ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດຫີນຟູ ເມືອງສິງ ແຂວງ ຫຼວງ ນໍ້າທາ

 
ພຣະທາດຫີນຟູ ແມ່ນຕັ້ງຢູ່ເທີງດອນ ບ້ານຊາຍ, ໂດຍມີແມ່ນ້ຳຂອງອ້ອມຮອບ ຫ່າງຈາກເທດສະບານ ເມືອງສິງ ແຂວງ ຫຼວງ ນໍ້າທາ ໄປທາງທິດ ຕາເວັນອອກສຽງເໜືອ ປະມານ 70 ກິໂລແມັດ. ເສັ້ນທາງເຂົ້າໄປພຣະທາດຫີນຟູ ແມ່ນມີຄວາມຫຍຸ້ງຍາກ ພໍສົມຄວນ ເນື່ອງຈາກ ພຣະທາດ ຕັ້ງຢູ່ຫ່າງໄກສອກຫຼີກ ແລະ ເປັນເສັ້ນທາງພູດອຍ.
ພຣະທາດຫີນຟູ ແມ່ນພຣະທາດທີ່ເກົ່າແກ່ອີກແຫ່ງໜຶ່ງຢູ່ໃນເມືອງສິງ ໄດ້ສ້າງຂຶ້ນໃນ ປີ ຄສ 1792.

ພ້ອມກັບ ພຣະທາດຈອມໝອກ (ເມືອງລອງ), ພຣະທາດຜາຄຳ (ເມືອງລອງ), ພຣະທາດຈອມຈວງ (ເມືອງລອງ) ແລະ ພຣະທາດແມວສີ ເມືອງສະ (ພະມ້າ). ບັນດາ ພຣະທາດ ເຫຼົ່ານີ້ ແມ່ນສ້າງຂຶ້ນໂດຍ ເຈົ້າແສງສີຂະຕິຍະວົງສາ ໃນສະໄໝສ້າງເມືອງສິງຂຶ້ນໃໝ່.

ຕາມຄວາມເຊື່ອ ແລະ ການບອກ ເລົ່າ ຂອງຜູ້ເຖົ້າຜູ້ແກ່ເວົ້າວ່າ: ພຣະທາດຫີນຟູ ແມ່ນຕັ້ງຢູ່ກາງແມ່ນ້ຳຂອງ ເຊິ່ງເປັນດິນ ທີ່ພູນຂຶ້ນ ວິດຈາກໜ້ານ້ຳ ພຽງໜ້ອຍດຽວ ແຕ່ບໍ່ ເຄີຍຖືກນ້ຳຖ້ວມຈັກເທື່ອ. ຍ້ອນວ່າ ເມື່ອເວລານ້ຳຂຶ້ນ ດອນແຫ່່ງນີ້ກໍ່ຟູຂຶ້ນຕາມນ້ຳ ແລະ ນ້ຳລົງກໍ່ລົງຕາມນ້ຳ ດັ່ງນັ້ນ ພຣະທາດ ແຫ່ງນີ້ ຈິ່ງໄດ້ຊື່ວ່າ "ພຣະທາດຫີນຟູ"

ຂໍ້ມູນ http://www.laogov.gov.la/province/Pages/Provincetourism.aspx?CateID=17&ItemID=513&MenuID=6

ລວບລວມເກັບກໍາຂໍ້ມູນ ແລະ ຮູບພາບໂດຍ : https://www.facebook.com/LaoTemple

ความคิดเห็น