ປະຫວັດຕ່າງໆ

แสดงเพิ่มเติม

ຫລຽນກາ ຂອງ ພຣະຫລັກຄຳ ແກ້ວ ອຸເທນສັກດາ

 



 
 
ນີ້ແມ່ນຫລຽນກາ ຈາກຂ້າຫລວງໃຫຍ່ຝຣັ່ງເສດທີ່ມອບຫລຽນໃຫ້ພຣະຫລັກຄຳ ແກ້ວ ອຸເທນສັກດາ ກໍ່ເນື່ອງມາຈາກເພິ່ນເປັນຜູ້ທີ່ຊ່ວຍຊີວິດ ຂ້າຫລວງແລະເຈົ້ານາຍຝຣັ່ງເສດ ຫລາຍຄົນຄື :
ຫລັງຈາກຍີ່ປຸ່ນເຂົ້າມາຍຶດລາວຈາກຝຣັ່ງເສດ ຈຶ່ງເກີດການແຕກຫນີຂອງຂ້າຫລວງແລະເຈົ້ານາຍຝຣັ່ງເສດ ໂດຍທາງທະຫານຍີ່ປຸ່ນໄດ້ຕາມລ້າ ຕາມຈັບຄົນຝຣັ່ງເສດໂດຍສະເພາະບັນດາຂ້າຫລວງແລະເຈົ້ານາຍ ຈົນຫນີ້ເກືອບບໍ່ທັນ ເພາະບັນດາຄົນຝຣັ່ງເສດໄດ້ໜີເຂົ້າໄປລີ້ຢູ່ທີ່ວັດສີຼສະເກດ ທະຫານຍິ່ປຸ່ນກໍ່ຕາມລ້າຕາມຕົວ ແຕ່ພຣະອາຈາຣຍ໌ຫລັກຄຳ ແກ້ວອຸເທນສັກດາ ໄດ້ຊ່ວຍຊີວິດບັນດາຂ້າຫລວງແລະເຈົ້ານາຍຝຣັ່ງເສດຫລາຍຄົນໄວ້ໂດຍເອົາໄປເຊື່ອງໃນວັດ ແລະທະຫານຍີ່ປຸ່ນຕາມ ພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸທານສັກດາ ກໍ່ປະຕິເສດ ບໍ່ຮູ້ ບໍ່ເຫັນ ຈົ່ນເຮັດໃຫ້ຂ້າຫລວງ ແລະ ເຈົ້າຝຣັ່ງເສດລອດຕາຍ ຫລັງຈາກຍີ່ປຸ່ນປະລາໄຊໃນສົງຄາມໂລກຄັ້ງທີ 2 ແລະຝຣັ່ງເສດກັບຄືນມາປົກຄອງລາວຄັ້ງທີ່ 2 ອີກ ທາງຂ້າຫລວງແລະເຈົ້ານາຍຝຣັ່ງເສດຈຶ່ງມອບຫລຽນກາ ໃນການຊ່ອຍເຫລືອຊີວິດພວກເຂົາໃນຄາວນັ້ນ.


 

ความคิดเห็น