ປະຫວັດຕ່າງໆ

แสดงเพิ่มเติม

ວັດມີໄຊຍາຣາມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ວັດມີໄຊ ຍາຣາມ ກໍ່ແມ່ນວັດໜຶ່ງ ທີ່ເກົ່າແກ່ ສືບທອດກັນມາຫຼາຍທົດສະວັດ ມີຊື່ສຽງໂດ່ງດັງ ທາງດ້ານວັດທະນະທໍາ ບູຮານສະຖານ ແລະ ບູຣານວັດຖຸ ເປັນສະຖານທີ່ສັກກະລະບູຊາ ຂອງປວງຊົນທັງພາຍໃນ ແລະ ຕ່າງປະເທດ
 













 
ວັດມີໄຊຍາຣາມ ຕັ້ງຢູ່ໃຈກາງກໍາແພງຊັ້ນໃນວຽງຈັນບູຮານ ມີເນື້ອທີ່ປະມານ 5600 ກວ່າຕາແມັດ ການສ້າງວັດນີ້ຍັງບໍ່ທັນຮູ້ລະອຽດວ່າແມ່ນສ້າງຂື້ນໃນ ປີ ໃດ ? ພຽງແຕ່ຮູ້ຈາກການສັນນິຖານ ຂອງບັນພະບູຣູດລາວໃນເມື່ອກ່ອນເອີ້ນວ່າ : ວັດມີໄຊຍ໌ ເຊິ່ງອາດໃສ່ຊື່ນີ້ພາຍຫຼັງທີ່ພຣະເຈົ້າໄຊຍະເຊດຖາທີຣາດ ສະຫຼອງໄຊ ໃນການຕໍ່ສູ້ກັບສົງຄາມພະມ້າ ດວ້ຍເຫດນີ້ຈີ່ງໄດ້ປະດິດສະຖານພຮະເຈົ້າປາງວິໄຊຂື້ນ ທີ່ວັດແຫ່ງນີ້ ເພື່ອເປັນເອກກະລັກແຫ່ງໄຊຊະນະ.
ອິງຕາມການສັນນິຖານເຫັນວ່າສ້າງຂື້ນໄລ່ເລ່ຍກັບວັດ ປ່າສັກ ວັດອົງຕື້ ວັດອີນແປງ ແລະ ວັດຊຽງຍືນ ທີ່ຕັ້ງລຽບຕາມແຄມແມ່ນໍ້າຂອງເມື່ອທຽບໃສ່ ອາຍຸຄວາມເກົ່າແກ່ຂອງການຫຼໍ່ພຣະເຈົ້າໃຫ່ຍອົງຕື້ ປະມານ ພສ 2109 ຄສ 1566 ນັ້ນກໍ່ສະແດງວ່າ ວັດມີໄຊຍາຣາມ ກໍ່ມີອາຍູເກົ່າແກ່ມາແລ້ວຫຼາຍຮ້ອຍປີ ຄືກັບວັດອື່ນໆ ທີ່ນອນຢູ່ໃນຂົງເຂດກໍາແພງວຽງຈັນຊັ້ນໃນ ແຫ່ງນະຄອນຈັນທະບູລີ

 

ความคิดเห็น