ປະຫວັດຕ່າງໆ

แสดงเพิ่มเติม

ຊີວະປະຫວັດພຣະອາຈານ ດຣ. ມະຫາສິງທອງ ບັນລືສັກ

 

ຊີວະປະຫວັດພຣະອາຈານ ດຣ. ມະຫາສິງທອງ ບັນລືສັກ
ຊີວະປະຫວັດພຣະອາຈານ ດຣ. ມະຫາສິງທອງ ບັນລືສັກ

- ອະດີດເຈົ້າອະທິການວັດສີຄູນວຽງ 1961-1972.
- ອະດີດປະທານອົງການຄະນະສົງລາວໃນສະຫະລັດອາເມລິກາ.
- ອະດີດເຈົ້າອະທິການວັດພຸດທາຣາມ ເມືອງແຊນດີເອໂກ ລັດຄາລິຟໍເນຍ

ພຣະອາຈານດຣ. ມະຫາສິງທອງ ຖິຕະທັມໂມ (ບັນລືສັກ)ເກີດເມື່ອ ວັນທີ 15 ມີນາ ປີ 1931 ທີ່ບ້ານລະຄອນ ຕາແສງນໍ້າບາກ ເມືອງງອຍ ແຂວງຫຼວງພຣະບາງ ບິດາຊື່ວ່າ ທິດ ພົມມາ ບັນລືສັກ ມານດາຊື່ວ່າ ຈຳປາ ບັນລືສັກ ມີອ້າຍນ້ອງຮ່ວມອຸທອນດຽວກັນ 2 ຄົນ ອ້າຍ ຊື່ວ່າ ຊຽງ ຄຳພັນ ເສຍຊີວິດແລ້ວ ແລະນ້ອງສາວຊື່ວ່າ ນາງ ຈັນທີ ເສຍຊີວິດແລ້ວ. ເມື່ອອາ ຍຸໄດ້ເວລາ 4 ປີ ບິດາ ແລະມານດາກໍໄດ້ເສຍຊີວິດໄປ.

ການສຶກສາເບື້ອງຕົ້ນ ເມື່ອອາຍຸໄດ້ 7 ປີ ພຣະອາຈານໄດ້ເຂົ້າຮຽນທີ່ ໂຮງຮຽນປະຖົມສຶກສາບ້ານລະຄອນ ຕາແສງນ້ຳບາກ ເມືອງງອຍ ແຂວງ ຫຼວງພະບາງ.

- ບັນພະຊາແລະອຸປະສົມບົດ

ໃນປີ 1944 ເມື່ອອາຍຸໄດ້ 13 ປີ ພຣະອາຈານໄດ້ບັນພຣະຊາເປັນ ສາມະເນນ ທີ່ວັດບ້ານລະຄອນ. ໃນເວລາບວດເປັນຈົວຢູ່ນັ້ນ ທ່ານໄດ້ ຕັ້ງໃຈຮຽນສູດ ຮຽນເທດ ດ້ວຍຄວາມພາກພຽນຕັ້ງໃຈ ແລະອົດທົນໂດຍມີ ປະຕິພານຢ່າງໜຽວແໜ້ນ ມຸ່ງຫວັງສ້າງຄວາມກ້າວໜ້າໃນດ້ານການສຶກສາ ທາງດ້ານພຸດທະສາສະໜາ ຈຶ່ງໄດ້ອຳລາຄູບາອາຈານ ທີ່ບ້ານລະຄອນລົງໄປ ເມືອງຫຼວງພຣະບາງ ເພື່ອສືບຕໍ່ການຮ່ຳຮຽນສຶກສາ ຢູ່ທີ່ວັດໃໝ່ ສຸວັນນະພູມາຣາມ ເຊິ່ງໃນເວລານັ້ນມີເຈົ້າຄະນະແຂວງຫຼວງພຣະບາງ ຄື ສາທຸໃຫຍ່ຄຳຝັ້ນ ຕິດສະວັງໂສ ເປັນພຣະຜູ້ຊົງຄຸນວຸດທິສູງ ແລະເປັນທີ່ເຄົາຣົບຮັກ ຂອງຄົນທົ່ວໄປ ໃນເຂດນັ້ນເປັນຜູ້ໃຫ້ການອຸປະຖຳຄ້ຳຊູ.

ໃນວັນທີ 16 ປີ 1952 ເມື່ອອາຍຸຄົບ 20 ປີ ທ່ານໄດ້ອຸປະສົມບົດ ເປັນພຣະພິກຂຸ ໂດຍມີສົມເດັດພຣະຍອດແກ້ວ ພຸດທະສິໂນຣົດ ສະກົນລະ ມະຫາສັງຄະປາໂມກ ທັມມະຍານະມະຫາເຖຣະ (ບຸນທັນ ບຸບຜາຣັດ) ສົມເດັດພຣະສັງຄະຣາຊລາວ ແລະເຈົ້າຄະນະແຂວງຫຼວງພຣະບາງ ສາທຸໃຫຍ່ ຄຳຝັ້ນ ຈິດຕະວັງໂສ ເປັນພຣະອຸປັດຊາ, ພຣະອາຈານ ບົວພັນ ເປັນກຳມະວາຈາຂວາ ແລະພຣະອາຈານ ອ່ອນຕາ ເປັນກຳມະວາຈາຊ້າຍ ພ້ອມດ້ວຍ ພຣະສົງອີກ 24 ອົງ.

- ການສຶກສາຊັ້ນສູງ

ໃນປີ 1952 - 1954 ຫຼັງຈາກໄດ້ສຶກສາ ແລະບູລະນະສ້າງສາ ວັດວາ ສາສະໜາ ຢູ່ທີ່ວັດໃໝ່ ສຸວັນນະພູມາຣາມ ໄດ້ 2 ພັນສາ ທ່ານກໍໄດ້ເຂົ້າ ຮຽນຕໍ່ ທີ່ໂຮງຮຽນປະຣິຍັດຕິທໍັມສົງ ທີ່ວັດສີພຸດທະບາດ ໃນຊັ້ນນັກທໍັມຕີຼ ນັກທໍັມໂທ ແລະນັກທໍັມເອກ.

ໃນປີ 1955 - 1957 ອົງສົມເດັດພຣະສັງຄະຣາຊລາວ ແລະສາທຸໃຫຍ່ ຄຳຝັ້ນ ເລຂາອົງສົມເດັດ ພຣະສັງຄະຣາຊ ໄດ້ແນະນຳ ແລະອະນຸຍາດ ໃຫ້ພຣະມະຫາ ສິງທອງ ບັນລືສັກ ໄປຮຽນຕໍ່ຊັ້ນມັດທະຍົມ ຢູ່ທີ່ ນະຄອນຫຼວງວຽງຈັນ ໄດ້ພຳນັກຢູ່ທີ່ ວັດຈັນທະບູລີ ເຊິ່ງມີຍາທ່ານ ປະດິດ ພຸດທະ ໂຄສະໂກ ເປັນເຈົ້າອະທິການວັດ ແລະມີຕໍາແໜ່ງເປັນເຈົ້າຣາຊາຄະນະ ເມືອງຈັນທະບູລີ. ໃນຂະນະນັ້ນ, ກໍໄດ້ເຂົ້າສຶກສາຕໍ່ມັດທະຍົມຕຣີ, ມັດທະຍົມ ໂທ ແລະມັດທະຍົມເອກ ທີ່ວັດສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ໃນປີ 1957 - 1961 ໄດ້ເຂົ້າສຶກສາຕໍ່ ຊັ້ນກຽມອຸດົມ ປະໂຫຍກ 7 ປະໂຫຍກ 8 ແລະປະໂຫຍກ 9 ທີ່ສະຖາບັນ ພຣະພຸດສາສະໜາ ວັດອົງຕື້ ມະຫາວິຫາຣ.
ໃນປີ 1961 ພຣະມະຫາ ສິງທອງ ບັນລືສັກ ໄດ້ຮັບແຕ່ງຕັ້ງ ຈາກ ກະຊວງທໍາມະການ ໃຫ້ເປັນເລຂາ ແລະອາຈານສອນຢູ່ ທີ່ສະຖາບັນການສຶກສາ ພຣະພຸດສາສະໜາ ທີ່ວັດອົງຕື້ ເພາະທ່ານເປັນພຣະທີ່ມີລະບຽບວິໄນ ທີ່ເຄັ່ງຄັດ ມີຈິດໃຈກວ້າງຂວາງ ເອື້ອເຟື້ອເຜື່ອແຜ່ ເປັນທີ່ເຄົາຣົບຂອງ ພຣະສົງ ສາມະເນນ ແລະຄົນທົ່ວໄປ.

ໃນປີ 1963 ເພາະພຣະອາຈານ ໄດ້ພິຈາລະນາເຫັນວ່າ ຂາດທີ່ພໍານັກ ໃຫ້ແກ່ພຣະສັງຄະຣາຊ ໃນເວລາສະເດັດລົງມາງານບຸນພຣະທາຕຸຫຼວງ ວຽງຈັນ ແລະມາເປັນພຣະປະທານ ກອງປະຊຸມຫຼວງປະຈຳປີ ຂອງພຣະເຖຣະ ທີ່ນະຄອນຫຼວງວຽງຈັນ ຈຶ່ງເຫັນດີຍົກເອົາທີ່ດິນດົງໝ້ຽງ ເຊິ່ງເປັນປ່າຊ້າ ເກົ່າຂອງພວກແຂກ ແລະຈີນມາບູລະນະສ້າງສາໃໝ່ ເພື່ອໃຫ້ເປັນບ່ອນພຳນັກ ໃຫ້ແກ່ອົງສົມເດັດພຣະສັງຄະຣາຊ ແລະຄະນະສົງ ທີ່ຕິດຕາມມາດ້ວຍ ການນຳພາຂອງ ພຣະອາຈານ ການບູຣະນະສ້າງສາ ວັດສີຄູນວຽງ ຈຶ່ງເປັນ ຜົນສຳເລັດ ແລະມີຄວາມງົດງາມມາເຖິງທຸກວັນນີ້. ວັນທີ 7 ທັນວາ 1967 ພຣະອາຈານ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນເຈົ້າອະທິການວັດ ສີຄູນວຽງ.

ຈາກຄຸນງາມຄວາມດີຂອງ ພຣະມະຫາ ສິງທອງ ບັນລືສັກ ໄດ້ພຽນ ສ້າງມາປະກອບກັບຄວາມປີຊາສາມາດ ໃນດ້ານການສຶກສາ ທ່ານຈຶ່ງໄດ້ ຮັບຄວາມເຫັນດີຈາກ ອົງສົມເດັດພຣະສັງຄະຣາຊ ແລະໄດ້ຮັບທຶນຈາກລັດຖະບານ ແຫ່ງພຣະຣາຊອານາຈັກລາວ ໄປສຶກສາຕໍ່ ທີ່ມະຫາວິທະຍາໄລ ນາລັນທາ ປະເທດອິນເດຍ ເພື່ອຈະໄດ້ນຳເອົາຄວາມຮູ້ ແລະຫຼັກວິຊາການ ມາລິເລີ່ມ ສ້າງມະຫາວິທະຍາໄລສົງ ໃນປະເທດລາວ.

ໃນປີ 1972 ທ່ານ ໄດ້ເດີນທາງໄປຮຽນຕໍ່ຢູ່ ທີ່ປະເທດອິນເດຍ ໃນປີ 1977 ໄດ້ຮັບໃບປະກາດສະນີຍະບັດ ປະຣິນຍາຕີ ດ້ານທິດສະດີ ທາງພຸດທະ ສາສະໜາ ແລະວິທີການສອນພຸດທະສາສະໜາ.

ຕໍ່ມາ ພຣະຣາຊອານາຈັກລາວ ໄດ້ຖືກປ່ຽນແປງລະບອບການປົກຄອງ ທາງລັດຖະບານໃໝ່ ຂອງລາວ ໄດ້ຕັດທຶນການສຶກສາຂອງນັກສຶກສາສົງ ລາວ ໃນປະເທດອິນເດຍ ແລະໃຫ້ບັນດານັກສຶກສາ ກັບຄືນປະເທດແຕ່ ພຣະມະຫາ ສິງທອງ ບັນລືສັກ ບໍ່ກັບຄືນປະເທດ ໂດຍໄດ້ສືບຕໍ່ການສຶກສາຈົນໄດ້ຮັບປະລິນຍາໂທ ດ້ວຍຄວາມມານະອົດທົນພາກພຽນພະຍາຍາມ ຫາວິທີກຸ້ມຕົນເອງເພື່ອຕົນເອງ ໃນຍາມຕົກທຸກໄດ້ຍາກຢູ່ໃນປະເທດອິນເດຍ.

ໃນປີ 1979 ບັນດາເພື່ອນນັກສຶກສາ ແລະອະດີດລູກສິດ ພ້ອມດ້ວຍ ຍາດໂຍມ ທີ່ໄດ້ອົບພະຍົບໄປຕັ້ງຖິ່ນຖານ ແລະດຳຣົງຊີວິດໃໝ່ ໃນປະເທດ ສະຫະລັດອາເມລິກາ ມີຈິດໃຈເຫຼື້ອມໃສສັດທາ ໃນຄຸນງາມ ຄວາມດີຂອງເພິ່ນ ປະກອບດ້ວຍຄວາມເຄົາຣົບຮັກ ແລະລະນຶກເຖິງບຸນຄຸນຂອງເພິ່ນ ຈຶ່ງໄດ້ພາ ກັນຕິດຕໍ່ໄປຍັງລັດຖະບານອາເມລິກາ ເພື່ອຂໍໃຫ້ພຣະມະຫາ ສິງທອງ ທີ່ຮຽນສຳເລັດຈາກມະຫາວິທະຍາໄລນາລັນທາ ທີ່ປະເທດອິນເດຍ ໃຫ້ມາດຳເນີນການສ້າງສາວັດວາອາຣາມ ແລະເຜີຍແຜ່ພຸດທະສາສະໜາ ໃນຕ່າງແດນ ໃຫ້ຈະເຣິນຮຸ່ງເຮືອງສືບຕໍ່ໄປພາຍໜ້າ.

ທາງລັດຖະບານ ສະຫະລັດອາເມລິກາ ໄດ້ອະນຸມັດໃຫ້ ພຣະອາຈານ ເຂົ້າມາຕັ້ງຖິ່ນຖານຖາວອນ ໃນສະຫະລັດອາເມລິກາ. ນັບແຕ່ນັ້ນມາ ທ່ານກໍໄດ້ຕັ້ງໜ້ານຳພາອອກຕົນຍາດໂຍມ ສ້າງສາພັດທະນາວັດວາອາຣາມ ອັນມີ ວັດລາວຫຼາຍໆແຫ່ງ ໃນທົ່ວສະຫະລັດອາເມລິກາ ລວມທັງບາງປະເທດ ອື່ນໆອີກດ້ວຍ.

ພ້ອມນີ້ ທ່ານຍັງໄດ້ເອົາໃຈໃສ່ເຜີຍແຜ່ ພຸດທະສາສະໜາພຣະທໍັມຄຳສອນ ຂອງອົງສົມເດັດພຣະສັມມາສໍັມພຸດທະເຈົ້າ ລວມທັງຮີດຄອງປະເພນີ ແລະວັັດທະນະທັມ ອັນດີງາມຂອງຊາດລາວ ເຮັດໃຫ້ພີ່ນ້ອງຊາວລາວ ແລະຊາວພຸດທົ່ວໄປໃນຕ່າງແດນໄດ້ຮຽນຮູ້ ແລະມີທີ່ເພິ່ງທາງຈິດໃຈ.

ພຣະມະຫາ ສິງທອງ ບັນລືສັກ ໄດ້ສ້າງຕັ້ງວັດລາວແຫ່ງທຳອິດຂຶ້ນ ຊື່ວ່າ ວັດລາວພຸດທາຣາມ ທີ່ເມືອງ ແຊນດີເອໂກ ລັດຄາຣີຟໍເນຍ ແລະໄດ້ພຳ ນັກຢູ່ວັດທີ່ນີ້ຕະຫຼອດມາ ນັບຕັ້ງແຕ່ມາຢູ່ ສະຫະລັດອາເມຣິກາ ຈົນເຖິງແກ່ ມໍລະນະພາບເປັນເວລາຍາວນານເຖິງ 23 ປີ.

ໃນປີ 1999 ພຣະມະຫາ ສິງທອງ ບັນລືສັກ ໄດ້ກັບຄືນໄປປະເທດ ອິນເດຍ ເພື່ອໄປສຶກສາເອົາວິທະຍານິພົນປະຣິນຍາເອກ ດ້ານພຸດທະສາ ສະໜາ ແລະເຮັດສຳເລັດໄດ້ຮັບປາກາສະນີຍະບັດ ປະຣິນຍາເອກ ຄະນະສັງຄົມສາດ ສາຂາພຸດທະສາດ ແລະສາສະໜາປຽບທຽບ ( Ph. D ). ຈາກ ມະຫາວິທະຍາໄລມະຄົດ ທີ່ປະເທດອິນເດຍ ອັນເປັນກຽດຕິຄຸນອັນສູງສົ່ງຂອງ ເພິ່ນແລະເປັນທີ່ພາກພູມໃຈແກ່ຊາວພຸດທະສາສະນິກະຊົນຊາວລາວ ແລະ ສັງຄົມທົ່ວໄປ.

- ຕໍາແໜ່ງແລະໜ້າທີ່

1957 – 1970: ໄດ້ຮັບຕໍາແໜ່ງເລຂາທິການ ສະຖາບັນພຸດທະສາສະໜາ ທີ່ວັດອົງຕື້ ມະຫາວິຫາຣ, ເປັນອາຈານສອນກຽມອຸດົມສຶກສາ ແລະເຈົ້າອະທິການ ວັດສີຄູນວຽງ (ດົງໝ້ຽງ).

1980: ເປັນເຈົ້າອະທິການວັດ ພຸດທາຣາມ ເມືອງແຊນດີເອໂກ ລັດຄາຣີຟໍເນຍ ເປັນເວລາ 23 ປີ.

1971: ໄດ້ຈັດຕັ້ງ ຄະນະສົງລາວໃນປະເທດສະຫະລັດອາເມລິກາ ຂຶ້ນໂດຍ ໄດ້ຮັບການອະນຸມັດຈາກ ສົມເດັດພຣະສັງຄະຣາຊລາວ ເພື່ອເຕົ້າໂຮມ ພຣະສົງລາວໃນສະຫະລັດອາເມລິກາ ໃຫ້ໄດ້ມີຄວາມສາມັກຄີ ຮັກສາສົ່ງເສີມ ແລະ ປະຕິບັດທໍັມ ຄຳສອນຂອງພຣະສົມເດັດພຣະສັມມາສັມພຸດທະເຈົ້າ ຮ່ວມກັນເຜີຍແຜ່ພຣະພຸດທະສາສະໜາ ວັດທະນະທໍັມ ແລະຮີດຄອງປະເພນີຂອງຊາດລາວ, ສົ່ງເສີມ ການຈັດຕັ້ງວັດໃຫ້ມີຂຶ້ນໃນທ້ອງຖິ່ນຕ່າງໆທົ່ວສະຫະລັດ ແລະເປັນທີ່ເພິ່ງທາງ ດ້ານຈິດໃຈ ແກ່ພຸດທະສາສະນີກະຊົນຊາວລາວທັງມວນ.

ໃນເບື້ອງຕົ້ນ ພຣະມະຫາ ສິງທອງ ບັນລືສັກ ໄດ້ນິມົນພຣະສົງລາວ ທີ່ຢູ່ໃນສະຫະລັດອາເມລິກາ ໃຫ້ມາຮ່ວມກັນຮ່າງທໍາມະນູນວ່າດ້ວຍການ ປົກ ຄອງ ແລະກົດລະບຽບພາຍໃນອົງການຄະນະສົງລາວ. ໃນຕອນນັ້ນພຣະສົງລາວ ທີ່ໄດ້ອົບພະຍົບມາຢູ່ອາເມລິກາມີພຽງ 12 ອົງ ພຣະມະຫາ ສິງທອງ ບັນລືສັກ ໄດ້ພະຍາຍາມໃຫ້ພຣະສົງລາວທັງໝົດ ໄດ້ຢູ່ຮ່ວມກັນສາມັກຄີກັນ ແລະສຶກສາວາງແຜນການເຜີຍແຜ່ພຣະພຸດທະສາສະໜາຮ່ວມກັນ ພ້ອມທັງ ບູລະນະສ້າງສາວັດວາອາຮາມຕ່າງໆ ໃຫ້ມີຄວາມຈະເຣິນຮຸ່ງເຮືອງ ຕະຫຼອດມາ ເຊິ່ງມາຮອດເວລານີ້ ມີວັດລາວແລ້ວທັງໝົດ 76 ແຫ່ງ ແລະມີພຣະສົງ ຈໍານວນ 360 ອົງ ຢູ່ໃນສະຫະລັດອາເມລິກາ. ທ່ານໄດ້ຖືກເລືອກຕັ້ງໃຫ້ດໍາຣົງຕໍາແໜ່ງ ປະທານອົງການຄະນະສົງລາວ ໃນສະຫະລັດອາເມລິກາ ເປັນເວລາເຖິງ 5 ສະໄໝຈົນເຖິງວາລະສຸດທ້າຍ ຂອງຊີວິດອັນມີຄຸນຄ່າລົ້ນຂອງທ່ານ.

* ການສ້າງສາຖາວອນວັດຖຸແລະວັດວາອາຮາມ

- ໄດ້ນໍາພາອອກຕົນຍາດໂຍມພຸດທະສາສະນິກະຊົນສ້ອມແປງ ປະຕິສັງຂອນ ວັດບ້ານເກີດ ທີ່ບ້ານລະຄອນ ແຂວງຫຼວງພຣະບາງ ຫຼາຍຄັ້ງ.
- ນໍາພາການສ້າງຕັ້ງ ແລະພັດທະນາວັດສີຄູນວຽງ ນະຄອນຫຼວງວຽງຈັນ.
- ນໍາພາປະຊາຊົນສ້າງເຕົາຫຼໍ່ທີ່ທັນສະໄໝໃສ່ບ້ານເກີດເມືອງນອນ.
- ເມື່ອມາຢູ່ສະຫະລັດອາເມລິກາແລ້ວ ຍັງໄດ້ອອກທຳບຸນແຜ່ປັດໄຈ ສົ່ງໄປສ້ອມແປງວັດສີຄູນວຽງ ແລະວັດບ້ານລະຄອນ.
- ໄດ້ອອກທຳບຸນແຜ່ປັດໄຈ ສົ່ງໄປຊື້ດິນກະເບື້ອງມຸງຫຼັງຄາ ແລະສ້ອມແປງ ວັດໃໝ່ ສຸວັນນະພູມາຣາມ ນະຄອນຫຼວງພຣະບາງ.
- ນໍາພາອອກຕົນຍາດໂຍມທໍາບຸນແຜ່ປັດໄຈ ບູຊາເອົາພຣະພຸດທະຮູບ ພຣະປະທານຖວາຍໄວ້ ທີ່ ວັດບ້ານຜາທຶງ ຫຼວງພຣະບາງ ພ້ອມດ້ວຍປັດໄຈໃຫ້ວັດ ເພື່ອທໍາບຸນສົມໂພດພຣະພຸດທະຮູບພຣະປະທານດັ່ງກ່າວ.

ພຣະມະຫາສິງທອງ ຖິຕະທຳໂມ ບັນລືສັກ ບໍ່ວ່າເວລາໃດ ທ່ານກໍ ເປັນຫ່ວງກັບການສ້າງສາ ຢາກໃຫ້ວັດລາວ ຢູ່ທຸກແຫ່ງຫົນ ທີ່ມີຍາດໂຍມພັກ ພາອາໄສຢູ່ບໍ່ວ່າໃນປະເທດສະຫະລັດ ຫຼືປະເທດອື່ນ, ພຽງແຕ່ຍາດໂຍມ ພຸດທະສາສະນິກະຊົນ ໄຫວ້ເພິ່ນວ່າຢາກໃຫ້ມີວັດຢູ່ໃນເມືອງນັ້ນ ລັດນີ້ ທ່ານ ກໍອາສາສະໝັກຊອກຫາຊັບ ແລະຊ່ວຍໃນການຊື້ວັດໃຫ້ ໃນໄລຍະທີ່ຜ່ານ ມານັ້ນ ພຣະມະຫາ ສິງທອງ ບັນລືສັກໄດ້ຊ່ວຍຊື້ວັດເປັນຜົນສໍາເລັດມາ ແລ້ວ 6 ວັດ ຢ່າງບໍ່ມີໜີ້ສິນໃດໆ ທັງສິ້ນຄື:

1. ວັດລາວ ພຸດທາຣາມ ເມືອງ ແຊນດິເອໂກ, ລັດຄາບີໂຟເນຍ.
2. ວັດລາວ ພຸດທາຣາມ ເມືອງ ດີມອຍ, ລັດ ໄອໂອວາ.
3. ວັດລາວ ພຸດທາຣາມ ເມືອງ ໂອຄລາໂຣມາ, ໂອຄລາໂຣມາ.
4. ວັດລາວ ພຸດທາຣາມ ເມືອງ ອາມາລີໂລ, ລັດເທັກຊັສ.
5. ວັດລາວ ພຸດທາຣາມ ເມືອງ ຊາລອດ, ລັດນອດ ຄາໂຣລາຍນາ.
6. ວັດລາວ ພຸດທາຣາມ ເມືອງ ແຮມເຊີ, ລັດອິນລີນອຍ.

ນອກຈາກນີ້ ທ່ານຍັງໄດ້ຊ່ວຍຫາຊັບຊື້ວັດ ແລະຊ່ວຍສ້າງສາບູຣະນະ ວັດວາອາຮາມລາວຕ່າງໆ ໃນຫຼາຍລັດ ຫຼາຍເມືອງ ທົ່ວສະຫະລັດ ອາເມລິກາ ແລະໃນຫຼາຍປະເທດໃນປະເທດອາຊີ ຢູຣົບ ແລະອາເມລິກາ. ທ່ານໄດ້ນໍາ ພາພຣະສົງສາມະເນນ ແລະອອກຕົນ ຍາດໂຍມໄປທັດສະນະສຶກສາ ແລະ ນະມັດສະການສະຖານທີ່ສັກສິດ ອັນເປັນຕົ້ນກຳເນີດແຫ່ງພຣະພຸດທະສາສະໜາ ທີ່ປະເທດອິນເດຍຫຼາຍຄັ້ງ.

ພຣະມະຫາ ສິງທອງ ບັນລືສັກ ມີຈຸດປະສົງອັນແຮງກ້າໃນການຮັກສາ ແລະສົ່ງເສີມ ດ້ານອັກສອນສາດລາວ ທີ່ເຄີຍມີຄວາມຈະເຣິນມາ ແຕ່ ບູຮານນະການ ເພື່ອໃຫ້ອະນຸຊົນຄົນຮຸ່ນໃໝ່ໄດ້ໃຊ້ ແລະສຶກສາ, ໄດ້ຮຽນຮູ້ການ ນຳໃຊ້ພາສາລາວໃນສະໄໝກ່ອນ. ພຣະອາຈານ ເປັນຜູ້ທຳອິດທີ່ໄດ້ຮີບໂຮມ ເອົາແບບຢ່າງຊຸດອັກສອນລາວທີ່ຄົບຖ້ວນ ສາມາດໃຊ້ຂຽນ ຄຳສັບ ທີ່ມາຈາກ ພາສາບາລີ ສັນສະກິດ ແລະພາສາອື່ນໆ ໄດ້ຢ່າງຖືກຕ້ອງຕາມເຄົ້າເດີມມາ ໃຫ້ນັກວິຊາການລາວຜະລິດເປັນຊຸດອັກສອນລາວ ທີ່ເອີ້ນກັນວ່າ ຟອນລາວ ບາລີ ເພື່ອໃຊ້ຕີພິມເອກະສານ ແລະປຶ້ມຕ່າງໆ, ພຣະອາຈານ ຍັງໄດ້ອະນຸມັດ ໃຫ້ຈັດພິມປຶ້ມພຣະໄຕປິດົກເປັນພາສາລາວ ຢ່າງສົມບູນແບບ ຄົບຖ້ວນເປັນ ຄັ້ງທຳອິດໂດຍໄດ້ມອບໃຫ້ທ່ານມະຫາ ຈັນສຸກ ສຸຣິຍະຈັກ ເປັນຝ່າຍຮຽບຮຽງ ແລະຕີພິມໃຫ້ນັກວິຊາການລາວດ້ານຄອມພິວເຕີ ແລະການພິມເປັນຝ່າຍ ເຂົ້າໜ້າ ແລະພິມເປັນຜົນສຳເລັດຢ່າງສະຫງ່າງາມ.

ພຣະອາຈານດຣ. ມະຫາສິງທອງ ບັນລືສັກ ບໍ່ເຄີຍປະຕິເສດໃນ ການຮັບນິມົນເຮັດບຸນ ທຳທານແຕ່ລະເຮືອນ ແຕ່ລະບ້ານເຖິງແມ່ນວ່າທີ່ນັ້ນ ຈະຢູ່ຫ່າງໄກປານໃດກໍຕາມ ບາງຄັ້ງມາພັກຢູ່ວັດໄດ້ພຽງບຶດໜຶ່ງຍາມດຽວ ກໍບິນ ຫຼືນັ່ງລົດໄປອີກແລ້ວ ຈົນບາງຄັ້ງເຮັດໃຫ້ອອກຕົນຍາດໂຍມທີ່ຢູ່ໃກ້ຊິດ ເກີດຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງພຣະອາຈານ.

ດ້ວຍຄວາມກ້າຫານອົດທົນ, ຄວາມມີນ້ຳໃຈເສຍສະຫລະເຜື່ອແຜ່ ຂອງ ທ່ານພຣະສົງ ແລະພຸດທະສາສະນິກະຊົນທັງຫຼາຍ ຈຶ່ງໃຫ້ຄວາມເຄົາຣົບຮັກ ແລະຖືວ່າພຣະອາຈານປຽບເໝືອນພຣະບິດາຈານ ຜູ້ມີຄວາມປີຊາສາມາດສະ ຫຼຽວສະຫຼາດເຂັ້ມແຂງຊື່ສັດ ແລະອົດທົນ ບໍ່ມີການໄຫວຫວັ່ນຕໍ່ບັນຫານ້ອຍໃຫຍ່ໃດໆທັງນັ້ນ ພຣະອາຈານ ໃຊ້ສະຕິປັນຍາແກ້ໄຂບັນຫາຕ່າງໆດ້ວຍສັນຕິວິທີຕະຫຼອດມາ.

ໃນວາຣະສຸດທ້າຍຂອງຊີວິດ ທ່ານໄດ້ເດີນທາງໄປປະກອບພາລະກິດ ທາງສາສະໜາຢູ່ທີ່ວັດລາວພຸດທາຣາມ ເມືອງແຮມຊີ ລັດອິນລີນອຍ ໃນວັນທີ 12 ພະຈິກ ປີ 2003 ຕອນນັ້ນທ່ານ ມີອາການຊຸດໂຊມລົງຢ່າງໜັກ ເປັນ ເຫດໃຫ້ພຣະສົງ ແລະຍາດໂຍມຢູ່ທີແຫ່ງນັ້ນ ນຳສົ່ງໂຮງໝໍຢ່າງກະທັນຫັນ ແຕ່ອະນິດຈາແພດໝໍບໍ່ສາມາດຊ່ວຍເຫຼືອຊີວິດຂອງພຣະອາຈານໄດ້ ໃນທີ່ສຸດ ພຣະອາຈານກໍໄດ້ມໍຣະນະພາບໄປ ໃນວັນສຸກ ວັນທີ 14 ພະຈິກ 2003 ເວລາ ບ່າຍ 3 : 30 ໂມງແລງ ທີ່ໂຮງໝໍ Provena Sanit Joshep ທີ່ເມືອງ ແອວຈິນ (Elgin) ລັດອິນລີນອຍດ້ວຍອາການສະຫງົບ ດ້ວຍໂລຄາພະຍາດຂອງພຣະ ອາຈານເອງ. ລວມອາຍຸໄດ້ 72 ປີ ກັບ 8 ເດືອນ, 52 ພັນສາ ກັບ 10 ເດືອນ.

ພາຍຫຼັງການມໍຣະນະພາບຂອງ ພຣະອາຈານ ດຣ. ມະຫາສິງທອງ ບັນລືສັກ ອອກຕົນຍາດໂຍມໄດ້ມີຈິດໃຈໃສສັດທາສ້າງຮຸ່ນຈໍາລອງໄວ້ທີ່ພັດທະສີມາວັດສີຄູນວຽງ ເພື່ອເປັນທີ່ລະນຶກ ແລະສັກກາຣະກາບໄຫວ້ຂອງຊາວ ພຸດທະສາສະນິກະຊົນທັງຫຼາຍໄປຕາບນານແສນນານ.

ຄັດຈາກປຶ້ມ"ເປີດປະຕູສູ່ວັດສີຄູນວຽງ" ແລະອາຈານ ‎ພຣະ ບຸນທະວີ ກົມພະພັນ


ความคิดเห็น