ປະຫວັດຕ່າງໆ

แสดงเพิ่มเติม

ພະທາດຈອມໃຈເມືອງ ບ້ານຈອມແຈ້ງ ແຂວງ ຫຼວງນໍ້າທາ




ພະທາດຈອມໃຈເມືອງ ຕັ້ງຢູ່ ບ້ານຈອມແຈ້ງ, ຢູ່ທິດໃຕ້ ຂອງເທດສະບານເມືອງລອງ ແຂວງ ຫຼວງນໍ້າທາ, ຍ້ອນວ່າ ພະທາດດັ່ງກ່າວ ຕັ້ງຢູ່ໃຈກາງ ເທດສະບານເມືອງ ຈິ່ງເອີ້ນວ່າພະທາດໃຈເມືອງ, ພະທາດນີ້ ມີຂະໜາດ 10 ແມັດ, ຄູນ 10 ແມັດ. ສູງ 9,5 ແມັດ, ມີພະຍານາກ 9 ໂຕ, ມີ ພະພຸດທະຮູບ 9 ອົງ. ເມື່ອພວກເຮົາຂື້ນໄປບໍລິເວນ ພະທາດຈອມໃຈເມືອງ ເຮົາສາມາດ ເບິ່ງເຫັນທິວທັດ ຂອງເທດສະບານເມືອງລອງໄດ້. ພະທາດນີ້ນັກທ່ອງທ່ຽວ ສາມາດຂຶ້ນໄປສັກກາລະບຸຊາ, ຊົມທິວທັດຈາກທຳມະຊາດ ຂອງເທດສະບານເມືອງລອງ ໂດຍສະເພາະ ແມ່ນຕອນເຊົ້າໆ ແລະ ຕອນຕາເວັນໃກ້ຈະ ຕົກດິນແມ່ນງາມຫຼາຍ.
Cr :  ອົງການພັດທະນາການທ່ອງທ່ຽວ
         ນໍາສະເໜີໂດຍ : ລາວ Temple

ความคิดเห็น