ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດສົມເດັດພຣະສັງຄະຣາຊປານ

ປະຫວັດສົມເດັດພຣະສັງຄະຣາຊປານ

          ສົມເດັດພຣະສັງຄະຣາຊປານ ເກີດເມື່ອປີກາບຍີ ຈ.ສ.1216 (ຄ.ສ.1854, ພ.ສ.2397) ທີ່ບ້ານວັດທາດ ຕາແສງວັດທາດ ເມືອງຫຼວງພະບາງ ໃນແຜ່ນດິນສົມເດັດພຣະເຈົ້າຈັນທະຣະເທບປະພາຄຸນ ຫຼືເຈົ້າມະຫາຊີວິດຫຼວງຈັນ ພໍ່ແມ່ຊື່ສັງບໍ່ຊາບ ແຕ່ມີເຊື້ອສາຍຢູ່ບ້ານວັດທາດ ຊື່ນາງສຸພັນເມຍທິດເພົ້າແລະນາງຂຳໝ້າຍທິດທອງດີ ເມື່ອອາຍຸ 12 ປີ ໄດ້ອອກບວດເປັນສາມະເນນຢູ່ວັດທາດ ຈົນອາຍຸ 21 ປີ ຈິ່ງໄດ້ອຸປະສົມບົດເປັນພິກຂຸແລ້ວໄດ້ເຖຣາພິເສກເປັນຫົວຄູ  ຣາຊະຄູ ແລະມະຫາຣາຊະຄູຕາມ ທັງເປັນສົມພານວັດທາດ.
          ປີເປິກໃຈ້ ຈ.ສ.1250 (ຄ.ສ.1888, ພ.ສ.2431) ໄດ້ສ້າງກຸຕິເສົາຕັ້ງແຂ່ງ ພື້ນແລະຝາເຮັດດ້ວຍໄມ້ແປ້ນ ມຸງດິນຂໍ ມີທັງ ມົດ5 ຫ້ອງ ປິ່ນຫົວໄປທາງຟາກຕາເວັນອອກ ເກາະລະບຽງສາມດ້ານທາງຝ່າຍຕາເວັນຕົກ ຕໍ່ມາສາທຸບຸນທັນ ຖິຕະປຸນໂຍ (ລາທິກຸນ) ໄດ້ຊ່ອມແຊມອີກແລະປິ່ນຫົວໄປທາງຟາກຕາເວັນຕົກ ເກາະລະບຽງ 1 ດ້ານໄປທາງຟາກຕາເວັນອອກ.
          ປີກັດເປົ້າ ຈ.ສ.1251 (ຄ.ສ.1889, ພ.ສ.2432)  ໄດ້ໄປກຸງເທບພ້ອມເຈົ້າຣາຊະພຣະຄິໄນບຸນຄົງ (ຫຼານເຈົ້າຊີວິດ)  ເພື່ອສຶກສາວິຊາແພດສາດແລະສິລະປະວິທະຍາ.
       ປີກົດເສັດ ຈ.ສ.1272 (ຄ.ສ.1910, ພ.ສ.2453) ໄດ້ຮ່ວມຄິດຮ່ວມມືກັບເຈົ້າມະຫາອຸປະ ຣາຊບຸນຄົງ ສ້າງວັດທາດຂຶ້ນໃໝ່ແທນຫຼັງເກົ່າທີ່ຖືກລົມພັດລົ້ມ ປີກັດໃຄ້ ຈ.ສ.1261 ແລະກົມມະລຽນໜຶ່ງຫຼັງດຽວນີ້ເປັນຫໍສະໝຸດ.
          ປີຮັບເໝົ້າ ຈ.ສ.1277 (ຄ.ສ.1915, ພ.ສ.2458) ໄດ້ເປັນສົມເດັດພຣະສັງຄະຣາຊແຫ່ງ ພຣະຣາຊະອານາຈັກຫຼວງພະບາງ ໃນສະໄໝຂອງສົມເດັດພຣະເຈົ້າສີສວ່າງວົງສ໌  ໄດ້ຮັບນິມົນໄປຢູ່ວັດໃໝ່ສຸວັນນະພູມມາຣາມ ໄດ້ຊ່ອມແຊມຫຼັງວັດ  ມໍຣະນະພາບເດືອນ 9 ປີກັດໃສ້ ຈ.ສ.1291 (ຄ.ສ.1929, ພ.ສ.2472)  ສິຣິລວມອາຍຸໄດ້ 75 ປີ 55 ວັດສາ.

ຂໍ້ມູນຈາກປື້ມ : ຕໍານານວັດ ເມືອງຫຼວງພຮະບາງ ໂດຍ ເຈົ້າຄໍາໝັ້ນ ວົງກົຕຣັຕນະ ເຈົ້າເມືອງບໍາເໜັຈ
ລວບລວມ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น