ປະຫວັດຕ່າງໆ

แสดงเพิ่มเติม

ການປົກຄອງສົງທົ່ວເມືອງງອຍ ອອກເປັນ ໓ ເຂດ ຄື

 

ອີງຕາມການປະຊຸມຕົກລົງຂອງຄະນະສົງ ທົ່ວເມືອງງອຍ ແຂວງຫລວງພຣະບາງ ເປັນເອກະພາບກັນ ແມ່ນໄດ້ແບ່ງການປົກຄອງສົງທົ່ວເມືອງງອຍ ອອກເປັນ ໓ ເຂດ ຄື :
໑. ເຂດເໜືອສຸດຂອງເມືອງງອຍ ແຕ່ວັດບ້ານປາກລວງ ຈົນເຖິງ ວັດບ້ານເມືອງງອຍເກົ່າ ປະກອບມີວັດ ຈຳນວນທັງໝົດ ໑໒ ວັດ.

໒. ເຂດກາງຂອງເມືອງງອຍ ແຕ່ວັດບ້ານສົບຄານ ຈົນເຖິງ ວັດບ້ານລາດແອ່ນ ປະກອບມີວັດ ຈຳນວນທັງໝົດ ໑໐ ວັດ.

໓. ເຂດໃຕ້ສຸດຂອງເມືອງງອຍ ແຕ່ວັດບ້ານແທ່ນແຄນ ຈົນເຖິງ ວັດບ້ານເມືອງຊື່ນ ປະກອບມີວັດ ຈຳນວນທັງໝົດ ໗ ວັດ

ລວມທົ່ວເມືອງງອຍ ແຂວງຫລວງພຣະບາງມີວັດທັງຫມົດຢູ່ ໒໙ ວັດ

ບັນດາວັດ ເຂດທາງເໜືອສຸດ ຂອງເມືອງງອຍ ແຂວງຫລວງພຣະບາງ ແມ່ນປະກອບມີວັດ ຈຳນວນທັງໝົດ ໑໒ ວັດ ຄື : 



เพิ่มคำบรรยายภาพ







 

໑. ວັດບ້ານປາກລວງ ປະກອບມີອາຮາມກຸດຕີວິຫານ ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໒. ວັດບ້ານຫາດສາ ປະກອບມີອາຮາມກຸດຕີວິຫານ ເປັນວັດທີ່ມີພຣະສົງສຳມະເນນປະຈຳຢູ່.
໓. ວັດບ້ານສົບຂີງ ປະກອບມີອາຮາມກຸດຕີວິຫານ ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໔. ວັດບ້ານຫາດຂາມ ປະກອບມີອາຮາມກຸດຕີວິຫານ ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໕. ວັດບ້ານດອນລອມ ປະກອບມີອາຮາມກຸດຕີວິຫານ ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໖. ວັດບ້ານເມືອງງອຍເກົ່າ ປະກອບມີອາຮາມກຸດຕີວິຫານ ເປັນວັດທີ່ມີພຣະສົງສໍາມະເນນປະຈຳຢູ່.
໗. ວັດບ້ານນາ ປະກອບມີອາຮາມກຸດຕີວິຫານ ເປັນວັດຮ້າງບໍ່ມີມີພຣະສົງປະຈຳຢູ່.
໘. ວັດບ້ານກອງມ່ວນ ປະກອບມີແຕ່ກຸດຕິ (ກະດີ) ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໙. ວັດບ້ານສົບແຈ່ມ ປະກອບມີແຕ່ກຸດຕີ (ກະດີ) ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່.
໑໐. ວັດບ້ານວັງງູ ປະກອບມີແຕ່ກຸດຕີ (ກະດີ) ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່
໑໑. ວັດບ້ານຫ້ວຍບໍ່ ປະກອບມີແຕ່ກຸດຕີ(ກະດີ) ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່
໑໒. ວັດບ້ານຫ້ວຍແສນ ປະກອບມີແຕ່ກຸດຕີ(ກະດີ) ເປັນວັດຮ້າງບໍ່ມີພຣະສົງປະຈຳຢູ່

ໝາຍເຫດ : ວັດທີ່ມີອາຮາມກຸດຕີ ວິຫານມີທັງໝົດ ໗ ວັດ, ວັດທີ່ບໍ່ມີອາຮາມມີແຕ່ກຸດຕິມີທັງໝົດ ໕ ວັດ

ຂໍຂອບໃຈຮູບພາບແລະຂໍ້ມູນຈາກ : ຄະນະສົງເມືອງງອຍຊຸດໃໝ່ ແລະ ຫ້ອງວ່າການ ອພສ ເມືອງງອຍ ແຂວງຫຼວງພຣະບາງ

ความคิดเห็น