ປະຫວັດຕ່າງໆ

แสดงเพิ่มเติม

ໄມ້ຈັນຫອມ ກັບຄວາມຄວາມເຊື່ອຂອງວັດທະນະທັມລາວ

ໄມ້ຈັນຫອມ ກັບຄວາມຄວາມເຊື່ອຂອງວັດທະນະທັມລາວ
ໄມ້ຈັນຫອມ ເປັນຕົ້ນໄມ້ມຸງຄຸນ ທີຄົນລາວ ຫລືຄົນໃນປະເທດໃນຊົມພູທະວີ ແລະປະເທດຕາເວັນອອກສ່ຽງໃຕ້ ເຊັ່ນ : ພະມ້າ ໄທ ລາວ ກຳປູເຈຍ...ຖືເປັນຕົ້ນໄມ້ມຸງຄຸນ ທີດີງາມ
ສ່ວນຄົນລາວເຮົານັ້ນຖືເປັນຕົ້ນໄມ້ມຸງຄຸນທີກ່ຽວຂ້ອງກັບພຸທທະປະຫວັດຂອງພຣະສັມມາສັມພຸທທະເຈົ້າ ກໍ່ຄືຕອນມີພຣະຣາຊພິທີມຸງຄຸນ ຖວາຍພຣະນາມຂອງເຈົ້າຊາຍສິດທັດຖະກໍ່ມີເຄື່ອງຫອມປະກອບ ມີໄມ້ຈັນຫອມໃນພິທີນັ້ນດ້ວຍ ແລະຕອນທີ ພຣະສັມມາສັມພຸທທະເຈົ້າຊົງດັບຂັນປະຣິນິພານ ແລະໃນພິທີຖວາຍພຣະເພິງ ກໍ່ມີໄມ້ຈັນຫ້ອມເປັນໄມ້ທີເຜົາພຣະສັມມາສັມພຸທທະເຈົ້າຄວາມເປັນມາ ຄວາມເຄົາຣົບນັບຖືສິ່ງສູງສຸດ ທີ່ຕ້ອງມີສິ່ງທີເປັນມຸງຄຸນກ່ຽວກັບໄມ້ຈັນຫອມ ຈຶ່ງສຶບທອດມາສູ່ຄວາມເຊື່ອແລະວັດທະນະທັມລາວເຮົາ 

ໄມ້ຈັນຫອມ ຍັງເປັນໄມ້ທີຫອມ ແຕ່ຖ້າຕົ້ນທີຕາຍ ( ຢືນຕົ້ນຕາຍ ຈຶ່ງຈະມີຄວາມຫອມເປັນທີສຸດ ) ຄວາມເຊື່ອນີ້ ຄົງຈະປຽບເຫມືອນບຸກຄົນ ໃຜຜູ້ຫນຶ່ງ ຕອນທີຍັງມີຊີວິດກໍ່ເຮັດສິ່ງທີເປັນປະໂຫຍດ ແກ່ສັງຄົມ ແລະປະເທດຊາດບ້ານເມືອງ ເມື່ອຫມົດອາຍຸໄຂໄປແລ້ວ ກຽດປະຫວັດແລະຊື່ສຽງຍຶ່ງໂດ່ງດັງກະຈອນກະຈາຍໄປທົ່ວສາລະທິດ ປຽບດັ່ງຕົ້ນຈັນທີຕາຍແລ້ວຍັງຈະມີກິ່ນຫອມຫວນໃຫ້ຜູ້ຄົນຣະນຶກເຖິງ ດັ່ງນີ້ແລ.

 ສະນັ້ນ ຄວາມເຊື່ອຂອງໄມ້ຈັນຫອມ ຈຶ່ງນິຍົມໄປເປັນເຄື່ອງຍ້ອງຍໍສັນລະເສີນສູງສຸດຂອງຄົນໃນສະໄຫມກ່ອນ ຈະນຳໄປເຮັດເປັນໂກດ ເປັນໂລງ ເປັນຟືນ ເປັນໄມ້ຖວາຍເພິງ ແລະເປັນເຄື່ອງປະກອບໃນພິທີກັມຕ່າງໆ ໃຫ້ແກ່ຜູ້ທີເຄົາຣົບສູງສຸດ ເຊັ່ນພຣະສົງ ກະສັດ ເຈົ້ານາຍ ແລະຜູ້ທີມີຄຸນງາມຄວາມດີທັງຫລາຍ...
ການສ້າງເມືອງວຽງຈັນ ການຕັ້ງເມືອງວຽງຈັນໃນສະໄຫມບູຮານນັ້ນ ເພິ່ນກໍ່ໄດ້ເອົາໄມ້ຈັນຫອມ ມາປັກເປັນເສົາເຂດແດນຂອງເມືອງວຽງຈັນ ນອກນັ້ນຍັງເປັນຊື່ທີມີຄວາມຫມາຍທີເປັນມຸງຄຸນ ເປັນ ເຊັ່ນ : ມີຊື່ດອນຈັນ , ພຣະຍາຈັນທະບູຣີປະສິດທິສັກ ( ຈັນທະບູຣີອ່ວຍລ່ວຍ) ເຈົ້າເມືອງວຽງຈັນຜູ້ທຳອິດ , ຫນອງຈັນ , ວັດຈັນ...ແລະເມືອງວຽງຈັນ ແລະເມືອງວຽງຈັນໃນສະໄຫມກ່ອນນັ້ນຍັງມີຕົ້ນຈັນຫອມເກີດຂຶ້ນຢ່າງຫລວງຫລາຍຈົນເປັນປ່າເປັນດົງໄມ້ຈັນ ທົ່ວບໍລິເວນແຫ່ງນີ້ ແລະໄມ້ຈັນຫອມນັບແຕ່ມີການເຮັດພິທີສ້າງເມືອງວຽງຈັນຂຶ້ນມາ ໃນສະໄຫມພຣະເຈົ້າໂພທິສະຣະຣາຊ ( ພໍ່ຂອງເຈົ້າໄຊຍະເສດຖາທິຣາຊ ) ເພື່ນກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງວຽງຈັນໃນຕອນນັ້ນ ແລະເມື່ອປີ ຄສ 2012 ຫໍຫລັກເມືອງວຽງຈັນ ກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງ ເພື່ອເປັນສັນຍາລັກ ເປັນສິຣິມຸງຄຸນໃຫ້ແກ່ບ້ານເມືອງໃຫ້ຈະເຣິນຮຸ່ງເຮືອງ ຫອມຟູ້ງເມືອງຫນ້າຕະຫລອດໄປ ....

ຄຸນປະໂຫຍດຂອງໄມ້ຈັນຫອມ ເຊິ່ງເປັນໄມ້ທີມີກິ່ນຫອມ ຖ້າເປັນຕົ້ນທີຢືນຕົ້ນຕາຍແລ້ວ ກິ່ນຈະຫອມຫລາຍທີສຸດ ຄົນສະໄຫມກ່ອນຈະມັກນຳມາເຮັດຫີບເກັບ ເສື້ອຜ້າອາພອນ , ເຄື່ອງແກະສະຫລັກ ນຳມາເຮັດທູບ , ເຄື່ອງຫອມ ເຮັດຫວີ... ໄມ້ຈັນຫອມຍັງມີຄຸນປະໂຫຍດເປັນຢາຮັກສາໂຣຄພະຍາດອີກນຳ ເຊັ່ນແກ້ເປັນໄຂ້ ,ເລືອດເປັນຜິດ ,ອ່ອນເພຍ ບຳຣຸງຫົວໃຈ... ສ່ວນນ້ຳມັນທີສະກັດຈາກຕົ້ນຈັນຫອມ ຍັງນຳໄປໃຊ້ເປັນເຄື່ອງຫອມ ເຄື່ອງສຳອາງ ແລະຍາຮັກສາໂຣຄຕ່າງໆອີກນຳດ້ວຍ .
ເພາະໃນໄລຍະນີ້ໄດ້ມີພິທີເຮັດຫິບເພື່ອບັນຈຸສະຣິຣະສັງຂານ ດ້ວຍໄມ້ຈັນຫອມ ໃຫ້ແກ່ອົງຍອດພຣະແກ້ວມະຫາສັງຄະສຸທັມມາທິບໍດີ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ຣັດຕະນະມະຫາສັງຄະປາໂມຄ ທີຈະຖວາຍພຣະເພິງໃນວັນທີ 26/06/2020 ຈຶ່ງມີຜູ້ຄົນໃຫ້ຄົນສົນໃຈ ທີກ່ຽວຂ້ອງກັບໄມ້ຈັນຫອມ


ທາງເພຈ Art and Culture of Laos ຈຶ່ງໄດ້ສອບຖາມ ຄົ້ນຄວ້າ ຫາຂໍ້ມູນເພື່ອມາເປັນວິທະຍາທານປະກອບສ່ວນໃນການຊາປະນະກິດພຣະສົບ ຂອງອົງພຣະປະມຸກສົງໃນຄັ້ງນີ້ດ້ວຍ.
Cr : Art and Culture of Laos

ความคิดเห็น