ປະຫວັດຕ່າງໆ

แสดงเพิ่มเติม

ຫໍໄຕ ຂອງ ວັດສີສະເກດ “ສະຕະສະຫັສສາຣາມ” ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

 


ຫໍໄຕ ຂອງ ວັດສີສະເກດ “ສະຕະສະຫັສສາຣາມ” ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
ຫໍໄຕແມ່ນຫໍສະມຸດສົງເປັນບ່ອນເກັບຮັກສາໜັງສືຜູກໃບລານທີ່ຈາລຶກຫຼັກພະຄໍາສອນຂອງພຣະສໍາມາສໍາພຸດທະເຈົ້າ, ບັນດາພຣະໄຕປີດົກໄດ້ເກັບມ້ຽນໄວ້ພາຍໃນຕູ້ຄໍາພີໄມ້ຂະໜາດໃຫ່ຍຕັ້ງຢູ່ໃຈກາງຂອງຫໍໄຕ, ເຊິ່ງເປັນແຫຼ່ງຂໍ້ມູນທີ່ພຣະສົງສາມະເນນ ມວນຊົນໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ຫໍໄຕຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອສ້າງຂື້ນໃນສະໄໝເຈົ້າອານຸວົງ
ຫໍໄຕຫຼັງນີ້ສ້າງດວ້ຍໄມ້ເນື້ອດີ ມີລັກສະນະຄືເຮືອນຮ້ານ ແຕ່ປະຈຸບັນພື້ນດ້ານລຸ່ມໄດ້ແປງໄໝ່ເຊິ່ງກໍ່ດວ້ຍດີນຈີ່ ມີຂັ້ນໃດໄມ້ຂື້ນລົງ ແຕ່ພື້ນດ້ານເທິງປູດວ້ຍໄມ້ເປັນຮູບຈະຕຸລັດມີລະບຽງອອ້ມຮອບປະກອບມີ 12 ເສົາຊູຫຼັງຄາ, ເບື້ອງເທິງຂອງເສົາປະກອບດວ້ຍການຄວັດຮູບກາບບົວ ແຕ່ລະຫົວເສົາມີແຂນນາງຮູບນາກ ຕີນແຕ່ລະເສົາເປັນຮູບລຽ່ມ 4 ໜ້າ, ເສົາກໍ່ດວ້ຍດີນຈີ່ ລະບຽງກວ້າງປະດັບປະດາດວ້ຍຮູບດອກໄມ້, ໃຈກາງຂອງຫໍນີ້ແມ່ນຕູ້ໃຫ່ຍໜ່ວຍໜຶ່ງເປັນຮູບຈະຕຸລັດທີ່ເອີ້ນວ່າຕູ້ຄໍາພີ, ຕູ້ຄໍພີໜວ່ຍນີ້ປະກອບມີ 4 ເສົາ ມີປະຕູປີ່ນໜ້າໄປທາງເບື້ອງຕາເວັນຕົກ, ສວ່ນ 3 ດ້ານແມ່ນປ້ອງຢ້ຽມ ເຊິ່ງເປັນບ່ອນລະບາຍອາກາດ, ເຮັດໃຫ້ພາຍໃນຕູ້ມີອາກາດໂລ່ງດີເໝາະໃນການເກັບຮັກສາເອກກສານຕ່າງໆ ໄດ້ເປັນຢ່າງດີ ຕູ້ຄໍາພີເຮັດດວ້ຍໄມ້ເນື້ອດີ ຝາຜະໜັງຕູ້ນັບແຕ່ສວ່ນພື້ນຈົນເຖິງເພດານແມ່ນທາດວ້ຍນໍ້າກ້ຽງລວ້ນໆ ທັບດວ້ຍພື້ນສີແດງທາງດ້ານໃນ, ສວ່ນທາງດ້ານນອກທາສີດໍາປະກອບດວ້ຍການແກະສະລັກຮູບດອກໄມ້ເຊິ່ງເຄືອບດວ້ຍນໍ້າຄໍາ ສວ່ນຫຼັງຄາມີໂຄງສ້າງອັນສວຍສົດງົດງາມປະກອບມີຫຼັງຄາ 4 ຫຼົບ ຢອງທັບກັນເປັນຈອມແຫຼມສີ່ຊັ້ນແຕ່ລະຊັ້ນບໍ່ເທົ່າກັນ ປະກອບມີຮູບທາດຊ້ອນກັນປະກອບໄປທຸກທິດ, ລັກສະນະຫຼັງຄາແບບນີ້ເປັນສີລະປະແບບລາວລື້ຊຶ່ງໄດ້ຮັບອິດທິພົນມາຈາກສິລະປະຂອງ ພະມ້າໃນເມື່ອກ່ອນ.
ຫໍໄຕປະດັບປະດາດວ້ຍເງີນ, ຄໍາ ແກ້ວນີນທີ່ມີຄ່າສູງ, ແຕ່ຍ້ອນສົງຄາມຂອງຕ່າງດາ້ວເຂົ້າມາຮຸກຮານປຸ້ນສະດົມເອົາໄປໝົດກ້ຽງໃນປາງສົງຄາມ. ດັ່ງນັ້ນຈິ່ງບໍ່ເຫຼືອສິ່ງໃດໄວ້ໃຫ້ຄົນລາວໄດ້ເບີ່ງໄດ້ຊົມອີກ, ມີແຕ່ເຫຼືອໄວ້ແຕ່ຫໍໄຕເປົ່າ, ມາຮອດປະຈຸບັນນີ້ພາຍໃນຫໍໄຕບໍ່ມີສິ່ງໃດເກັບຮັັກສາໄວ້ອີກແຕ່ໄດ້ກາຍເປັນມໍລະດົກທາງດ້ານວັດທະນະທໍາເກັບຮັກສາໄວ້ເປັນພິພິທະພັນໃນວັດສີສະເກດ
ຫໍໄຕເປັນເອກະລັກສິລະປະລວມສູນຂອງລາວທຸກພາກ ທຸກແຂວງ ສະແດງໃຫ້ເຫັນສີໄມ້ລາຍມືຢ່າງມີຫົວຄິດປະດິດສາ້ງຂອງຄົນລາວໃນເມື່ອກ່ອນ.
ຕາມພົງສະວະດານລາວໄດ້ກ່າວໄວ້ວ່າ ໃນປີ ຄ ສ 1824 ໃນເວລາການສະຫຼອງການສ້າງວັດສີສະເກດໄໝ່ໆ ນັ້ນເຈົ້າອະນຸວົງ ພ້ອມດວ້ຍປະຊາລາດສະດອນໄດ້ເອົາຄໍາພີໃບລານ, ເອກກະສານທີ່ສໍາຄັນທາງດ້ານວັດທະນະທໍາ, ສາສະໜາ ປະຫວັດສາດ, ວັນນະຄະດີ ພື້ນສືບຕ່າງໆ ບັນຈຸໃສ່ກັບ, ຫີບ ແລະ ຖົງ ແລ້ວເອົາຂື້ນຫຼັງຊ້າງຫຼາຍໂຕແຮ່ອອ້ອມພະລາດຊະວັງ ແລະ ອອ້ມວັດສີສະເກດຕະຫຼອດ 3 ມື້ 3 ຄືນ ເຮັດພິທີຄັກແນ່ແລ້ວຈິ່ງເອົາເອກະສານທີ່ມີຄຸນຄ່າເຫຼົ່ານັ້ນເກັບຮັກສາໄວ້ພາຍໃນຕູ້ເມື່ອມີຂ້າລັດຖະການ, ຄູບາອາຈານຕ້ອງການສຶກສາ ຄົ້ນຄວ້າຮໍ່າຮຽນກໍ່ສາມາດເອົາອອກມານໍາໄຊ້ໄດ້
ຫໍໄຕຖືໄດ້ວ່າເປັນມູນມໍລະດົກອັນລໍ້າຄ່າທາງສິລະປະວັດທະນະທໍາຂອງລາວ ເປັນທີ່ສົນໃຈ ແລະ ດຶງດູດຈາກນັກຄົ້ນຄວ້າທັງຊາວລາວ ແລະ ຕ່າງປະເທດຕະຫຼອດມາ.
ຍ້ອນເວລາໄດ້ລວ່ງເລີຍໄປນັບນານປີ ຍ້ອນດີນຟ້າອາກາດປ່ຽນແປງ ຈິ່ງເຮັດໃຫ້ຫໍໄຕເປ້ເພເສົ້າໝອງ, ຈົນມາເຖິງປີ ຄ ສ 1930 ເຈົ້າຊີວິດລາວ ຈິ່ງມີຄໍາສັ່ງໃຫ້ບູລະນະສ້ອມແປງຄືນໄໝ່ເຊິ່ງມີໂຄງສ້າງບາງສ່ວນໄດ້ປ່ຽນແປງໄປໂດຍສະເພາະແມ່ນໂຄງລາ່ງຂອງຫໍໄຕດັ່ງທີ່ພວກເຮົາເຫັນໃນທຸກວັນນີ້. ຫໍໄຕວັດສີສະເກດກໍ່ເປັນສວ່ນໜຶ່ງໃນສີລະປະການກໍ່ສ້າງ ການຄວັດລວດລາຍທີ່ເປັນສີມືຊັ້ນຍອດຂອງນ່າຍຊ່າງລາວ ຊິ່ງມີຊື່ສຽງໂດ່ງດັງໄປທົ່ວໂລກ ມີນັກສ້າງພາບ ນັກສິລະປະການເເຕັ້ມ ການຄວັດນໍາໄປສ້າງຮູບພາບ ຄວັດ ແລະ ແຕ້ມສະແດງອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.
ຂໍ້ມູນກວດແກ້ໂດຍ : ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ເຈົ້າອະທິການ ວັດສີສະເກດ
Cr Photo : ARCHAIMBAULT Charles 16/9/1953
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น