ປະຫວັດຕ່າງໆ

แสดงเพิ่มเติม

ວັດຫຼວງຂອນ ເມືອງ ນ້ຳທາ, ແຂວງ ຫຼວງນ້ຳທາ.

 ວັດຫຼວງຂອນ ແມ່ນຕັ້ງຢູ່ ບ້ານຫຼວງ, ເມືອງນ້ຳທາ, ແຂວງຫຼວງນ້ຳທາ. ຕັ້ງຢູ່ຕິດກັບເສັ້ນທາງຫຼວງ ຈາກເທດສະບານແຂວງ  6 ກິໂລແມັດ. ວັດຫຼວງຂອນ ແມ່ນວັດເກົ່າແກ່ວັດໜຶ່ງ ຢູ່ເມືອງຫຼວງນ້ຳທາ ໄດ້ຖືກສ້າງຕັ້ງຂຶ້ນໃນ ປີ ຄສ 1892 ໂດຍ ເຈົ້າຫຼວງກົມມະຈ້າງ ແຫ່ງເມືອງກຸສາວະດີ (ເມືອງເງິນໃຕ້).

 






 

ອີງຕາມເອກະສານ ປະຫວັດມືອງຫຼວງນ້ຳທາ (ເມືອງຫຼວງຫົວທາໃນອາດິດ) ເວົ້າວ່າ: ພາຍຫຼັງມືອງຫຼວງນ້ຳທາ ກາຍເປັນເມືອງຮ້າງ ໃນສະໄໝການປົກຄອງ ຂອງເຈົ້າໝ່ອມຫຼວງ ໂດຍ ເຈົ້າໝ່ອມນ້ອຍ ຜູ້ເປັນຫຼານຊາຍ ຂອງເຈົ້າໝ່ອມຫຼວງ ເຮັດສົງຄາມຍາດຊິງເອົາບັນລັງ ຂອງເຈົ້າໝ່ອມຫຼວງ ໃນປີ ຄສ 1733. ເຮັດໃຫ້ ເມືອງຫຼວງຫົວທາກາຍເປັນເມືອງຮ້າງ ແລະ ເຈົ້າໝ່ອມຫຼວງ ກໍ່ໄດ້ຍ້າຍໄປຕັ້ງເມືອງໃໝ່ຊື່ວ່າ: ເມືອງກຸສາວະດີ (ເມືອງເງິນໃຕ້)

ພາຍຫຼັງ ເມືອງຫຼວງຫົວທາ ກາຍເປັນເມືອງຮ້າງໄດ້ 158 ປີ. ຈົນຮອດປີ ຄສ 1891 ກໍ່ໄດ້ມີເຈົ້າ ຫຼວງກົມມະຈ້າງ ເຈົ້າຫຼວງເມືອງກຸສາວະດີ (ເມືອງເງິນໃຕ້) ກໍໄດ້ພາ ຂຸນເສນາອາມາດ ຈໍານວນໜຶ່ງອອກຈາກ ເມືອງກຸສາວະດີ ມາເຖິງ ເມືອງຫຼວງຫົວທາ ກໍ່ໄດ້ພັກເຊົາຢູ່ແຄມນ້ຳແງ້ນ (ບໍລິເວນຂົວນ້ຳແງ້ນ ປະຈຸບັນ) ແລະ ໄດ້ຈັດແຈງບ່ອນທີ່ຈະຕັ້ງ ເມືອງໃໝ່ ເຈົ້າຫຼວງກົມມະຈ້າງ ກໍ່ໄດ້ກັບຄືນສູ່ ເມືອງກຸສາວະດີ ເພື່ອເຕົ້າໂຮມເອົາ ເຈົ້າຂຸນມູນນາຍ, ບ່າວໄພ່ລາດຊະດອນ ຈຳນວນ 500 ຄົນ ແລະ ເສນາອາມາດ ຕິດຕາມອາລັກຂາ ຈຳນວນ 16 ຄົນ ແລະ ເຈົ້ານະຄອນນານ ເດີນທາງມາເມືອງຫຼວງຫົວທາ, ເຈົ້ານະຄອນນານ ຈຶ່ງຈັດເອົາສະກັນ ສົ່ງຫາບສົ່ງຫາມຕາມບ້ານຕໍ່ບ້ານ ຈົນຮອດ ບ້ານພ້າວກຸດຊຽງຂອງ ແລ້ວມີເຜົ່າລື້ ຕິດຕາມມານຳອີກ ແລະ ໄດ້ຂ້າມ ແມ່ນ້ຳຂອງ ມາຫາ ບ້ານຫ້ວຍຊາຍ ແລະ ຜ່ານເມືອງຫຼວງພູຄາ ມາຮອດ ເມືອງຫຼວງຫົວທາ ໃນປີ ຄສ 1892. ຈາກນັ້ນ ຈຶ່ງໄດ້ຕັ້ງ ວັດວາອາຮາມ ເຊິ່ງແມ່ນວັດຫຼວງຂອນໃນປະຈຸບັນ ມີສາທຸພໍ່ເຈົ້າຈັນຕະ ເປັນເຈົ້າອະທິການວັດ ແລະ ມີສາມະເນນ 2 ຕົນ ຄື: ເນນຈັນຍາ ແລະ ເນນນັນຕະ ພ້ອມດ້ວຍມັດສະທາຍົກ ສອງທ່ານ.


















 

ความคิดเห็น