ປະຫວັດຕ່າງໆ

แสดงเพิ่มเติม

ຊີວະປະຫວັດຂອງເຈົ້າສຸຣິຍະວົງສາທຳມິກະລາດ

ຊີວະປະຫວັດຂອງເຈົ້າສຸຣິຍະວົງສາທຳມິກະລາດ
​ເຈົ້າສຸຣິຍະວົງສາທຳມິກະຣາດ ມີຊື່ເດີມວ່າ ສຸຣິຍະກຸມານ ເປັນໂອຣົດຂອງເຈົ້າວໍຣະວົງສາ ເກີດເມື່ອປີ ຄສ.1613 ມີພີ່ນ້ອງຄື ພະອຸປະຍຸວໍຣາຊະ ພະໝ່ອມແກ້ວ (ຕ່ອນຄຳ) ພະໝ່ອມໄຊ (ເຈົ້າວິໄຊ) ເຈົ້າຊົມພູ ເຈົ້າບຸນຊູ ເຈົ້າປຸ ເຈົ້າຊ້ອຍ ແລະເຈົ້າສຸຣິຍະກຸມານ.
ໃນໄລຍະທີ່ບ້ານເມືອງຫຍຸ້ງຍາດສັບສົນ ບັນດາສັກດິນາແຍ້ງຊິງອຳນາດ ເຈົ້າສຸຣິຍະກຸມານໄດ້ພາເສນາອາມາດ ແລະປະຊາຊົນທີ່ເປັນພັກພວກຂອງຕົນໜີເຂົ້າໄປຢູ່ໃນປ່າເຂດພູເຂົາຄວາຍ ເມື່ອເຖິງປີ ຄສ.1638 ພາຍຫຼັງທີ່ພະໝ່ອມແກ້ວໄດ້ສິ້ນພະຊົນແລ້ວ ເຈົ້າສຸຣິຍະກຸມານພ້ອມດ້ວຍພັກພວກ 509 ຄົນ ເຂົ້າມາຢຶດນະຄອນວຽງຈັນ ແລະດຳເນີນການປາບປາມເຈົ້າໜ້າທີ່ສັກດິນາທີ່ເປັນປໍລະປັກຕໍ່ຊາດ ປະຊາຊົນທັງຫຼາຍໄດ້ຂະໜານນາມວ່າ “ພະເຈົ້າສຸຣິຍະໄຊຍະເຊດຖາທິຣາຊະວົງສາທຳມິກະຣາດ” ຫຼື ເອີ້ນວ່າ “ເຈົ້າອົງຫຼວງ”.
 
                            ປາງຄຳ ນັກກະວີເອກແຫ່ງຍຸກເຈົ້າສຸຣິຍະວົງສາທຳມິກະຣາດ
 
 
​ເຈົ້າສຸຣິຍະວົງສາ ເມື່ອທຳການປາບປາມສັດຕູໄດ້ໝົດແລ້ວ ກໍໄດ້ປົກຄອງບ້ານເມືອງຈົນເປັນປົກະຕິສຸກ ແລະມີໂອກາດໄດ້ສ້າງອານາຈັກໃຫ້ຈະເລີນຮຸ່ງເຮືອງ ແລະເຂັ້ມແຂງທັງດ້ານການປົກຄອງ ເສດຖະກິດ ແລະວັດທະນະທຳ ແລະກັບຕ່າງປະເທດກໍໄດ້ດຳເນີນນະໂຍບາຍເປັນມິດທຸກປະເທດ ເຮັດໃຫ້ອານາຈັກລາວລ້ານຊ້າງມີຊື່ສຽງທາງດ້ານການທະຫານ ແລະການປົກປັກຮັກສາອານາຈັກ.
​ເຈົ້າສຸຣິຍະວົງສາທຳມິກະຣາດ ມີຣາຊະບຸດ ແລະຣາຊະທິດາ 3 ຄົນຄື ເຈົ້າຣາຊະບຸດ ເຈົ້ານາງກຸມມາລີ ແລະເຈົ້ານາງສຸມັງຄະລາ ສະໄໝເຈົ້າສຸຣິຍະວົງສາທຳມິກະຣາດນັ້ນ ພວກຫໍ້ຢູ່ທາງພາກໃຕ້ຂອງຈີນໄດ້ເຄື່ອນລົງມາຕີເມືອງຊຽງຮຸ່ງ ແຄວ້ນສິບສອງພັນນາລື້ ເຈົ້າອິນທະກຸມານເຈົ້າເມືອງຊຽງຮຸ່ງໄດ້ພານ້ອງສາວຊື່ ນາງຈັນທະກຸມາລີ ໜີລົງມາເພິ່ງໂພທິສົມພານຂອງເຈົ້າສຸຣິຍະວົງສາທຳມິກະຣາດທີ່ນະຄອນວຽງຈັນ ຕໍ່ມາເຈົ້າຣາຊະບຸດໄດ້ອະພິເສກສົມລົດກັນນາງຈັນທະກຸມາລີ ມີບຸດ 2 ຄົນ ເຈົ້າກິ່ງກິດສະລາດ ແລະເຈົ້າອິນທະໂສມ ສ່ວນເຈົ້າອິນທະກຸມານໄດ້ສົມລົດກັບນາງກໍ່າມີລູກຊາຍຊື່ວ່າ ເຈົ້າໝ່ອມນ້ອຍ ຫຼື ເຈົ້າອົງນ້ອຍຕໍ່ມາ ພາຍຫຼັງໄດ້ເອີ້ນວ່າ ເຈົ້າອົງນົກ ເພາະມີນິໄສມັກຕໍ່ນົກ.
 
 


                                            ບັ້ງຈຸ້ມສະໄຫມເຈົ້າສຸຣິຍະວົງສາທຳມິກະຣາດ
 
 
​ຕໍ່ມາພາຍຫຼັງ ເຈົ້າຣາຊະບຸດໂອລົດຂອງເຈົ້າສຸຣິຍະວົງສາທຳມິກະຣາດໄດ້ທຳຜິດຕໍ່ພັນລະຍາຂອງທ້າວໂກ້ ເຊິ່ງເປັນມະຫາດເລັກຂອງພະຣາຊະບິດາ ທ້າວໂກ້ໄດ້ຟ້ອງເຈົ້າສຸຣິຍະວົງສາທຳມິກະຣາດເຖິງການກະທຳຂອງເຈົ້າຣາຊະບຸດ ເມື່ອມີການໄຕ່ສວນແລ້ວພົບວ່າມີຄວາມຜິດຈິງ ຈິ່ງຖືກນຳຕົວໄປປະຫານຊີວິດທີ່ຜາລ້າງບໍ່ ເພື່ອບໍ່ໃຫ້ຄົນອື່ນເອົາເປັນແບບຢ່າງຕໍ່ໄປ.
​ເຈົ້າສຸຣິຍະວົງສາທຳມິກະຣາດສະເຫວີຍຣາຊະສົມບັດ ຫຼື ປົກຄອງອານາຈັກລາວລ້ານຊ້າງມາເຖິງ 57 ປີ ຄືມາເຖິງປີ ຄສ.1695 ກໍສິ້ນພະຊົນດ້ວຍໂລກຊະລາ ລວມອາຍຸໄດ້ 82 ປີອານາຈັກລາວລ້ານຊ້າງມີຄວາມສະຫງົບຕະຫຼອດສະໄໝຂອງພະອົງ (ຄສ.1638-1695).
ເຜີຍແຜ່ໂດຍ ພຣະໄພວັນ ມາລາວົງ
2-7-21
ຄັດຈາກປະຫວັດສາດ
ດຣ.ສຸເນດ ໂພທິສານ ຫນ້າ 191 ພິມປີ ພສ.2558 ຄສ.2015

 

ความคิดเห็น