ປະຫວັດຕ່າງໆ

แสดงเพิ่มเติม

ປະຫວັດ ວັດສະຫວ່າງ ທັມມາວາສ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ປະຫວັດ ວັດສະຫວ່າງ ທັມມາວາສ
ຕະກູນ ພິລາພັນເດຊ ດວ້ຍຄວາມເຫຼືອມໃສໃນພຣະພຸດທະສາສະໜາຢ່າງແຮງກ້າເມື່ອ ຍາພໍ່ ທິດໂຄ້ນ ພິລາພັນເດຊ ໄດ້ຈັບຈອງດີນທົ່ງຕູມພ້ອມດວ້ຍເຄື່ອງປູກຂອງຝັງ ໃນປີ ພສ 2496 ຄສ 1953 ຈິ່ງໄດ້ອຸທິດທີ່ດີນຕອນນີ້ພ້ອມດວ້ຍເຄື່ອງປູກຂອງຝັງ ໃຫ້ເປັນທໍຣະນິສົ່ງພ້ອມດວ້ຍສ້າງສິມໜຶ່ງຫຼັງ ກຸຕິໜຶ່ງຫຼັງ ເວຈຈະກຸຕິໜຶ່ງຫຼັງ ນໍ້າສ້າງ 2 ໜວ່ຍ ແລະ ໄດ້ປູກຕົ້ນພຮະສີມະຫາໂພປະຈໍາວັນອີກໜຶ່ງຕົ້ນເມື່ອໄດ້ສ້າງທຸກສິ່ງຮຽບຮ້ອຍແລ້ວ ຈື່ງໄດ້ພ້ອມກັນທັງລູກຫຼານ ແລະ ຍາດໂຍມ ຍົກຖວາຍແກ່ພຣະ ພຸທະສາສະໜາ ໂດຍຕັ້ງຊື່ວ່າ ວັດອັມພະວັນໂຄ້ນອາຣາມ ຕັ້ງແຕ່ນັ້ນມາສິ່ງກໍ່ສ້າງທັງມວນເຫຼົ່ານັ້ນ ຍັງມີປະກົດໃຫ້ເຫັນຈົນເຖິງທຸກມື້ນີ້.


ໃນປີ ພສ 2488 ຄສ 1945 ບ້ານເມືອງເກີດເສີກສົງຄາມ ຍາພໍ່ ທິດໂຄ້ນ ຈຶ່ງອົບພະຍົກ ຄອບຄົວຂ້າມໄປຢູ່ທີ່ຈັງຫວັດໜອງຄາຍ ປະເທດໄທ ເຮັດໃຫ້ການສ້າງສາປັບປຸງວັດແຫ່ງນີ້ຕ້ອງຢຸດຊະງັກໄປປະມານສອງປີເຄິ່ງ.
ຈົນມາຮອດປີ ພສ 2491 ຄສ 1948 ບ້ານເມືອງສະງົບແລ້ວຈຶ່ງໄດ້ອົບພະຍົກຄອບຄົວກັບມາ ທໍາການສ້າງສາສ້ອມແປງສວ່ນທີ່ເສຍຫາຍໃຫ້ມີສະພາບບໍລິບູນຂື້ນພ້ອມກັນນັ້ນໄດ້ສ້າງກຸຕິໃຫ່ຍຂຶ້ນອີກໜຶ່ງຫຼັງ ກໍ່ດວ້ຍດີນຈີ່ ແລະ ໄມ້ ມຸງດວ້ຍກະເຍື້ອງດີນເຜົາ ສ້າງສາມເດືອນຈິ່ງແລ້ວ ໄດ້ມອບຖະວາຍເປັນຂອງສົງໃນວັດສະວ່າງຕໍ່ໄປ ແລະ ໄດ້ປ່ຽນຊື່ວັດ ເປັນ ວັດສະວ່າງທັມມາວາສ ຈົນເຖິງທຸກວັນນີ້.


-ເຕົາເຜົາສົບສ້າງຂື້ນມາໃນປີ 2509 ຄສ 1966 ເປັນເຕົາເຜົາສົບທີ່ທັນສະໄໝ ມີລະບົບທໍ່ຄວັນສູງ
-ໂລ່ງເກົ່າສີດໍາ ລາຍປະດັບສີທອງທີ່ເກັບຮັກສາໄວ້ ເປັນໄມ້ເນື້ອດີ ເຊີ່ງເປັນໂລງຂອງທິດໂຄ້ນ ພິລາພັນເດຊ ເຊິ່ງມີນາມມະຍົດວ່າ ພຍາພູນສົມບັດ ເປັນຜູ້ສ້າງ ວັດສະຫວ່າງທັມມາວາສ


ໃນປີ ພສ 2500 ຄສ1957 ອັນເປັນພຸດທະການ ຍາພໍ່ທິດໂຄ້ນ ພ້ອມດວ້ຍລູກຫູານໄດ້ຕົກລົງເຫັນດີສ້າງພຸດທະເຈດີຂຶ້ນໃນວັດສະຫວ່າງ ເພື່ອໃຫ້ເປັນທີ່ເຄົາລົບສັກກະຣະຂອງຄົນທັງປວງ ແລະ ເປັນສະງ່າລາສີແກ່ວັດນີ້ ແລະ ເປັນທີ່ຣະລຶກໃນວາຣະສະໄໝທີ່ພຣະພຸດທະສາດສາໜາຈະເລີນຮຸ່ງເຮືອງມາຈົບ 2500 ພຣະວັດສາ ຍາພໍ່ທິດໂຄ້ນ ຈຶ່ງໄດ້ໃຫ້ຂະຫຍາຍເຂດວັດອອກໄປອີກ 40 ແມັດ ພ້ອມທັງສ້າງພຣະເຈດີຂື້ນອົງໜຶ່ງສູງ 10 ວາ ກວ້າງ ແລະ ຍາວດ້ານລະ 4 ວາ

ຍອດເຮັດເປັນປີ່ນທອງຫ້າຊັ້ນພາຍໃນພຣະທາດບັນຈຸພຣະສາຣິຣິກະທາດ ຂອງພຣະພຸດທະເຈົ້າຈໍານວນ 24 ລູກ ຂອງພຣະອໍຣະຫັນຈໍານວນ95 ລູກ ພ້ອມທັງແກ້ວແວນເງີນຄໍາເຊິ່ງຜູ້ມີຈິດສັດືານໍາມາບໍຣິຈາກຈໍານວນຫຼວງຫຼາຍໃຊ້ເວລາກໍ່ສ້າງຢູ່ 10 ເດືອນຈິ່ງແລ້ວເສັດ ແລະໃຫ້ໃສ່ຊື່ວ່າ ພຣະບໍຮົມທາດ ພິລາພັນເດຊ ແລະ ໄດ້ມີການສະຫຼອງສົມໂພດພຣະເຈດີໃນມື້ຂື້ນ 13-14-15 ຄໍ່າ ເດືຶອນຈຽງ ປີ ຈໍ ພຸທສັກຣາຊ 2501

ລວບລວມເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น