ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດວັດໄຕນ້ອຍຣັຕນະມຸງຄຸນ


ພຣະພຸດທະຮູບ ຢູ່ທາງໜ້າສີມວັດສີສະເກດ ໃນເມື່ອກ່ອນ ປະຈຸບັນນີ້ແມ່ນພຣະປະທານຢູ່ໃນສີມ ວັດໄຕນ້ອຍ


#ປະຫວັດວັດໄຕນ້ອຍ

ວັດໄຕນ້ອຍຣັຕນະມຸງຄຸນປະຫວັດວັດໄຕນ້ອຍຣັຕນະມຸງຄຸນ ຕັ້ງຢູ່ບ້ານໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຂື້ນກັບສາມໜູ່ບ້ານຄື : ບ້ານ ໜອງປາໄນ, ບ້ານ ວັດໄຕນ້ອຍທ່າ ແລະ ບ້ານ ວັດໄຕນ້ອຍທົ່ງ.

ປະຫວັດວັດໄຕນ້ອຍຣັຕນະມຸງຄຸນໂດຍສັງເຂບ
ວັດໄຕນ້ອຍຣັຕນະມຸງຄຸນ ຕັ້ງຢູ່ບ້ານ ໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຂື້ນກັບ 3 ໝູ່ບ້ານຄື: ບ້ານໜອງປາໄນ,ບ້ານວັດໄຕນ້ອຍທ່າ ແລະ ບ້ານວັດໄຕນ້ອຍທົ່ງ.

 ເລື້ອງປະຫວັດຂອງວັດໄຕນ້ອຍຣັຕນະມຸງຄຸນນັ້ນ ແມ່ນ ບໍ່ມີນັກປາດອາຈານຄົນໃດທີ່ສາມາດບອກໄດ້ວ່າ ສ້າງຕັ້ງຂື້ນໃນປີໃດ, ໃຜເປັນສັດທາ ແລະ ນຳພາສ້າງ ເພາະວ່າບໍ່ມີສີລາຈາຣຶກ ຫຼື ຂໍ້ຄວາມທີ່ບັນທຶກເລື້ອງລາວຂອງວັດໄຕນ້ອຍຣັດຕະນະມຸງຄຸນ ໄວ້ເປັນລາຍລັກອັກສອນຄັກແນ່, ເປັນແຕ່ພຽງການເລົ່າປາກຕໍ່ປາກຂອງຜູ້ເຖົ້າຜູ້ແກ່ເທົ່ານັ້ນ, ດັ່ງນັ້ນ ການຂຽນປະຫວັດວັດໄຕນ້ອຍຣັຕນະມຸງຄຸນຄັ້ງນີ້ ຈິ່ງເປັນພຽງການຂຽນຕາມການບອກເລົ່າຂອງຜູ້ເຖົ້າ, ຜູ້ແກ່ທີ່ເປັນເຖົ້າແກ່ພື້ນບ້ານພື້ນເມືອງເທົ່ານັ້ນ.


ຕາມການບອກເລົ່າຂອງພໍ່ຕູ້ ບຸນເຖີງ ວົງສີປະເສີດ ອາຍຸ 90 ປີ ບ້ານ ໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ບອກວ່າ: ເມື່ອຂ້າພະເຈົ້າຍັງນ້ອຍ ອາຍຸປະມານ 4 ຂວບ ຍັງບໍ່ທັນໄດ້ນຸ່ງໂສ້ງເສື້ອໄດ້ມາແລ່ນຫຼີ້ນໃນວັດ, ກໍ່ຈິ່ງໄດ້ເຫັນຝາພັດທະສີມາເພພັງຢັງຢາຍ ຢູ່ຕາມເດີ່ນວັດ ສ່ວນພັດທະສີມາທີ່ເປ້ເພເພີ່ນໄດ້ຕັ້ງເສົາໄມ້ ແລະ ເອົາຫຍ້າມຸງເພື່ອນຳໃຊ້ ເຈົ້າອະທິການວັດໃນເວລານັ້ນແມ່ນພຣະອາຈານ ບຸນມີ ຕໍ່ມາພຣະອາຈານ ບຸນມີ ໄດ້ຍ້າຍໄປຢູ່ປະເທດໄທ ພຣະສົງ-ສາມະເນນ ແລະ ອອກຕົນຍາດໂຍມຈິ່ງເຫັນດີແຕ່ງຕັ້ງມ່ອມ ພັນ ຂື້ນເປັນເຈົ້າອະທິການວັດແທນ, ຕໍ່ມາມ່ອມ ພັນ ກໍ່ໄດ້ລາສິກຂາອອກໄປ ພຣະສົງ -ສາມະເນນ ແລະ ຊາວບ້ານຈິ່ງໄດ້ແຕ່ງຕັ້ງມ່ອມ ພວງ ຂື້ນເປັນເຈົ້າອະທິການວັດແທນ, ເມື່ອມ່ອມ ພວງ ມໍລະນະພາບກໍ່ໄດ້ແຕ່ງຕັ້ງມ່ອມ ລີ ຂື້ນເປັນເຈົ້າອາທິການວັດແທນອີກ ແລະ ເມື່ອມ່ອມ ລີ ໄດ້ລາສິກຂາອອກໄປ ໄດ້ເຮັດໃຫ້ບໍ່ມີຜູ້ສືບທອດໃນຕຳ  ແໜ່ງເຈົ້າອາທີການວັດແທນ ຈິ່ງເຮັດໃຫ້ພຣະສົງ - ສາມະເນນ ແລະ ຊາວບ້ານໄປນິມົນເອົາຍາຄູ ບຸນມາ ຢູ່ວັດຫຼັກຫິນມາເປັນເຈົ້າອະທິການວັດ. ເມື່ອຍາຄູ ບຸນມາ ໄດ້ມາເປັນເຈົ້າອະທິການວັດໄຕນ້ອຍໄດ້ປະມານ 2ພັນສາ, ຂ້າພະເຈົ້າ(ພໍ່ຕູ້ ບຸນເຖີງ) ມີອາຍຸໄດ້ 12ປີ ຈິ່ງໄດ້ເຂົ້າມາບວດເປັນຈົວ (ສາມະເນນ) ເປັນລູກສິດຍາຄູ ບຸນມາ ແລະ ໃນຂະນະທີ່ຂ້າພະເຈົ້າຍັງເປັນສາມະເນນຢູ່ນັ້ນ ມັກໄດ້ຍິນຜູ້ເຖົ້າຜູ້ແກ່ເພີ່ນສົນທະນາກັນວ່າ: ເປັນຫຍັງຈິ່ງເອີ້ນວ່າ ວັດໄຕນ້ອຍ ແລະ ວັດໄຕໃຫຍ່, ຜູ້ເພີ່ນຮູ້ເຄົ້າຮູ້ມູນກໍ່ເລົ່າສູ່ຟັງວ່າ: ແຕ່ກ່ອນກີ້ມີກະສັດ 2ພະອົງກຽມຈະແຕ່ງງານກັນ, ເພື່ອສ້າງບຸນຮ່ວມກັນກະສັດທັງ 2ພະອົງນັ້ນຈິ່ງໄດ້ແຕ່ງເຄື່ອງເພື່ອສ່ຽງບຸນວາດສະນາສະໜາໃສ່ໃນໂອໃຕໜ່ວຍໃຫຍ່ ແລະ ໜ່ວຍນ້ອຍ ( ຂັນໂອສະໄໝບູຮານ ເພີ່ນເອີ້ນວ່າ: ໂອໃຕ ) ແລ້ວຕັ້ງຄວາມປາດຖະ     ໜາວ່າ ຖ້າວ່າໂອໃຕໜ່ວຍໃຫຍ່ນີ້ໄປຕົກຄ້າງຢູ່ທ່າໃດ ກະສັດອົງອ້າຍຈະໄປສ້າງວັດຢູ່ບ້ານນັ້ນ, ສ່ວນກະສັດອົງນ້ອງຍິງກໍ່ປາດຖະ ໜາເຊັ່ນດຽວກັນ ແລະ ຈາກນັ້ນກໍ່ປາດຖະໜາຮ່ວມກັນວ່າ ຖ້າວ່າທັງ 2 ພະອົງນັ້ນຫາກແມ່ນຄູ່ສ້າງຄູ່ສົມກັນແຕ່ແຖນແຕ່ຟ້າແທ້ ຂໍໃຫ້ໂອໃຕທັງ 2 ໜ່ວຍນັ້ນໄຫຼຕົກຄ້າງຢູ່ທ່າຕິດກັນ. ຫຼັງຈາກປາດຖະນາຮ່ວມກັນແລ້ວກໍ່ປ່ອຍໂອໃຕທັງ 2 ໜ່ວຍນັ້ນລ່ອງຕາມສາຍແມ່ນ້ຳຂອງມາແຕ່ເມືອງຫຼວງພະບາງພຸ້ນ. ຕໍ່ມາພາຍຫຼັງໂອໃຕທັງ 2 ໜ່ວຍກໍ່ໄດ້ໄຫຼມາຕົກຄ້າງຢູ່ທ່ານ້ຳເມືອງວຽງຈັນຄື: ໂອໃຕໜ່ວຍທີ່ເປັນຂອງກະສັດຝ່າຍຊາຍແມ່ນໄຫຼມາຄ້າງຢູ່ທ່າເໜືອ ສ່ວນໂອໃຕໜ່ວຍນ້ອຍທີ່ເປັນຂອງກະສັດຝ່າຍຍິງແມ່ນໄຫຼມາຄ້າງຢູ່ທ່າໃຕ້. ຈາກນັ້ນມາກະສັດທັງ 2ພະອົງກໍ່ໄດ້ໃຊ້ເສນາອາມາດເລາະລຽບຕາມແຄມຝັ່ງແມ່ນ້ຳຂອງແຕ່ເມືອງຫຼວງພະບາງລົງມາເລື້ອຍໆ ເພື່ອຕາມຫາໂອໃຕທັງ 2ໜ່ວຍຂອງກະສັດນັ້ນ, ເມື່ອມາພົບຢູ່ທີ່ທ່າທັງ 2ແລ້ວ ເສນາອາມາດຈິ່ງກັບໄປກາບທູນໃຫ້ກະສັດທັງ 2ພະອົງໃຫ້ຊົງຮູ້ ຈາກນັ້ນທັງ 2ພະອົງຈິ່ງໄດ້ສະເດັດຕາມມາ ແລ້ວຕັດສັ່ງໃຫ້ເສນາອາມາດຊອກຫາສະຖານທີ່ອັນເໝາະສົມເຊິ່ງຊື່ງທ່າ ຫຼື ໃກ້ຄຽງທ່າທີ່ໂອໃຕທັງ 2ໜ່ວຍໄຫຼມາຄ້າງ ເພື່ອຈະສ້າງວັດໄວ້ເປັນອະນຸສອນໃຫ້ແກ່ພະອົງທັງ 2 ແລະ ເມື່ອເສນາອາມາດ ຫາສະຖານທີ່ໄດ້ແລ້ວກໍ່ລົງມືຖາກຖາງ, ຈັດແປງທີ່ພັກໃຫ້ເປັນວັດວາອາຮາມ. ຈາກນັ້ນກະສັດທັງ 2 ພະອົງກໍ່ໄດ້ຕັດສັ່ງໃຫ້ຕັ້ງຊື່ວັດທີ່ສ້າງຂື້ນນັ້ນຕາມໂອໃຕທີ່ໄຫຼມາຄ້າງຄື: ວັດທີ່ຕັ້ງຊື່ທ່າ ຫຼື ໃກ້ຄຽງທ່າທີ່ໂອໃຕໜ່ວຍໃຫຍ່ໄຫຼມາຄ້າງໃຫ້ເອີ້ນຊື່ວ່າ ວັດໄຕໃຫຍ່ ສ່ວນວັດທີ່ຕັ້ງຊື່ທ່າ ຫຼື ໃກ້ຄຽງທ່າທີ່ໂອໃຕໜ່ວຍນ້ອຍໄຫຼມາຄ້າງໃຫ້ເອີ້ນຊື່ວ່າ ວັດໄຕນ້ອຍ, ຕໍ່ມາເມື່ອ ພຣະອາຈານ ບຸນຍົດ ນົນທະໂຄດ ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າອາທິການວັດ ໄຕນ້ອຍ ຢ່າງເປັນທາງການແລ້ວຈິ່ງໄດ້ ເພີ້ມເຕີມຄຳວ່າ ຣັຕນະມຸງຄຸນ ໃສ່ຕໍ່ທ້າຍຈິ່ງກາຍມາເປັນວັດໄຕນ້ອຍຣັຕນະມຸງຄຸນ ແລະ ນຳໃຊ້ມາຈົນຮອດປັດຈຸບັນນີ້.









ສຳຫຼັບການສ້າງວັດທັງ 2ວັດນີ້ມີບໍ່ຜູ້ໃດກ່າວຂານກັນອີກວ່າໂອໃຕທັງ 2ໜ່ວຍນັ້ນກະສັດທັງ 2ພະອົງ ໄດ້ນຳໄປປະໄວ້ຢູ່ທີໃດ, ແຕ່ກໍ່ຍັງມີຮ່ອງຮອຍໜຶ່ງທີ່ໜ້າສົນໃຈຄື ມີຕົ້ນໄມ້ 1 ຊື່ວ່າຕົ້ນບຸນນາກ ທີ່ເກີດຢູ່ໜ້າສາລາໂຮງທຳ (ປັດຈຸບັນແມ່ນເປັນທີ່ຕັ້ງຂອງຫໍພຣະພຸດທະຮູບ) ຜູ້ຂຽນເຄີຍໄດ້ຍີນຜູ້ເຖົ້າຜູ້ແກ່ເລົ່າວ່າ ເມື່ອສ້າງວັດໄຕນ້ອຍສຳເລັດແລ້ວ ກະສັດອົງຍິງໄດ້ນຳເອົາຕົ້ນ ບຸນນາກມາຈາກເມືອງ ຫຼວງພະບາງ ເພື່ອມາປູກໄວ້ວັດທີ່ຕົນເອງມີສັດທາສ້າງ (ວັດໄຕນ້ອຍ) ເພື່ອເປັນອານຸສອນຄຽງຄູ່ກັນກັບວັດ.

ພາຍຫຼັງທີ່ ວັດໄຕນ້ອຍຣັດຕະນະມຸງຄຸນ ໄດ້ຖືກສ້າງຕັ້ງຂື້ນແລ້ວ ກໍ່ໄດ້ຜ່ານການເສີມຂະຫຍາຍ ແລະ ພັດທະນາມາຫຼາຍຍຸກຫຼາຍສະໄໝ ໂດຍຜ່ານເຈົ້າອະທິການວັດຫຼາຍໆອົງຈາກລຸ້ນຕໍ່ລຸ້ນ ເປັນລຳດັບມາຈົນຮອດປີ ຄ.ສ 1935 ຈິ່ງໄດ້ມີການສ້າງພັດທະສີມາຂື້ນ ໂດຍແມ່ນ ຍາຄູ ບຸນມາ ເປັນເຈົ້າອະທິການວັດໃນໄລຍະນັ້ນ, ສ່ວນຊ່າງແມ່ນຄົນຫວຽດນາມ ແລະ ຜູ້ເປັນເຈົ້າກົກເຄົ້າສັດທາແມ່ນ ພໍ່ຈານ ຜາ ຫຼື ຍາພໍ່ບຸ ບ້ານວັດໄຕນ້ອຍທ່າ ພະນັກງານຂັບເຮືອຈັກໃຫ້ເຈົ້າເພັດຊະລາດ ແລະ ກໍ່ຍັງມີເຈົ້າສັດທາຮ່ວມອີກຫຼາຍຄົນຄື:
1. ພໍ່ຕູ້ທິດ ຄຳເພັງ ບ້ານວັດໄຕນ້ອຍທ່າ.                                 10. ພໍ່ຕູ້ ທອງລາ ບ້ານໜອງປາໄນ.
2. ພໍ່ຕູ້ທິດ ຫຼ້ອມ ນາຍບ້ານບ້ານວັດໄຕນ້ອຍທ່າ.                      11. ພໍ່ຕູ້ ມີວ່າງ ບ້ານໜອງປາໄນ.
3. ພໍ່ຕູ້ຈານ ບົວ ສາລະວັດ.                                                     12. ພໍ່ຕູ້ ຈັນທາ ບ້ານໜອງປາໄນ.
4. ພໍ່ຕູ້ ໝິກ ບ້ານວັດໄຕນ້ອຍທ່າ.                                           13. ພໍ່ຕູ້ທິດໃບ ນາຍບ້ານໜອງປາໄນ.
5. ພໍ່ຕູ້ທິດ ສີ ບ້ານວັດໄຕນ້ອຍທ່າ.                                           14. ພໍ່ຕູ້ ນວນດຳ ບ້ານໜອງປາໄນ.
6. ພໍ່ຕູ້ ຊ່ວງ ບ້ານວັດໄຕນ້ອຍທ່າ.                                            15. ພໍ່ຕູ້ ຊ່ຽນ ບ້ານໜອງປາໄນ.
7. ພໍ່ຕູ້ທິດ ທ້າວ ບ້ານໜອງປາໄນ.                                           16. ພໍ່ຕູ້ ຮອງ ບ້ານໜອງປາໄນ.
8. ພໍ່ຕູ້ ທອງ ບ້ານໜອງປາໄນ.                                                17. ພໍ່ທິດ ສີຈ້ອຍ ບ້ານໜອງປາໄນ.
9. ພໍ່ຕູ້ທິດ ພັນ ບ້ານໜອງປາໄນ.                                            18. ພໍ່ຕູ້ ວັນທາ ບ້ານໜອງປາໄນ.

ໃນເວລາທີ່ກຳລັງສ້າງສາຢູ່ນັ້ນ ເຈົ້າເພັດຊະລາດ ໄດ້ສະເດັດຂີ່ມ້າມາເບີ່ງນຳເທື່ອໜຶ່ງການກໍ່ສ້າງໄດ້ດຳເນີນມາຮອດປີ ຄ.ສ 1939 ຈິ່ງສຳເລັດ ຫຼັງຈາກນັ້ນຕໍ່ມາຍາຄູ ບູນມາ ກໍ່ໄດ້ມໍລະນະພາບໄປ ຈິ່ງເຮັດໃຫ້ພຣະສົງ-ສາມະເນນ ແລະ ຊາວບ້ານໄດ້ນິມົນພຣະອາຈານ ໂກສົນ ມາເປັນເຈົ້າອະທິການຕໍ່, ແຕ່ພຣະອາຈານ ໂກສົນ ມາຢູ່ວັດໄຕນ້ອຍບໍ່ພໍເທົ່າໃດກໍ່ມີອອກຕົນຍາດໂຍມມານິມົນເພີ່ນໃຫ້ໄປສ້າງວັດ ວຽງທອງ (ດົງນາທອງ), ຈາກນັ້ນພຣະອາຈານ ບຸນມີ ກໍ່ໄດ້ ກັບມາຈາກປະເທດໄທແລ້ວມາເປັນເຈົ້າອະທິການວັດໄຕນ້ອຍ. ຢູ່ມາໄລຍະໜຶ່ງເພີ່ນກໍ່ໄດ້ມໍລະນະພາບ ແລ້ວ ຕໍ່ມາພຣະສົງ-ສາມະເນນ ແລະ ຊາວບ້ານກໍ່ໄດ້ແຕ່ງຕັ້ງພຣະອາຈານ ຄຳເບົ້າ ຂື້ນເປັນເຈົ້າອະທິການວັດແທນ ແລະ ເມື່ອພຣະອາຈານ ຄຳເບົ້າ ໄດ້ລາສິກຂາໄປ ພຣະສົງ-ສາມະເນນ ແລະ ອອກຕົນຍາດໂຍມໄດ້ພາກັນວິ້ງເຕັ້ນໄປຫາຄູບາອາຈານຜູ້ໃຫຍ່ ເພື່ອໃຫ້ເພີ່ນແຕ່ຕັ້ງພຣະອາຈານ ບຸນຍົດ ກະຕະສາໂຣ (ນົນທະໂຄດ) ຂື້ນເປັນເຈົ້າອະທິການວັດໄຕນ້ອຍຣັຕນະມຸງຄຸນ ແລະ ກໍ່ຖືວ່າພຣະອາຈານ ບຸນຍົດ ກະຕະສາໂຣ (ນົນທະໂຄ) ໄດ້ເປັນເຈົ້າອະທິການວັດໄຕນ້ອຍຣັດຕະນະມຸງຄຸນ ທີ່ເປັນທາງການຄົນທຳອິດ ແລະ ດຳລົງຕຳແໜ່ງມາຈົນຮອດປັດຈຸບັນ.
ເມື່ອພຣະອາຈານ ບຸນຍົດ ກະຕະສາໂຣ (ນົນທະໂຄດ) ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ເຈົ້າອະທິການວັດແລ້ວ, ເພີ່ນກໍ່ໄດ້ນຳພາພຣະສົງ-ສາມະເນນ ແລະ ອອກຕົນຍາດໂຍມ ສ້າງສາວັດວາໃຫ້ຈະເລີນຮຸ່ງເຮືອງມາເລື້ອຍໆ. ນີ້ແມ່ນການເລົ່າປະຫວັດໂດຍສັງເຂບຂອງວັດໄຕນ້ອຍຣັຕນະມຸງຄຸນ ໂດຍຜ່ານການເລົ່າສູ່ກັນຟັງຂອງຜູ້ເຖົ້າຜູ້ແກ່ທີ່ເປັນຄົນພື້ນຖານ ແລະ ການສັນນິຖານຂອງຜູ້ຂຽນເອງ, ດັ່ງນັ້ນ ຖ້າວ່າມີຂໍ້ຂາດຕົກບົກພ່ອງສິ່ງໜຶ່ງປະການໃດ ຜູ້ຂຽນຕ້ອງຂໍອະໄພນຳທ່ານຜູ້ອ່ານຫຼາຍໆ, ຖ້າທ່ານຜູ້ອ່ານຫາກມີຂໍ້ມູນທີ່ດີກ່ວານີ້ຂໍ້ໃຫ້ທ່ານຊ່ວຍສົ່ງຂ່າວ ແລະ ຕອບສະໜອງຂໍ້ມູນແກ່ຜູ້ຮຽບຮຽງດ້ວຍ.

ຂໍ້ມູນ : ພຣະ ສໍາລານໄຊ ວົງຄໍາດີ ພສ 2554   ຄສ 2011
ຮຽບຮຽງ ແລະ ເກັບກໍາຂໍ້ມູນໂດຍ :  https://www.facebook.com/LaoTemple
Cr Photo : ທິມງານ ລາວ Temple

ความคิดเห็น