ປະຫວັດຕ່າງໆ

แสดงเพิ่มเติม

ໃບຈຸ້ມ ແມ່ນເອກະສານຂອງບັນດາກະສັດລາວລ້ານຊ້າງຍຸກຕ່າງໆໃນອະດິດ


ໃບຈຸ້ມ ແມ່ນເອກະສານຂອງບັນດາກະສັດລາວລ້ານຊ້າງຍຸກຕ່າງໆໃນອະດິດ ຂຽນຂຶ້ນໃສ່ເຈ້ຍ ( ສ່ວນນ້ອຍ ) ໃສ່ຜ້າ ( ສ່ວນຫລາຍ) ສົ່ງໄປຫາເຈົ້າເມືອງຕ່າງໆໃນຂອບເຂດແດນ ເພື່ອສັ່ງການຕ່າງໆ ແລະມີການປະທັບກາປະຈຳພຣະອົງນັ້ນລົງໄປດ້ວຍ
ຄຳອ່ານໃບຈຸ້ມ ເລກທີ 9
ຊື່ : ໃບຈຸ້ມເຈົ້ານະຄອນຫຼວງພະບາງ
ພຣະຣາຊະທານພຣະໄຊຍະວົງສາ ອຸປະຮາດ ເມືອງລານມາດ ເມື່ອສັກກະຫຼາດ 1215
1. ສຸພະມັດສະດຸ ພະລາດຊະອາດຍາ ສົມເດັດພະເປັນເຈົ້າລ້ານຊ້າງຮົ່ມຂາວ ບໍລົມມະເສດຖະຂັດຕິຍະສູລິຍະ ພະລາດຊະວົງສາມະຫາໄຊຍະຈັກກະພັດ ພູມມິດທະເທພີ ຊະນີທະນະລິນທາທິປະຕິບໍລົມມະນາ
2. ເວດບໍລົມມະພິດ ພະມະຫາທຳມິກາລາຊາທິລາດ ເຈົ້າພະນະຄອນເມືອງຫຼວງພະບາງລາດຊະທານີ ສີອົງຄະ ຕົນເປັນພະຢູ່ເກົ້າຢູ່ຂະມ່ອມປົງປະສິດພະພອນຈູ້ມພະລາດຊະໂອວາດຫຼວງດັ່ງນີ້.
3. ໂປດໃສ່ເກົ້າກະໝ່ອມ ເຈົ້າຕົນ ພະໄຊຍະວົງສາອຸປະຮາດຫົວເມືອງລານມາດແສນເມືອງ ບຸນເຮືອງທະລືລິດ ສິດທິໂພໄຄ ໄຊຍະວັດນະສຸລະເດຊາ ປັນຍາມຸງຄຸນແລເມືອງຂຸນເມືອງ.
4. ທັງ 4 ໃຫ້ພ້ອມກັນພິພັກຮັກສາ ຕູ້ມປົກກົກຫອມກອງກູ ໝູ່ຊຸມປ່າປູກລູກຫຼານບ່າວໄພ່ ແຕ່ປະດາຢູ່ໃນອາວົງຂົງເຂດຫົວເມືອງທັງມວນ ແລລູກເມືອງອັນຂຶ້ນກັບຫົວເມືອງ ມີບ້ານ
5. ນະຕາດເມືອງ ເປັນເມືອງຊະທ້ອນ ບ້ານລົວກວງ ເມືອງຊະປວງຊະຄາຍ ບ້ານອໍ້ເມືອງລາບ ຄະໝີຜາຫອກ ບ້ານຖິ່ນຫາດໝື່ນລີ້ນກາ ເມືອງເຜິ້ງ ເມືອງຊາມ ເມືອງເຍັຍ ເມືອງລານຕາແສງ
6. ຫົວເມືອງຮອດຄ່າໃດ ໃຫ້ພ້ອມກັນຮັກສາເອົາຄ່ານັ້ນ ຢ່າລ່ວງເກີນ ໃຫ້ພ້ອມກັນພິພັກຮັກສາ ຮັບພະລາດຊະທານ ເອົາການງວດຄັງຮີດຫົວເມືອງ ແຕ່ກ່ອນເຄີຍໄດ້ຮັບພະລາດຊະທານ.
7. ຢູ່ກິນໄປມາເດີມສິ່ງໃດ ເຮົາພະອົງກໍຊົງພະກະລຸນາໃຫ້ທານຢູ່ກິນໄປຕາມຮີດຄອງ ສິ່ງແຕ່ກ່ອນນັ້ນທັງມວນແລ້ວ ໃຫ້ເຈົ້າຕົນພະໄຊຍະວົງສາອຸປະຮາດຫົວເມືອງລານມາດແສນ
8. ເມືອງບຸນເຮືອງທະລືລິດ ສິດໂພໄຄໄຊຍາວັດນະສຸລະເດຊາ ແລເຈົ້າເມືອງຂຸນເມືອງທັງ 4 ໃຫ້ພ້ອມກັນພິພັກຮັກສາທ້າວດັ່ງຂຸນຊາປີແຄວງ ອັນລູກຊ້າງຫາງເມືອງ
9. ທັງມວນ ຖືວ່າ ລູກຫໍລູກຍັງລູກຍາຍ ຝ່າຍໄທຍວນ ກາວ ຊາວລື້ ເຂີນ ມອຍ ສຸຍ ພວນ ຂ້າລາວລາດໄພ່ບ້ານພົນເມືອງທັງມວນ ອັນຢູ່ໃນຕາແສງຫົວເມືອງໄວ້ໃຫ້ດີ ຢ່າໃຫ້
10. ຂວາຍເຂັນໄປໃຕ້ເມືອເໜືອທີ່ໃດ ແມ່ນວ່າເຂົາຫາກສະທ້ານຢ້ານກົວ ແຕກຕື່ນ ເຂົ້າໄປເພິ່ງພາອາໄສ ລີ້ຊ່ອນຢູ່ກິນກັບທ້າວພະຍາ ໝູ່ຄ້າຕາແສງ ບ້ານນ້ອຍເມືອງໃຫຍ່
11. ຫົວຮອງຊ່ອງນ້ອຍຮ່ອມຫ້ວຍຮາວຜາ ປ່າໄມ້ໄພໜາ ແຫ່ງຫົວຕຳບົນໃດກໍດີ ໃຫ້ເຈົ້າຕົນພະໄຊຍະວົງສາ ອຸປະຮາດຫົວເມືອງ ໄດ້ແຕ່ງຕັ້ງທ້າວຂຸນບ່າວໄພ່ອອກ
12. ໄປກ່ຽວກ້ອມ ຮ້ອງຮຍກ ຖອດຖອນເອົາ ເຂົ້າມາສ້ອມບ້ານໃສ່ເມືອງໄວ້ ເອົາລາດຊະການງວດຄັງຫຼວງຕມລາດຊະປະເພນີ ມາດຕາ 1 ພໍເມືອເຖິງເທດສະການເດືອນ 12
(ຄັດຕອນ)

33. ເມືອງ ຂຸນເມືອງທັງ 4 ໃຫ້ພ້ອມກັນອາຍັດຈັດເຕືອນ ທ້າວເພ້ຍຫົວພັນທັງ 6 ແລທ້າວຸບ່າວໄພ່ໃນຕາແສງຫົວເມືອງ ລົງມາເຮັດລາດຊະການສະຫຼອງພະເດດພະຄຸນໃຫ້ແລ້ວຍັງກິດ
34. ລາດຊະການທັງມວນ ອັນໜຶ່ງເຊິ່ງທ້າວເພ້ຍຫົວພັນທັງ 612 ໜ້າດ່ານ ແລະທ້າວຂຸນບ່າວໄພ່ທັງຫຼາຍ ກໍໃຫ້ຟັງບັງຄັບບັນຊາເຈົ້າຕົນ ໄຊຍະວົງສາອຸປະຮາດຫົວເມືອງ ໃຜຢ່າຂັດຢ່າຂວາງ
35. ຢ່າຖາງຢ່າເວກັນ ຖ້າແລຜູ້ໃດຍັງມານະສະຫາວຂັດແຂງກະດ້າງກະເດື່ອງຢູ່ບໍ່ໂດດເອົາໃຈໃສ່ລາດຊະການເຮົາພະອົງດັ່ງນັ້ນ ສົມພໍດ່າໃຫ້ດ່າ ສົມພໍຕີໃຫ້ຕີ ສົມພໍຜູກໃຫ້ຜູກມາໃສລາດ
36. ຊະການ ຖ້າແລຜູກມາຮອດໜ້າວຽກແລ້ວ ໃຫ້ປ່ອຍໃສ່ວຽກໃສ່ການຢ່າເອົາເບ້ຍຢ້າເອົາເງິນ ຢາຮັກເງິນແສນໄທ ໃຫ້ຮັກໄພ່ແສນເມືອງ ຫຼົ້ມໃຫ້ພ້ອມກັນພາຍ ຫງາຍໃຫ້ພ້ອມກັນ
37. ຂີ່ ໃຫເພ້ອມກັນເກັບຜັກໃສ່ຊ້າ ເກັບຂ້າໃສ່ເມືອງ ເຍື່ອງສັນໃດຈັກເປັນບ້ານເປັນເມືອງ ເປັນຮີດເປັນຄອງ ເປັນລາດຊະການຄ້ຳໜູນພະລາດຊະສົມພານພະອົງເຮົາໃຫ້ກວ້າງມື້ວາ ໜາ
38. ມື້ສອກ ໃຫ້ວະລະພະພຸດທະສາສະໜາກ້ານກຸ່ງຮຸ່ງເຮືອງໄປພາຍໜ້າ ໃຫ້ໄພ່ຟ້າຂ້າແຜ່ນດິນຢູ່ເຢັນເປັນສຸກນັ້ນ ໃຫ້ພ້ອມກັນຄິດອ່ານປານປູຕາດູຫູຜໍ່ ຢ່າຊ່ວງຢ່າຊີງກັນ ອັນໜຶ່ງໃຫ້ພ້ອມ
39. ກັນທຳນຸບຳລຸງອຸປະຖຳຄ້ຳຊູຍັງວະລະພຣະພຸດທະສາສະໜາ ສະມະນະຊີພາມດ້ວຍປະໂຈຍະຊາດທັງ 4 ຕມຍະຖາກຳລັງຢ່າໃຫ້ຂາດ ໃຫ້ເປັນມັກຄະ ເປັນຜົນຄ້ຳຊູຕົນຕໍ່ໄປພາຍໜ້າ ມາດຕາ
40. ໜຶ່ງ ຄັນເຖິງເທດສະການພິດພີປີໃໝ່ ແລປັກຂະມະເດືອນ 9 ຈຳເລີນໃຫ້ເຈົ້າຕົນພະໄຊຍະວົງສາ ອຸປະຮາດຫົວເມືອງ ເຈົ້ົາເມືອງ ຂຸນເມືອງທັງ 4 ໄດ້ພາເອົາທ້າວເພ້ຍຫົວພັນທັງ 612 ໜ້າດ່ານ
41. ແລຂຸນຈຸ້ມຊາວຄັງບ່າວໄພ່ ລົງມາພ້ອມຮັບນ້ຳພິພັດສັດຕະຍາທິ ການສາບົດສາບານຕົວຖວາຍຕໍ່ພະລາດຊະສົມພານເຮົາພະອົງປີລະສອງເທື່ອ ໃຫ້ເປັນປົກກະຕິຊູ່ປີ ຢ່າຮ້າງຢ່າຮາມ ມາດຕາ 1
42. ໄມ້ຕົ້ນໃດຫາກເນີ້ງເຂົ້າມາສູ່ພະລາດຊະສົມພານເຮົາພະອົງດັ່ງນັ້ນ ໃຫ້ພ້ອມກັນຕັກນ້ຳອົມ ພົມນ້ຳພົ່ນເອົາດ້ວຍວາລະວຸດ ຜິວ່າ ໄມ້ຕັ້ນດຫາກເນີ້ງອອກຈາກພະລາດຊະສົມພານເຮົາພະອົງໄປ
43. ດັ່ງນັ້ນ ໃຫ້ພ້ອມກັນຂຸດຮາກຖາກລຳເສຍຢ່າໄວ້ ມາດຕາ 1 ເຂືອກມີບາດຊະການເສິກເມື່ອວັນຄືນດັ່ງນັ້ນ ໃຫ້ເຈົ້າຕົນພະໄຊຍະວົງສາ ອຸປະຮາດຫົວເມືອງ ເຈົ້າເມືອງ ຂຸນເມືອງທັງ 4 ໄດ້ພ້ອມ
44. ກັນກວດກຸມເອົາທ້າວເພ້ຍຫົວພັນ612 ໜ້າດ່ານ ແລະຂຸນຈຸ້ມຊາວຄັງໄພ່ບ້ານ ພົນລະເມືອງປວງອອກໄປຟາດຕີ ໃຫ້ລະງັບດັບເສຍ ໃຫ້ມີໄຊຊະນະ ແລະຖ້າຜູ້ໃດຍັງຂັດແຂງກະດ້າງກະເດື່ອງ
45. ຢູ່ ແລະບໍໂດຍໃສ່ໃຈຕຳຫົວ ເອົາລາດຊະການເຮົາພະອົງດັ່ງນັ້ນ ໃຫ້ພ້ອມກັນຈັບເອົາຕົວຜູ້ຂັດແຂງນັ້ນ ກະທຳເສຍຕາມຄອງອາດຍາເສິກຢ່າໄດ້ໄວ້ ພະອົງໄດ້ປົງພະສິດຈູ້ມພະລາດ
46. ວັງເມືອງໃສ່ຫົວດັ່ງນີ້ ໃຜບໍ່ບົວລະບັດໂດຍໂທດ ຄູງນູປະສິດພະລາດຊະອາດຍາຜູ້ຮັກສາພະລາດຊະອາດຍາອັນໃດນອກພະລາດຊະອາດຍາ ຢ່າກະທຳ 3|
47. 3| ສັກກະຫຼາດ 1215 ປີກາເປົ້າ ເດືອນ 7. — feeling happy at ນະຄອນຫລວງວຽງຈັນ ( Vientiane ).
ຮູບແລະຂໍ້ມູນຈາກພຣະອາຈາຣຍ໌ :​Phaivanh Malavong Loukdonekaden
ແລະຮູບໃບຈຸ້ມລາຍດອກບົວ ເຊິ່ງເປັນກາໃບຈຸ້ມປະຈຳພຣະອົງຂອງເຈົ້າສຸກກະເສີມ ຫລວງພຣະບາງ ຮູບພາບຈາກທ່ານ Guy Intarasopa ເຊິ່ງເນື້ອໃນຂອງໃບຈຸ້ມນີ້ແມ່ນມີເນື້ອໃນໂດຍຫຍໍ້ທີຂຽນວ່າ : ພຣະຣາຊໂອງການຂອງເຈົ້າສຸກກະເສີມ ແຫ່ງຫລວງພຣະບາງ ໄປເຖິງເຈົ້າເມືອງເປິນ ( ແຖວຫົວພັນ ) ບອກກຳເຂດແດນຂອງເມືອງ ໃຫ້ເຈົ້າຫນ້າທີແຖວນັ້ນດູແລຣາຊດອນໃຫ້ຢູ່ດີກິນດີ

ความคิดเห็น