ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດຈອມເພັດ ( ແຂວງ ຊຽງຂວາງ)

 
ພຣະທາດຈອມເພັດ ( ແຂວງ ຊຽງຂວາງ)
ພຣະທາດຈອມເພັດ ຕັ້ງຢູ່ຕົວເມືອງຄູນ ແຂວງ ຊຽງຂວາງ, ມີຮູບລັກຊະນະການກໍ່ສ້າງ ຄືກັບພຣະທາດຝຸ່ນ, ສ້າງຂຶ້ນເປັນມິ່ງຂວັນໃຈ ຂອງປະຊາຊົນຊາວເມືອງພວນ ແລະ ເປັນບ່ອນທ້ອນ ໂຮມເພັດນິນຈິນດາ ຂອງຊາວເມືອງພວນ.


ໃນປີ ຄສ 1422, ຈສ 787 ກະສັດເຈົ້າຜ້າຂາດໄດ້ນຳເອົາເພັດນິນຈິນດາ ທີ່ມີແສງລັດສະໝີອັນສວຍສົດງົດງາມ ສາມາດ ສົ່ງແສງລັດສະໝີ ໄປທົ່ວທຸກທິດຂອງເມືອງພວນ ໃສ່ຍອດທາດ, ດັ່ງນັ້ນ ຈຶ່ງໃສ່ຊື່ວ່າ: "ທາດຈອມເພັດ".
ຈາກນັ້ນມາດົນເຖິງ 577 ປີ, ມາຮອດປີ ຄສ 1874, ຈສ 1237, ສະໄໝສົງຄາມຫໍ້ ໄດ້ເຂົ້າມາປຸ້ນ ສະດົມ ກໍ່ໄດ້ທຳລາຍພຣະທາດ ເພື່ອເອົາເພັດມິນຈິນດາ ແລະ ວັດຖຸມີຄ່າ ໃນພຣະທາດດັ່ງກ່າວ.

Cr : http://www.laogov.gov.la 
#ອົງການພັດທະນາການທ່ອງທ່ຽວ  
#ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น