ປະຫວັດຕ່າງໆ

แสดงเพิ่มเติม

ວັດອາຮາມ ອຸດຕະມະທານີ ຫລວງພຣະບາງ ອາຮາມ(ສິມ)

 ວັດອາຮາມ ອຸດຕະມະທານີ ຫລວງພຣະບາງ ອາຮາມ(ສິມ)ຂອງວັດອາຮາມ ສ້າງໂດຍພຣະເຈົ້າມະຫາຊີວິດມັນທາຕຸຣາຊ ໃນປີ ຄ.ສ. 1822



ດ້ານຂ້າງສິມ ຈະເປັນທີ່ຕັ້ງຂອງຫໍເສື້ອເມືອງ ຫລື ຫໍ ສິງກັບ ສິງໂຂນ “ປູ່ເຍີ-ຍ່າເຍີ”

 ຫລັງຄາຂອງສິມມີລັກສະນະຊ້ອນກັນຢູ່ 3 ຊັ້ນສູນກາງສັນຫລັງຄາມີຊໍ່ຟ້າຮູບຊົງແປກຕາຈາກວັດທົ່ວ ໄປໃນຫລວງພຣະບາງ ຂ້າງຂັ້ນໄດທາງຂຶ້ນ ສິມດ້ານໜ້າມີຮູບປັ້ນສິງຟູລອຍຕົວ ທາດ້ວຍປູນຂາວ ຖັດອອກໄປດ້ານຂ້າງທັງສອງດ້ານເປັນຮູບປັ້ນຄົນຍັກລອຍຕົວບາງ ຕຳລາກ່າວວ່າ ເປັນທະວານບານ ສິມໄດ້ຮັບການບູລະນະໃນປີ ຄ.ສ.1931 
 
















ແລະ ຄົ້ນພົບບູຮານວັດຖຸມີຄ່າຫລາຍຢ່າງ ທີ່ຝັງຢູ່ໃຕ້ສິມ ທາງຫນ້າສິມ ມີພຣະທາດ 2 ອົງ ອົງໜຶ່ງເປັນພຣະທາດຊົງແປດຫລ່ຽມໃນອະດີດມີຫໍປົກຢູ່ ອີກອົງເປັນພຣະທາດຫຍໍ້ມຸມບໍລິເວນມຸມຖານທັງສີ່ດ້ານປະດັບດ້ວຍເສົາຮູບດອກບົວ ດ້ານຂ້າງວັດອາຮາມມີປະຕູນ້ອຍໆ ສາມາດຍ່າງເພື່ອເຂົ້າໄປຊົມ ພຣະທາດໝາກໂມ ໃນເຂດວັດວິຊຸນແລະ ສິມໄດ້ຢ່າງສະດວກເພາະເປັນວັດທີ່ຕິດກັນ.

Cr : EFEO & Anousone Phimplila
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น