ປະຫວັດຕ່າງໆ

แสดงเพิ่มเติม

ວັດພຣະແຄງ "ພຣະແພງ" ພຣະນອນ ຫລືພຣະໄສຍາດ

 


ວັດພຣະແຄງ "ພຣະແພງ" ພຣະນອນ ຫລືພຣະໄສຍາດ

"ພຣະແຄງ" ເປັນພຣະພຸດທະຮູບແບບສິລະປະລ້ານຊ້າງ, ທີ່ງົດງາມທີ່ສຸດ, ສ້າງຂຶ້ນໃນສະຕະວັດທີ 18 ຍຸກຂອງ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ,

ວັດໃນສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ຊົງບູຣະນະ ແລະ ຊົງສ້າງຂຶ້ນມາ ຕາມປະຫວັດສາດບອກວ່າ: ມີທັງໝົດ 120 ວັດ, ຮຽງເປັນແຖວຢ່າງງົດງາມ ມີທັງໝົດ 4 ແຖວ, ສ່ວນວັດພຣະແຄງ ຈັດຢູ່ໃນແຖວ ທີ 3 ເຊິ່ງປະກອບມີ :

- ວັດສີຫອມ,
- ວັດພຣະບາງ,
- ວັດຫາຍໂສກ,
- ວັດສີບຸນຍືນ,
- ວັດຜາຂາວ,
- ວັດສີສະເກດ,
- ວັດຫໍໄຕຄຳ,
- ວັດຍອດແກ້ວ,
- ວັດພຣະໂພ,
- ວັດພຣະໄຊ,
- ວັດຣາຊະສະຄຶ,
- ວັດພຣະແຄງ ແລະ ວັດອື່ນໆ...

ວັດພຣະແຄງ ເມື່ອກ່ອນແມ່ນຕັ້ງຢູ່ ( ໂຮງໝໍ 5 ເມສາ ) ໂຮງຫມໍຕຳຫລວດ ແຖວຄູວຽງ ນະຄອນຫລວງວຽງຈັນ ວັດນີ້ແມ່ນວັດສຳລັບປະດິດສະຖານ ພຣະພຸດທະຮູບນອນມີຊື່ວ່າ: ພຣະແຄງ ນັ້ນເອງ. 


 

ພຣະນອນອົງນີ້ເຄີຍຖືກນຳໄປຈາກເມືອງລາວ ໄປທີ່ປະເທດຝຣັ່ງເສດ ເມື່ອເຈົ້າອຸປະຣາຊເພັດຊະຣາຊ ຮູ້ຂ່າວແລະຮູ້ວ່ານຳມາຈາກປະເທດລາວ ແລະເປັນພຣະທີ່ສຳຄັນ ກໍ່ມີການຮ້ອງຂໍນຳເອົາຄືນກັບມາສູ່ເມືອງລາວຄືນ ເມືອນຳກັບຄືນມາແລ້ວກໍ່ນຳມາປະດິດສະຖານໄວ້ທີ່ຫໍພຣະແກ້ວ ນະຄອນຫລວງວຽງຈັນ ຫລັງຈາກນັ້ນ ເມືອປີ ຄສ 1964 ທາງວັດຊຽງທອງ ຫລວງພຣະບາງ ໄດ້ມີການບູຣະນະ ຣິດຈະນາ ປະຕິສັງຂອນ ໃຫ້ງົດງາມແລ້ວ ເພິ່ນຈຶ່ງໄດ້ອະຣາດທະນາອັງເຊີນພຣະໄສຍາດ ອົງນີ້ຂຶ້ນໄປປະດິດສະຖານໄວ້ທີ່ ວັດຊຽງທອງ ຫລວງພຣະບາງ ໂດຍມີພິທີແຫ່ ແລະສົມໂພດ ໃນຄັ້ງນັ້ນ 3-7 ວັນ ເລີຍ.

ຮູບພາບໂດຍ : Anousone MANISOUK

ຂໍ້ມູນດີໆຈາກພຣະອາຈາຣຍ໌ : Boonthavy Vilaychak

ความคิดเห็น