ປະຫວັດຕ່າງໆ

แสดงเพิ่มเติม

ວັດສີເມືອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ


ວັດສີເມືອງ ເປັນບ່ອນຕັ້ງຂອງເສົາຫລັກເມືອງ ຢູ່ເຂດບ້ານສີເມືອງ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ,ເຊິ່ງມີປະຫວັດ ອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາວ່າໃນສະໄໝກ່ອນ ຕອນທີ່ຊາວເມືອງພວມເຮັດພິທີປັກຫລັກເມືອງຢູ່ນັ້ນ ມີແມ່ຍິງຄົນໜຶ່ງຊື່ວ່ານາງ ສີ ເຊິ່ງກຳລັງຖືພາໄດ້ສະຫລະຊີບໂດດລົງໄປໃນຂຸມນັ້ນ, ນາງໄດ້ຖືກຝັງໄປພ້ອມຫລັກເມືອງ ແລະ ກາຍເປັນຜີຫລັກເມືອງຈຶ່ງເປັນທີ່ມາ ຂອງຊືວັດສີເມືອງແຫ່ງນີ້. 


ຍ້ອນວ່າວັດສີເມືອງເປັນສະຖານທີ່ສັກສິດ ຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ທຸກໆປີໃນມື້ຂຶ້ນ 15 ຄ່ຳເດືອນ 12 ຂອງລາວ ເຊິ່ງກົງກັບມື້ບຸນນະມັດສະການພຣະທາຕຸຫລວງ ຈະມີພິທີແຫ່ປະສານເຜິງ ເຊິ່ງເລີມຕົ້ນແຮ່ຈາກວັດສີເມືອງແຫ່ງນີ້ໄປຫາພຣະທາຕຸຫລວງວຽງຈັນ. 

       ພາຍໃນວັດສີເມືອງເປັນທີ່ຕັ້ງຂອງເສົາຫຼັກເມືອງປະຈຳນະຄອນຫຼວງວຽງຈັນ ວັດສີເມືອງສ້າງຂື້້້້ນໃນປີ ພ.ສ.2106 ໂດຍເຫຼົ່າເສນາອຳມາດ ຂອງພຣະເຈົ້າໄຊຍະເສດຖາທິລາດໄດ້ລົງຄວາມເຫັນໃຫ້ສ້າງວັດສີເມືອງ ນະທີ່ແຫ່ງນີ້ຕໍ່ມາຖືກກອງທັບສະຍາມທຳລາຍລົງ ໃນປີ ພ.ສ.2371 ແລະສ້າງວັດສີເມືອງຂຶ້ນມາໃໝ່ໃນປີ ພ.ສ.2458 ພາຍໃນວັດສີເມືອງມີພຣະພຸດທະຮູບປະດິດສະຖານຢູ່ຢ່າງຫຼວງຫລາຍ ໂດຍສະເພາະ ພຣະພຸດ ທະຮູບສັກສິດແລະເກົ່າແກ່ ພຣະພຸດທະຮູບອົງນີ້ໄດ້ຊຳຣຸດໄປບາງສ່ວນຊຶ່່ງຊາວລາວເຊື່ອກັນວ່າພຣະພຸດທະຮູບອົງນີ້ສັກສິດເປັນຢ່າງຫລາຍ.








ນໍາສະເໜີໂດຍ : ລາວ Temple 


ความคิดเห็น