ປະຫວັດຕ່າງໆ

แสดงเพิ่มเติม

ຣາຊຣົຖສຸວັນນະຫົງ


ຣາຊຣົຖສຸວັນນະຫົງ ເຄື່ອນຂະບວນມາຮອດພຣະທາຕຸຫລວງແລ້ວ ວັນທີ 21/06/2020 ໄດ້ມີການເຄື່ອນຍ້ານຣາຊຣົຖສຸວັນນະຫົງ ( ຫົງຄຳ ) ຈາກສວນພູໄທທີຣະ ບ້ານຫນອງແປນເຫນືອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມາຕາມເສັ້ນທາງ 450 ປີ ໃນເວລາ 14:00 ໂມງ ກໍ່ໄດ້ມາຮອດລານເດິ່ນພຣະທາຕຸຫລວງເມື່ອເວລາ 16:00 ໂມງ ຣາຊຣົຖຄັນນີ້ແມ່ນສ້າງຂຶ້ນໂດຍເຈົ້າມູນລະສັດທາແລະການອອກແບບ-ຊີ້ນຳ ນຳພາສ້າງໂດຍ ທ່ານສີສະຫວາດ ທີຣະວົງ ປະທານທີ່ປຶກສາ ສວນພຸໄທທີຣະ ເພື່ອເປັນຍານພາຫະນະບັນຈຸພຣະໂກສະຍານ (ໂກດ) ຂອງສະຣິຣະສັງຂານຂອງອົງພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ຣັດຕະນະມະຫາສັງຄະປາໂມກ ທີຈະມີພິທີຖວາຍພຣະເພິງ ໃນວັນທີ 26/06/2020 ທີລານເດິ່ນພຣະທາຕຸຫລວງ ການສ້າງຍານພາຫະນະເພື່ອບັນຈຸສະຣິຣະສັງຂານ ຂອງພຣະສົງ ,ເຈົ້າມະຫາຊິວິດ ຫລືຜູ້ສູງສັກ ຜູ້ທີເຄົາຣົບສູງສຸດ ໃນອະດິດຂອງເມືອງລາວເຮົາ ມັກນິຍົມສ້າງເປັນສັດໃນປ່າຫິມະພານ ຕາມຄວາມເຊື່ອເລື້ອງໄຕພູມ ຂອງຄະຕິທາງສາສະໜາພຸດແລະອິນດູ ທີມີຄວາມເຊື່ອວ່າ ປ່າຫິມະພານຕັ້ງຢູ່ເທີງພູພຣະສຸເມຣຸ ປ່າຫິມະພານ ມີເນື້ອນທີ ປະມານ 3,000 ໂຍດ ( 1 ໂຍດ = 16ກິໂລແມັດ) ມີຣັດສະໝີວົງກົມ 9,000 ໂຍດ ແລະມີຍອດເຖິງ 84,000 ຍອດ ໃນປະເທດລາວເຮົາໃນອະດິດ ເຄີຍນຳເອົາສັດປ່າຫິມະພານມາສ້າງເປັນຍານພາຫະນ ແມ່ນນິຍົມກັນສ້າງເປັນຍານພາຫະນະດັ່ງປາກົດໃຫ້ເຫັນເຊິ່ງປະກອບມີ : ນາກ, ນົກຫັດສະດິນ (ຫັດສະດິລິງ) , ແລະຫົງ ເປັນຕົ້ນ ເພາະບັນດາຍານພາຫະນະທີເປັນສັດປ່າຫິມະພານເຫລົ່ານີ້ ແມ່ນຈະພາດວງວິນຍານຂອງຜູ້ຫມົດບຸນບິນໄປສູ່ແດນສຸຂະຕິພົບ. ຫົງ ເປັນສັດປ່າຫິມະພານ ຕາມຄວາມເຊື່ອຂອງໄຕພູມ ແມ່ນເວົ້າເຖິງຖິ່ນອາໄສຢູ່ກາງປ່າຫິມມະພານ ມີຈຳນວນເຖິງ 9 ໝື່ນຕົວ ແລະມີພຣະຍາສຸວັນນະຫົງ (ຫົງຄຳ) ເປັນຫົວຫນ້າ ເພາະຫົງຖືວ່າເປັນສັດໃນຕະກຸນສູງ ມີຮູບຮ່າງງົດງາມ ທັງຢືນ ທັງບິນແມ່ນມີຄວາມອ່ອນຊ້ອຍ ແລະມີສຳນຽງສຽງຮ້ອງທີມ່ວນອອນຊອນນຳອີກດ້ວຍ ໄຕພູມ ຫລືໄຕໂລກ ແປວ່າ ສາມໂລກ ເຊິ່ງເປັນຄະຕິ ທີກ່ຽວກັບໂລກສັນຖານ ຕາມຄວາມເຊື່ອໃນສາສະໜາອິນດູ ແລະສາສະໜາພຸທ ເຊິ່ງໄຕພູມແມ່ນປະກອບດ້ວຍ : ກາມມະພູມ , ຮູບປະພູມ ແລະ ອະຮູບປະພູມ ສັດໂລກທັງຫລາຍກໍ່ຈະວົນວຽນເກີດ-ຕາຍ ໃນໄຕພູມແຫ່ງນີ້ ຈົນກວ່າຈະສຳເຣັດເຊິ່ງພຣະອະຣະຫັນຕ໌ເຈົ້າ ນັນແລ. ເປັນຫຍັງ ສຸວັນນະຫົງຈຶ່ງຄາບຍອຍຂົນຈາມມະຣີ ຕາມຄະຕິຄວາມເຊືອຂອງຂົນຈາມມະຣີ ແມ່ນຈະແມ່ນເຄື່ອງປະດັບໃນຣາຊພິທີຕ່າງໆເຊັ່ນ : ເປັນຫນຶ່ງໃນຫ້າຢ່າງ ທີເຈົ້າມະຫາຊີວິດຈະຂຶ້ນຄອງຣາຊຕ້ອງມີເຄື່ອງສົມໂພດ ຫນຶ່ງໃນນັ້ນກໍ່ມີແສ້ຂົນຈາມມະຣີ ປະກອບນຳດ້ວຍ, ຊ້າງເຜືອກທີມີພິທີແຫ່ ກໍ່ຕ້ອງນຳໃຊ້ຍອຍທີເປັນຂົນຈາມມະຣີປະດັບໄວ້ທີກ້ອງຫູ , ຫົງແບບຕ່າງໆ ກໍ່ຕ້ອງມີການຄາບຍອຍຂອງຂົນຈາມມະຣີ , ເຮືອຊ່ວງໂດຍສະເພາະຢູ່ຫລວງພຣະບາງ ກໍຕ້ອງມີຍອຍເຮືອທັງ 2 ແຫງ່ມເຮືອດ້ວຍ ຄວາມເຊື່ອຂອງການນຳໃຊ້ຍອຍຂອງຂົນຈາມມະຣີສະຫລຸບຫຍໍ້ໆ ກໍ່ຄື ປັດເປົ່າສິ່ງທີເປັນອະປະມຸງຄຸນ ( ສິ່ງບໍ່ດີ ) ທັງຫລາຍໃຫ້ຫນີອອກໄກຫ່າງ ດ່ັງນີ້ແລ. 









ຮີບໂຮມເນື່ອໃນຂໍ້ມູນແລະຮູບພາບໂດຍ : ຄັງ-ສາງ kung-sang

ความคิดเห็น