ປະຫວັດຕ່າງໆ

แสดงเพิ่มเติม

ພຣະສົງເມືອງສີຼສັດຕະນາຄ ລົງອຸໂປສົຖສັງຄະກັມ ທີວັດພຣະຍາວັດ


ພຣະສົງເມືອງສີຼສັດຕະນາຄ ລົງອຸໂປສົຖສັງຄະກັມ ທີວັດພຣະຍາວັດວັນອາທິດ ວັນທີ 05 ກໍລະກົດ 2020 ທີວັດເພຍວັດ ເມືອງສີຼສັດຕະນະ ນະຄອນຫລວງວຽງຈັນ ພຣະພິກຂຸສົງ ທົ່ວເມືອງສີຼສັດຕະນາກ ໄດ້ມາຮ່ວມອຸໂປສົຖສັງຄະກັມ (ຟັງສູຕຣ໌ພຣະປາຕິໂມກຂ໌)​ ມື້ເຂົ້າພັນສາ ເພັງ​ 15​ ຄ່ຳ​ ເດືອນ​ 8​ ພສ​ 2563​ ທີວັດເພຍວັດວັດເພຍວັດ ຫລືວັດພຣະຍາວັດ ເຊິ່ງເປັນວັດທີ ທີ່ໃຫຍ່ແລະທີສຸດ ສຳຄັນສຸດໃນເມືອງວຽງຈັນເບິ່ງສະເພາະສິມແລະພຣະເຈົ້າອົງຫລວງທີເປັນພຣະປະທານຂອງວັດເພຍວັດກໍ່ສົມຊື່ ວັດແຫ່ງນີ້ສ້າງເມື່ອປີ ຄສ 1551 ໂດຍພຣະຍາຈັນທະບູຣີສີຼສັຕທັມມະໄຕໂລກ ຜູ້ປົກຄອງເມືອງວຽງຈັນໃນໄລຍະນັ້ນ ເປັນເປັນກ່ອນທີເຈົ້າໄຊຍະເສດຖາທິຣາຊຈະຍ້າຍນະຄອນຫລວງ ຈາກຫລວງພຣະບາງ ມາສູ່ນະຄອນວຽງຈັນກ່ອນນັ້ນ 9 ປີ ເຊິ່ງກົງກັບເຈົ້າໂພທິສະຣະຣາຊ (1520 -1550 ) ປົກຄອງແຜ່ນດີນລ້ານຊ້າງ ໄດ້ 30 ປີ.
ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພຣະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພຣະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ແລະ ວັດອຶ່ນໆ ໃນເເຂດກຳແພງເມືອງແລະນອກກຳແພງເມືອງວຽງຈັນ ສ່ວນວັດສີສະເກດ ​ແຕ່​ກ່ອນ ​ແມ່ນວັດແສນ ໄດ້​ສ້າງໃ​ນ ປີ 1521, ວັດ​ໂພ​ນພຣະ​ເນົາ, ວັດໜອງ​ບອນ ​ກໍ່​ແມ່ນ ວັດທີ່​ເກົ່າ​ແກ່ ​ສ້າງກ່ອນ ປີ 1530.​ ພຣະອົງກໍ່ໄດ້ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພຣະເຈົ້າໂພທິສະຣະຣາຊໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນເມືອງ ແລະ ວັດໂພນພູນເມືອງ ​ທີ່​ໂພນ ພິ​ໄສ​ແລ້ວ ເພິ່ນ ຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).
ວັດເພຍວັດຖືກສົງຄາມທຳລາຍພ້ອມກັບເມືອງວຽງຈັນທີຖືກເຜົ້າໄຫມ້ ຕົກມາຮອດປີ ຄສ 1911 ທ່ານເຣນຣີ ປາກມັງເຈ ນັກສຳຫລວງຄົນຝຣັ່ງເສດໄດ້ເຂົ້າມາເກັບກຳຂໍ້ມູນຄົ້ນຄວ້າຂອງສິລະປະລາວ ໄດ້ເຫັນວັດເພຍວັດຕົກຢູ່ໃນສະພາບເພພັງໂປດເພ່ຈາກສົງຄາມແລະການເວລາມີພຣະພຸທທະຮູບທັງປູນແລະທອງສຳຣິດລຽງລາຍຕາມບໍລິເວນວັດແຫ່ງນີ້ ຫລັງຈາກນັ້ນເພິ່ນກໍ່ໄດ້ມີການຮີບພຣະພຸດທະຮູບທອງສຳຣິດນ້ອຍໃຫຍ່ໄປເກັບຮັກສາໄວ້ທີກົມມະຣຽນວັດສີຼສະເກດ ເມື່ອປະມານປີ ຄສ 1960 ແລະ ວັດເພຍວັດກໍ່ເລິ່ມມີການປະຕິສັງຂອນຄືໃຫມ່ ໂດຍສະເພາະພຣະເຈົ້າອົງຫລວງແລະສິມທີໃຫຍ່ໂຕມະໂຫຖານນີ້ເມື່ອປະມານປີ ຄສ 1958-1960 ມານີ້ .
  Cr : Houmphet Manisouk

ความคิดเห็น