ປະຫວັດຕ່າງໆ

แสดงเพิ่มเติม

ພຣະທາດຈອມສິງ ເມືອງສິງ ແຂວງ ຫຼວງນໍ້າທາ





ພຣະທາດຈອມສິງ ເມືອງສິງ ແຂວງ ຫຼວງນໍ້າທາ ແມ່ນຕັ້ງຢູ່ ທາງທິດຕາເວັນຕົກສ່ຽງໃຕ້ ຂອງເມືອງສິງ ຕັ້ງຢູ່ເທິ່ງຈອມພູ ແຄມເສັ້ນທາງ ເມືອງສິງ - ເມືອງລອງ, ໄລຍະຫ່າງຈາກ ຕົວເມືອງສິງ ໄປທາງເມືອງລອງ ປະມານ 10 ກິໂລແມັດ. ມີເສັ້ນທາງດິນແດງ ຈາກຕີນພູ ຂຶ້ນຫາ ຈອມພູ ສາມາດເອົາລົດຈັກ ແລະ ລົດໃຫ່ຍຂຶ້ນໄດ້ ໄລຍະທາງ ຈາກຕີນພູ ຫາຈອມພູ ມີຄວາມຍາວ ປະມານ 300 ແມັດ.
ຕະຫຼອດລາດຊະການ ຂອງພະຍາແທນໃຫ້ ປົກຄອງເມືອງສິງຫຼວງ​ ແມ່ນມີ​ຄວາມ​​​ອຸດົມສົມ​ບູນ, ​ກໍ່ສ້າງສາຕົວເມືອງ (ຄູວຽງ) ຂອງເພ່ິນເອງ ພ້ອມທັງຂຸດຄູ ອ້ອມຮອບ (ປະຈຸບັນ ຮ່ອງຮອຍຄູວຽງ​ເກົ່າ​ ຍັງ​​ມີຢູ່ບາງສ່ວນບໍລິເວນ ພຣະທາດຫຼວງຊຽງຕຶງ) ປີ ຄສ 1519 ໄດ້ມີຄົນຜູ້ໜຶ່ງມີຊື່ວ່າ "ທ້າວ ໄຮ່ພະ (ຍາແທນໃຫ້)" ໄດ້ນຳພາຄົນ ຈຳນວນ 600 ຄົນ, ເຂົ້າມາຕັ້ງ ບ້ານ​​ເຮືອນຢູ່ໃນດິນແດນ ເມືອງອາລາວີ ເຊິ່ງເປັນເມືອງປະຮ້າງ ໄວ້ເຖິງ 350 ປີ. ພະຍາແທນໃຫ້ ສ້າງ​ເມືອງ (ຄູວຽງ) ຂຶ້ນຢູ່ບໍລິເວນ ພູທາດຫຼວງຊຽງຕຶງ ໃນປະຈຸບັນໃນ ປີ ຄສ 1519 ແລະ ຕັ້ງຊື່ເມືອງວ່າ: "ເມືອງມະ​ຊິມມະອາລະວີ" ພາຍຫຼັງສ້າງວຽງ (ເມືອງ) ແລ້ວປະຊາ​ຊົນ ໄດ້ຫົດສົງໃຫ້ ທ້າວໄຮ່ ຂຶ້ນເປັນ "ພະຍາ​ທ້າວໄຮ່" ຂຶ້ນປົກຄອງເມືອງ "ມະຊິມມະທະນີອາລະວີ" ແລະ ເນ່ືອງຈາກວ່າ ລາວເປັນ ຄົນໃຈບຸນ ໃຈກຸ​​ສົນ, ມັກກິນ ມັກທານ, ຢູ່ໃນສິນກິນໃນທຳ, ມີຈິດໃຈເອື້ອ​ເຟື້ອ ​ເພື່ອ​​ແຜ່ ​ເວລາ​ໃຜ​ຂໍ​ຫຍັງ​ກໍ​ໃຫ້​ ດັ່ງ​ໃຈ.  ດັ່ງນັ້ນຈ າກຊື່ພະຍາໄຮ່ ປະຊາຊົນ ຈິ່ງພາກັນເອີ້ນວ່າ "ພະ​​​​​ຍາ​​ແທນໃຫ້" ພາຍຫຼັງທີ່ ພະຍາແທນໃຫ້ ປົກຄອງເມືອງ "ມະຊິມມະທະນີອາລະວີ" ມາຮອດປີ ຄສ 1521 ກໍ​ໄດ້​ປ່ຽນຊື່ເມືອງ ຈາກ "ເມືອງມະຊິມມະ ທະນີອາລະວີ" ມາເປັນ "ເມືອງສິງ​ກຸດ​ຕະລະລາຊາ​ທະນີ​ອາ​ລະ​ວີ ຫຼື ເມືອງສິງ​ຫຼວງ​​ (ສິງໃຫ່ຍ)". ນອກຈາກນັ້ນ ພະຍາແທນໃຫ້ ຍັງໄດ້ບູລະນະ ພຣະທາດຫຼວງຊຽງຕຶງ ຂຶ້ນໃໝ່ ແລະ ສ້າງພຣະທາດ ດວງໜຶ່ງຂຶ້ນ ແລະ ຕັ້ງຊື່ວ່າ ພຣະທາດຈອມສິງ ເຊ່ິງໄດ້ເອົານາມ ເມືອງສິງ ທີ່ຕັ້ງຂຶ້ນໃໝ່ນັ້ນ ມາຕັ້ງ ເປັນຊື່ພຣະທາດ ເພື່ອເປັນພຣະທາດ ບ້ານຄູ່ເມືອງສິງ ອີກດວງໜຶ່ງ ທີ່ສະແດງເຖິງວ່າ ສ້າງຂຶ້ນພ້ອມກັບການສ້າງ ເມືອງສິງ ຂຶ້ນມານັ້ນເອງ ແລະ ໄດ້ກຳນົດເອົາມື້ ຕາມການຄິດໄລ່ ຂອງເຖົ້າແກ່ບ້ານທຸກໆປີ ເປັນມື້ ນະມັດສະການພຣະທາດ.
  
 Cr : ອົງການພັດທະນາການທ່ອງທ່ຽວ
  ນໍາສະເໜີໂດຍ : ລາວ Temple

ความคิดเห็น