ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດພຣະທາດຕຸມພຣະວັງ

 



ປະຫວັດຄວາມເປັນມາໂດຍຫຍໍ້ #ພຣະທາດພຣະທາດຕຸມພຣະວັງ ສ້າງປະມານທ້າຍພຸດທະສັງກາດ ( ພສ 08)​ ກັບພຣະທາດພຣະນົມເກົ່າ (ທາດພຣະນົມອົງທີ່ລົ້ມຢູ່ປະເທດໄທ ເມືອງທາດພຣະນົມ ນະຄອນພຣະນົມ) ຊຶ່ງຕັ້ງຢູ່ກົງຂ້າມເມືອງໄຊບູລີສວັນນະເຂດແລະເມືອງຫນອງບົກຄຳມ່ວນ ໄດ້ສ້າງໄວ້ພ້ອມກັນແມ່ນມີສາມພຣະທາດຄື: 

໑.ພຣະທາດພຣະນົມອົງເກົ່າ (ຢູ່ເມືອງທາດພຣະນົມ) 

໒.ພຣະທາດຕູມພະວັງ (ບ້ານນາວາງໃຫ່ຍ) 

໓.ພຣະທາດພຣະນົມນ້ອຍ (ບ້ານດົງທ່າບ້ານດົງເທິງຫລື ບ້ານດົງໃນ) ໂດຍແມ່ນພຣະມະຫາກັດສະປະ ທ້າວພຣະຍາທັງ05 ແລະ ຊາວບ້ານບໍ່ຈະເປັນນາວາງ ກໍ່ຄື ນາງໃຫຍ່ ນາວາງນ້ອຍ ນາວາງໃຕ້ ນາວາງເຫນືອ ນາງທົ່ງ..​(ໃນເມື່ອກ່ອນສະໄຫມຄົນແປດສອກ)ໄດ້ເປັນກຳລັງສັດທາອັນແຮງກ້າສ້າງພຣະທາດພຣະນົມຂຶ້ນເພື່ອບັນຈຸກະດູກຫົວເອິກຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ແລະ ເຄື່ອງເກົ່າຂອງແກ່ອັນສັກສິດໄດ້ບັນຈຸໃສ່ພຣະທາດໄວ້. 

 



ສ່ວນພຣະທາດລູກນີ້ແມ່ນເຄື່ອງຂອງທີ່ຂົນໄປສ້າງຍັງເຫລືອຫລາຍເລີຍກັບເອົາມາສ້າງພຣະທາດຕູມພະວັງ ແລະ ພຣະທາດພຣະນົມນ້ອຍລູກນີ້ໄວ້ເພື່ອເປັນສັນຍາລັກໄວ້ກາບໄວ້ສັກກາລະບູຊາຮອດປັດຈຸບັນນີ້. ພຣະທາດຕູມພຣະວັງແມ່ນຕັ້ງຢູ່ບ້ານນາວາງໃຫຍ່ ເມືອງຫນອງບົກ ແຂວງຄຳມ່ວນກົງຂ້າມບ້ານບຸງ ບ້ານຫ້ວຍແຫ່ ບ້ານນາຊຽງຄານ ເມືອງໄຊບູລີ ແຂວງສະຫວັນນະເຂດ #ບຸນນະມັດສະການພຣະທາດອົງນີ້ແມ່ນຈັດຂຶ້ນໃນທຸກໆປີຂອງເດືອນສາມເພັງ. ---- 

#ຮູບພາບ: ພຣະອາຈານ ສີສຸກສະເຫລີມຄຸນ 

#ຂໍ້ມູນ: ຜູ້ໄທ ບູຮານລາວ

ความคิดเห็น