເຈົ້າອົງຕື້ ວັດລັດທິວັນ ມະຫາວິຫາຣ (ວັດສວນຕານ) ຫຼໍ່ດ້ວຍທອງສຳຣິດ ມີສີດຳສະໜິດຄືນິນ ດັ່ງທີ່ເຫັນໃນຮູບນີ້ ເຖິງແມ່ນວ່າຈະຂັດລ້າງປານໃດກໍ່ຕາມ ສີຂອງເພີ່ນຈະດຳຄືນິນແບບນີ້
ປະຫວັດການສ້າງ ບໍ່ມີບ່ອນອ້າງອີງຈະແຈ້ງ ເພາະສິລາຈາຣຶກຂອງວັດຖືກທຳລາຍ ສະໄໝເສິກຫໍ້, ອີງຕາມເຖົ້າເກົ່າເລົ່າສືບໆກັນມາວ່າ:


I . ພູມປະເທດ: ສະໄໝເມືອງວຽງຈັນ ບໍ່ທັນເປັນຣາຊທານີ, ເມືອງວຽງຄຳ ເປັນເມືອງທີ່ເຂັ້ມແຂງ ແລະ ຮຸ່ງເຮືອງໃນລ້ອງງື່ມ (ໄທທົ່ງ ແຂວງວຽງຈັນ) ມີເມືອງຮອງຫຼືເມືອງອຸປະຮາດຢູ່ 2 ເມືອງຄື : ເມືອງທອງ (ບ້ານຫຼິງຊັນ) ຕັ້ງຢູ່ແຄມນໍ້າງື່ມທາງທິດໃຕ້ ແລະ ເມືອງແກ້ວກູ່ປະເຊໄຊ (ບ້ານຖິ່ນແກ້ວ) ຕັ້ງຢູ່ບ່ອນແມ່ນໍ້າສອງສາຍ ຄື: ນໍ້າງື່ມ ແລະ ນໍ້າລີກ ໄຫຼມາຄົບກັນ ແລະ ມີຊາຍແດນຕິດຈອດກັບ ເຂດຂອງເມືອງພວນ ບ່ອນເວີນກູ່ ຫົວພູຊົນກັນ (ບ່ອນສ້າງເຂື່ອນນໍ້າງື່ມ1) ບ້ານຖິ່ນແກ້ວ ທີ່ຕັ້ງຢູ່ຝັ່ງຕາເວັນອອກຂອງນໍ້າງື່ມ (ບ້ານແສງສະຫວ່າງ ໃນປັດຈຸບັນນີ້) ທີ່ໄດ້ສະຖາປະນາຂື້ນເປັນ ເມືອງແກ້ວກູ່ປະເຊໄຊ , ໃນຕົວເມືອງແກ້ວກູ່ປະເຊໄຊ ມີວັດຢູ່ 5 ວັດ ເຊິ່ງຈະລຽງລຳດັບແຕ່ເໜືອຫາໃຕ້ ຄື :
1. ວັດລັດທິວັນ ມະຫາວິຫາຣ ຫຼື ວັດສວນຕານ (ວັດອົງຕື້ ໃນປັດຈຸບັນ)
2. ວັດມະຫາທາດ ເຈຕິຍາຣາມ (ວັດທາດ)
3. ວັດໂອກາດ ສີວິຣາຊບຸນເຮືອງ ຫຼື ວັດກາງ (ວັດພຣະເຈົ້າໂອກາດສັກສິດ ໃນປັດຈຸບັນ)
4. ວັດຖິ່ນແກ້ວ ແກ້ວກູ່ປະເຊໄຊຍາຣາມ
5. ວັດສິລາ ເທວາສະຖິຕາຣາມ


II. ປະຫວັດການສ້າງ ພຣະເຈົ້າອົງຕື້ ວັດສວນຕານ
ອີງຕາມຄຳເຖົ້າເກົ່າ ເລົ່າສືບໆກັນມາວ່າ: ເມື່ອພຣະເຈົ້າໄຊຍະເຊດຖາທິຣາຊ ໄດ້ສະຖາປະນາເມືອງວຽງຈັນ ເປັນຣາຊທານີແລ້ວ ສ່ວນເມືອງວຽງຄຳໄຜ່ລ້ອມ ກໍ່ມີຖານະເປັນເມືອງອຸປະຮາດ ຫຼື ເມືອງຮອງ ຂອງເມືອງວຽງຈັນ, ພຣະເຈົ້າໄຊຍະເຊດຖາທິຣາຊ ໄດ້ສະເດັດປະພາດ ເມືອງວຽງຄຳ... ແລະ ເພື່ອອຸປະຖຳພົກ ຍໍຍົກພຣະພຸດທະສາສະໜາ ໄດ້ສະຖາປະນາ ພຣະມະຫາສີລະ... ຂື້ນເປັນພຣະສັງຄະຣາຊ ພ້ອມມອບເວນ ເຂດນໍ້າ ແດນດິນ... ໃຫ້ສອນສິລ-ສອນທັມ ( ປີໃດບໍ່ຊາບ ແຕ່ມີໃນຈາຣຶກຂອງ ວັດຫຼວງເມືອງວຽງຄຳ ຫຼື ວັດພຣະບາງ ໃຫ້ໄປຄົ້ນຄວ້າໃນນັ້ນ) ຫຼັງຈາກນັ້ນ ພຣະອົງໄດ້ສະເດັດໄປ ເມືອງແກ້ວກູ່ປະເຊໄຊ (ບ້ານຖິ່ນແກ້ວ) ເຫັນວ່າໄພ່ຟ້າຂ້າແຜ່ນດິນ ມີຄວາມເຄົາຣົບນັບຖື ພຣະພຸດທະສາສະໜາ ແລະ ມີພຣະເຈົ້າໂອກາດສັກສິດ ວັດກາງ ເປັນສັນຍາລັກແຫ່ງການຂາບໄຫວ້ບູຊາສູງສຸດ...
ພຣະອົງຈຶ່ງຊົງປາຣົບກັບເຈົ້າພຣະຍາ ເມືອງແກ້ວກູ່ປະເຊໄຊ ໃຫ້ສ້າງພຣະເຈົ້າອົງຕື້ຂື້ນ ທີ່ວັດສວນຕານ (ເປັນປ່າຂອງຕົ້ນຕານ) ເຊິ່ງເປັນວັດເໜືອສຸດ ແລະ ທັງເປັນວັດປາກນໍ້າ ຄືນໍ້າລີກໄຫຼມາປ່ອງໃສ່ນໍ້າງື່ມ ເຊິ່ງມີພູມິທັດ ທີ່ງົດງາມ ເປັນທີ່ສະບາຍອາຣົມຂອງທຸກຄົນທີ່ໄດ້ໄປຮອດ,
ເພື່ອໃຫ້ເປັນຄູ່ບາລະມີກັບພຣະເຈົ້າໂອກາດສັກສິດ ແລະ ເພື່ອຮ່ວມສ້າງໂພທິສົມພານນຳພຣະອົງທີ່ໄດ້ສ້າງພຣະເຈົ້າອົງຕື້ຂື້ນແລ້ວ ທີ່ວັດສີພູມ ແຫ່ງກຣຸງສີສັຕຕະນາຄະນະຫຸດ ວຽງຈັນ.


ພຣະຍາຜູ້ປົກຄອງ ເມືອງແກ້ວກູ່ປະເຊໄຊ ໄດ້ນມົນິ ມະຫາເຖຣະເຈົ້າ (ຍາທ່ານໃຫຍ່) ທີ່ສະຖິດ ວັດສວນຕານ ເຕົ້າໂຮມພຣະສົງສາມະເນນ ຍາດໂຍມໃນຂົງເຂດ ແກ້ວກູ່ປະເຊໄຊ ເຕົ້າໂຮມ ທອງ ເງິນ ຄຳ ແລະ ໂລຫະຕ່າງໆ ແລ້ວໄດ້ຫຼໍ່ພຣະເຈົ້າອົງຕື້ນີ້ຂຶ້ນ ສະຖານທີ່ຫຼໍ່ ຢູ່ໃນວັດແຄມນໍ້າງື່ມ ຖັດຈາກບ່ອນປະດິດສະຖານລົງໄປທາງທິດໃຕ້.
ເວລາຜ່ານມາ ສີ່ຮ້ອຍກວ່າປີ ມີທັງຈະເຣີນຮຸ່ງເຮືອງ ແລະ ເສື່ອມໂຊມ ບ້ານເມືອງ ວັດວາອາຣາມ ຖືກປະຮ້າງ ຫຼາຍບັ້ນຫຼາຍຕອນ ດັ່ງຄຳເຖົ້າເກົ່າເລົ່າສືບກັນມາວ່າມີທັງ= ຕາຍຫ່າ ຫໍ້ໄລ່ ໄທກວາດ ເປັນຕົ້ນ ແລະມີກາບກອນທີ່ເລົ່າສືບໆກັນມາວ່າ : ໝົກປາແດກ ໄປແລກບັ້ງຊໍ ອ້າຍບ່າວປໍລໍ ມັກສາວຖິ່ນແກ້ວ ວັດບໍ່ແລ້ວ ແມ່ນວັດໂພນທາ ຫີນຊາວວາ ໝາເຫົ່າເຕົ່າ ນາເຫຼົ່າໂພນໝີ ນຳທາງໜີ ໂພນຊອງໄປທ່າ ນໍ້າທ່າກວ້າງວັງໃຫຍ່ຊານແມ່ນ ວັດບໍ່ແປນແມ່ນວັດທາດ ວັດບໍ່ອາດ ແມ່ນວັດສີລາ ສວນຕານເຮີຍ ທະຫານລຸກແລ້ວ ວັດຖິ່ນແກ້ວ ໄຟໄໝ້ວຸ່ນວາຍ ເສັຍດາຍເດໂຮງສິມສ້າງ ພອກນໍ້າກ້ຽງປະສົງໃສ່ຄຳປິວ ເສັຍດາຍເດ...
* ຖ້າຜິດພາດ ດ້ວຍປະການໃດໆ ຂໍສົມມາ ອະໄພນຳຫຼາຍໆ ເທົ່າທີ່ເກັບກຳມາ ບັ້ນຕົ້ນໄດ້ທໍ່ນີ້ ໂອກາດໜ້າຈະຂຽນປັ້ນປາຍຕໍ່ຕື່ມອີກ
ຂໍຂອບໃຈຂໍ້ມູນຈາກ ພຣະອາຈາຣຍ໌ ບຸນທະວີ ປະສິດທິສັກ

ความคิดเห็น