ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດວັດສີສະຫວ່າງວົງສ໌ ເມືອງໄຊຍະບູລີ ແຂວງໄຊຍະບູລີ


 ຕາມປະຫວັດກ່າວວ່າ ວັດສີສະຫວ່າງວົງສ໌ ສ້າງໃນສະໄຫມເຈົ້າຊີວິດສີສະຫວ່າງວົງສ໌ ໃນປີ ຄສ 1920 ພຣະອົງເປັນສັດທາສ້າງວັດສີສະຫວ່າງໃນແຂວງໄຊຍະບູລີ 2 ແຫ່ງ ອີກວັດໜຶ່ງແມ່ນຕັ້ງຢູ່ເມືອງປາກລາຍ ຫ່າງຈາກເມືອງໄຊຍະບູລີ ປະມານ 200 ກິໂລແມັດ ສຳຫລັບວັດສີສະຫວ່າງວົງເມືອງໄຊຍະບູລີ ສ້າງຂື້ນທຳອິດ ແມ່ນຕັ້ງຢູ່ແຄມນ້ຳຮຸ່ງ ບໍລິເວນຫົວຂົວນ້ຳຮຸ່ງປະຈຸບັນ ແຕ່ຍ້ອນໄພທຳມະຊາດນ້ຳຮຸ່ງເຊາະເຈື່ອນດິນວັດເຂົ້າມາທຸກປີ ສະໄຫມນັ້ນ ແມ່ນສາທຸໃຫຍ່ ສີດາ ເປັນເຈົາອາວາດ ພ້ອມກັບອອກຕົນຍາດໂຍມ ມີຄວາມເຫັນດີໃຫ້ຍ້າຍວັດໄປບ່ອນໃຫມ່ ທີ່ເຫມາະສົມກວ່າ ຈິ່ງສະເໜີໄປຍັງສຳນັກຣາດຊະວັງຫລວງພຣະບາງ ໃນປີ ຄສ 1947 ຈິ່ງຍ້າຍວັດມາດອນນາຂອງຊາວບ້ານຖິ່ນ ທີ່ປະກົດເຫັນໃນປະຈຸບັນ ສ່ວນການຍ້າຍນັ້ນ ແມ່ນພຽງແຕ່ຍ້າຍສະຖານທີ່ໃຫມ່ເທົ່ານັ້ນ ວັດຖຸອຸປະກອນ ພຣະປະທານແມ່ນອັນເກົ່າ ແລະ ຊື່ວັດກໍ່ໃສ່ຊື່ເກົ່າ ເພາະການຍົກຍ້າຍແມ່ນເຈົາສັດທາເກົ່າ ແລະໄດ້ນຳນາຍຊ່າງ ຈາກສຳນັກຣາດຊະວັງຫຼວງພຣະບາງມານຳພາກໍ່ສ້າງ ລວດລາຍສິນລະປະຈິ່ງຍັງຄົງຮູບແບບເດີມ ສ່ວນການອຸປະຖຳແມ່ນຊາວບ້ານຖິ່ນເປັນບ້ານກົກບ້ານເຄົ້າ ຕໍ່ມາໄດ້ມີການຕັ້ງບ້ານໃຫມ່ຂື້ນອີກ ສອງບ້ານ ຄືບ້ານສີເມືອງ ບ້ານສີມຸງຄຸນ ກ່ອນປີ 1975 ການກໍ່ສ້າງຖາວອນວັດຖຸຕ່າງ ໆ ແມ່ນສຳນັກຣາດຊະວັງອະນຸຍາດກ່ອນຈິ່ງສ້າງໄດ້. ຫຼັງຈາກປະເທດລາວໄດ້ຮັບການປົດປ່ອຍມາຮອດປະຈຸບັນ ແມ່ນໄດ້ຮັບການອຸປະຖຳຈາກການນຳຂັ້ນແຂວງ ຂັ້ນເມືອງ ແລະສາມໝູ່ບ້ານມາໂດຍຕະຫຼອດ.




 
ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການອຸປະຖຳຈາກ 3 ໝູ່ບ້ານ ຄື: ບ້ານສີເມືອງ ບ້ານຖິ່ນ ບ້ານສີມຸງຄຸນ ແລະອອກຕົນຍາດໂຍມຫລາຍບ້ານ ທັງພາຍໃນແລະພາຍນອກ ປະເທດ ໄດ້ອຸປະຖຳບຳລຸງຕາມກຳລັງສັດທາ ວັດສີສະຫວ່າງຖືວ່າເປັນວັດທີ່ ສຳຄັນຂອງແຂວງ ຫຼືເປັນວັດຫຼວງຂອງແຂວງ ກໍ່ວ່າໄດ້ ນອກນີ້ຍັງເປັນທີ່ຕັ້ງຂອງອົງການປົກຄອງສົງສູງສຸດ ພາຍໃນແຂວງ, ໂຮງຮຽນ ມສ ສົງ, ຫ້ອງການສຶກສາສົງ, ຫ້ອງການ ອພສ ເມືອງ ແຕ່ລະປີ ມີພຣະສົງຈຳພັນສາຫລາຍທີ່ສຸດໃນໄຊຍະບູລີ ປີ 2015-2016 ມີພຣະສົງ ສາມະເນນຈຳພັນສາ 111 ອົງ.
ຕາມປະຫວັດກ່າວ່າ ວັດສີສະຫວ່າງວົງສ໌ ສ້າງໃນສະໄຫມເຈົ້າຊີວິດສີສະຫວ່າງວົງສ໌ ໃນປີ ຄສ 1920 ພຣະອົງເປັນສັດທາສ້າງວັດສີສະຫວ່າງໃນແຂວງໄຊຍະບູລີ 2 (ແຫ່ງອີກວັດໜຶ່ງແມ່ນຕັ້ງຢູ່ເມືອງປາກລາຍ ຫ່າງຈາກເມືອງໄຊຍະບູລີ ປະມານ 200 ກິໂລແມັດ) ສຳຫລັບວັດສີສະຫວ່າງວົງເມືອງໄຊຍະບູລີ ສ້າງຂື້ນທຳອິດ ແມ່ນຕັ້ງຢູ່ແຄມນ້ຳຮຸ່ງ ບໍລິເວນຫົວຂົວນ້ຳຮຸ່ງປະຈຸບັນ ແຕ່ຍ້ອນໄພທຳມະຊາດນ້ຳຮຸ່ງເຊາະເຈື່ອນດິນວັດເຂົ້າມາທຸກປີ ສະໄຫມນັ້ນ ແມ່ນສາທຸໃຫຍ່ ສີດາ ເປັນເຈົາອາວາດ ພ້ອມກັບອອກຕົນຍາດໂຍມ ມີຄວາມເຫັນດີໃຫ້ຍ້າຍວັດໄປບ່ອນໃຫມ່ ທີ່ເຫມາະສົມກວ່າ ຈິ່ງສະເໜີໄປຍັງສຳນັກຣາດຊະວັງຫລວງພຣະບາງ ໃນປີ ຄສ 1947 ຈິ່ງຍ້າຍວັດມາດອນນາຂອງຊາວບ້ານຖິ່ນ ທີ່ປະກົດເຫັນໃນປະຈຸບັນ ສ່ວນການຍ້າຍນັ້ນ ແມ່ນພຽງແຕ່ຍ້າຍສະຖານທີ່ໃຫມ່ເທົ່ານັ້ນ ວັດຖຸອຸປະກອນ ພຣະປະທານແມ່ນອັນເກົ່າ ແລະ ຊື່ວັດກໍ່ໃສ່ຊື່ເກົ່າ ເພາະການຍົກຍ້າຍແມ່ນເຈົາສັດທາເກົ່າ ແລະໄດ້ນຳນາຍຊ່າງ ຈາກສຳນັກຣາດຊະວັງຫຼວງພຣະບາງມານຳພາກໍ່ສ້າງ ລວດລາຍສິນລະປະຈິ່ງຍັງຄົງຮູບແບບເດີມ ສ່ວນການອຸປະຖຳແມ່ນຊາວບ້ານຖິ່ນເປັນບ້ານກົກບ້ານເຄົ້າ ຕໍ່ມາໄດ້ມີການຕັ້ງບ້ານໃຫມ່ຂື້ນອີກ ສອງບ້ານ ຄືບ້ານສີເມືອງ ບ້ານສີມຸງຄຸນ ກ່ອນປີ 1975 ການກໍ່ສ້າງຖາວອນວັດຖຸຕ່າງ ໆ ແມ່ນສຳນັກຣາດຊະວັງອະນຸຍາດກ່ອນຈິ່ງສ້າງໄດ້.




ຮູບພາບໂດຍ : Anousone Manisouk
ນໍາສະເໜີໂດຍ : ລາວ Temple 

ความคิดเห็น