ປະຫວັດຕ່າງໆ

แสดงเพิ่มเติม

ອົງສົມເດັຈອັຄະມະຫາບັນດິດ ພຣະລູກແກ້ວ ຄູນ ມະນີວົງສ໌

  

 


ອົງສົມເດັຈອັຄະມະຫາບັນດິດ ພຣະລູກແກ້ວ ຄູນ ມະນີວົງສ໌ ອະດິດສັງຄະນາຍົກຣາຊອານາຈັກລາວ

ຜູ້ນຳພາສ້າງມະນີລັດຕະນະວະນາຣາມ ບ້ານຫົວດອນ ເຂດດອນແດງ ເມືອງປະທຸມພອນ ແຂວງຈຳປາສັກ

ພຣະມະຫາ ທອງຄຳ ເມທິວັງສະ ຫລືພຣະລູກແກ້ວ ຄູນ ມະນິວົງສ໌ ນາມເດີມຊື່ ຄູນ ນາມສະກຸນ ມະນີວົງສ໌ ເກີດວັນເສົາ ຂືນ 15 ຄໍ່າ ເດືອນ 12 ປີຈໍ ພ.ສ 2441 ເວລາ 06 ໂມງເຊົ້າ ທີບ້ານຫົວດອນແດງ ຕາແສງດອນແດງ ເມືອງເພັຽໄຟ (ເມືອງປະທຸມພອນ ປັດຈຸບັນ) ແຂວງຈຳປາສັກ

ບິດາຊື່ = ຈານຄຣູສີຍາ ມະນີວົງ
ມານດາຊື່ = ນາງຂີບຄຳ ມະນີວົງ

ມີພີ່ນ້ອງດ້ວຍກັນ 3 ຄົນ ທ່ານເປັນຄົນທີ 2 ເມືອອາຍຸໄດ້ 5 ປີ ບິດາ ມານດາ ໄດ້ເຖີງແກ່ກັມຈາກໄປ

ທ່ານພຣະຄຣູຫລັກຄຳປະຖັມະວົງສ໌ ຜູ້ເປັນລຸງ ໄດ້ເອົາໄປລ້ຽງໄວ້ຈົນໃຫຍ່ ໄດ້ສືກສາຮຳຮຽນຕາມຮິດຄອງປະເພນີ ຢູ່ພາຍໃຕ້ຄວາມອຸປກາຣຂອງທ່ານຕະຫລອດມາ

ພ.ສ 2450 ອາຍຸໄດ້ 10 ປີ ໄປບັນພະຊາເປັນສາມະເນນ ໂດຍ ພຣະຄຣູຫລັກຄຳປະຖັມມະວົງສ໌ ເປັນພຣະອຸປະຊາ ທີວັດຫົວດອນແດງ

ອາຍຸໄດ້ 12 ປີ ໄດ້ໄປສືກສາມູນກັຈຈາຍະນະ ທີສຳນັກວັດຍຸດຕິທັມມະທອນ (ວັດທົ່ງ) ເມືອງນະຄອນຈຳປາສັກ ມີທ່ານ ພຣະຄຣູຫລັກຄຳທັມມະສຸນີປິດົກ (ຫຍູ່) ເປັນພະອາຈານ ໄດ້ສືກສາຮຳຮຽນຕະຫລອດຮອດ ພ ສ 2459

ອາຍຸໄດ້ 21 ປີ ໄດ້ອຸປະສົມບົດເປັນພິກຂຸໂດຍມີ
ພຣະອາຈານມະຫາພາ ວັດເມືອງກາງ ເປັນອຸປັດຊາ ພຣະອາຈານຄຣູດວງ. ເປັນກັມມະວາຈາຈານ
ພຣະຄຣູ ກັນຍາ. ເປັນອະນຸສາວະນາຈານ
ພ້ອມມດ້ວຍພຣະສົງ 20 ອົງ ເປັນຄະນະປຸຣະກະ

ເຊິງມີ ສະເດັດເຈົ້າຣາຊບຸດ ເລະ ເຈົ້ານາງກົມມະລີ ຊົງເປັນອົງສັດທາບວດໃຫ້ ເມືອບວດແລ້ວໄດ້ຍ້າຍໄປປະຈຳຢູ່ກັບພຣະອຸປະຊາຍະ ທິວັດເມືອງກາງ 2 ພັນສາ

ຂອບໃຈບົດຄວາມ ຈາກພຣະອາຈາຣຍ໌ : ຈິດຕະກອນ ປັນຍາວຸດໂທ

ความคิดเห็น