ປະຫວັດຕ່າງໆ

แสดงเพิ่มเติม

ວັດສີສະເກດ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ)

 


ວັດສີສະເກດ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ ເອກະພາບ ອັນໜຶ່ງອັນດຽວກັນ ໃນສະ ໄໝລັດຊະການພຣະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະພສ 2256 ( ຄສ 1713) ຄື ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພຣະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກມາເຖິງ ປີ ພສ 2321 (ຄສ 1778) ສາມອານາຈັກລາວລ້ານຊ້າງ ກໍໄດ້ຖືກຮຸກຮານ ຈາກ ເຈົ້າຕາກສິນກັບແມ່ທັບເອກ ພຣະມະຫາກະສັດເສີກ (ກຸງທົນບູລີ) ແລະ ຈົນໄດ້ຕົກເປັນປະເທດສະຣາດ ຫລືວ່າຫົວເມືອງ ສ່ວຍ ຂອງກຸງຣັດຕະນະໂກສິນ ເຖິງປີພສ 2436 (ຄສ1893)ປະມານ 100 ກວ່າປີ. 


 

“ວັດສີສະເກດ” ສ້າງຂຶ້ນ ເມື່ອປີ ພສ 2361 (ຄສ 1818) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫລວງດ້ານຕາເວັນອອກ ສ່ຽງເໜືອ ແລະຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນສຸຸພານຸວົງ ເບື້ອງທົ່ງຕິດກັບທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ວັດສີສະເກດນີ້ສ້າງໄດ້ 10 ປີກໍຖືກສົງຄາມ ພຣະນັ່ງເກົ້າເຈົ້າຢູ່ຫົວ ຣັດຊະການທີ III ຂອງກຸງຣັດຕະນະໂກສິນ ເຂົ້າມາຮຸກຮານແລະ ມ້າງເພທຳລາຍ ພ້ອມກັບການທຳລາຍນະຄອນຫລວງວຽງຈັນ ແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປ ປະຊາຊົນລາວ ກໍໄດ້ຟຶ້ນຟູວັດໃຫ້ຄືນດີດັ່ງເກົ່າ ໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ. ໃນຕົ້ນສະຕະວັດທີ XIX ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2.80 ແມັດ, ຫລັງຄາມຸງດ້ວຍດິນຂໍ ກົມມະລຽນ ສີ່ ດ້ານນີ້ຈະມີ ມຸກຊຶ່ງເປັນປະຕູທາງເຂົ້າທັງ ສີ່ ເບື້ອງ ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີແກະສະລັກເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະຮູບດອກໄມ້ຊະນິດຕ່າງໆ. 


 

ຫໍໄຕ ຂອງ ວັດສີສະເກດ “ສະຕະສະຫັສສາຣາມ”
ຫໍໄຕ ແມ່ນຫໍສະມຸດສົງເປັນບ່ອນເກັບຮັກສາໜັງສືຜູກໃບລານທີ່ຈາລຶກຫຼັກພະຄໍາສອນຂອງພຣະສໍາມາສໍາພຸດທະເຈົ້າ, ບັນດາພຣະໄຕປີດົກໄດ້ເກັບມ້ຽນໄວ້ພາຍໃນຕູ້ຄໍາພີໄມ້ຂະໜາດໃຫ່ຍຕັ້ງຢູ່ໃຈກາງຂອງຫໍໄຕ, ເຊິ່ງເປັນແຫຼ່ງຂໍ້ມູນທີ່ພຣະສົງສາມະເນນ ມວນຊົນໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ຫໍໄຕຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອສ້າງຂື້ນໃນສະໄໝເຈົ້າອານຸວົງ

ຫໍໄຕຫຼັງນີ້ສ້າງດວ້ຍໄມ້ເນື້ອດີ ມີລັກສະນະຄືເຮືອນຮ້ານ ແຕ່ປະຈຸບັນພື້ນດ້ານລຸ່ມໄດ້ແປງໄໝ່ເຊິ່ງກໍ່ດວ້ຍດີນຈີ່ ມີຂັ້ນໃດໄມ້ຂື້ນລົງ ແຕ່ພື້ນດ້ານເທິງປູດວ້ຍໄມ້ເປັນຮູບຈະຕຸລັດມີລະບຽງອອ້ມຮອບປະກອບມີ 12 ເສົາຊູຫຼັງຄາ, ເບື້ອງເທິງຂອງເສົາປະກອບດວ້ຍການຄວັດຮູບກາບບົວ ແຕ່ລະຫົວເສົາມີແຂນນາງຮູບນາກ ຕີນແຕ່ລະເສົາເປັນຮູບລຽ່ມ 4 ໜ້າ, ເສົາກໍ່ດວ້ຍດີນຈີ່ ລະບຽງກວ້າງປະດັບປະດາດວ້ຍຮູບດອກໄມ້, ໃຈກາງຂອງຫໍນີ້ແມ່ນຕູ້ໃຫ່ຍໜ່ວຍໜຶ່ງເປັນຮູບຈະຕຸລັດທີ່ເອີ້ນວ່າຕູ້ຄໍາພີ, ຕູ້ຄໍພີໜວ່ຍນີ້ປະກອບມີ 4 ເສົາ ມີປະຕູປີ່ນໜ້າໄປທາງເບື້ອງຕາເວັນຕົກ, ສວ່ນ 3 ດ້ານແມ່ນປ້ອງຢ້ຽມ ເຊິ່ງເປັນບ່ອນລະບາຍອາກາດ, ເຮັດໃຫ້ພາຍໃນຕູ້ມີອາກາດໂລ່ງດີເໝາະໃນການເກັບຮັກສາເອກກສານຕ່າງໆ ໄດ້ເປັນຢ່າງດີ ຕູ້ຄໍາພີເຮັດດວ້ຍໄມ້ເນື້ອດີ ຝາຜະໜັງຕູ້ນັບແຕ່ສວ່ນພື້ນຈົນເຖິງເພດານແມ່ນທາດວ້ຍນໍ້າກ້ຽງລວ້ນໆ ທັບດວ້ຍພື້ນສີແດງທາງດ້ານໃນ, ສວ່ນທາງດ້ານນອກທາສີດໍາປະກອບດວ້ຍການແກະສະລັກຮູບດອກໄມ້ເຊິ່ງເຄືອບດວ້ຍນໍ້າຄໍາ ສວ່ນຫຼັງຄາມີໂຄງສ້າງອັນສວຍສົດງົດງາມປະກອບມີຫຼັງຄາ 4 ຫຼົບ ຢອງທັບກັນເປັນຈອມແຫຼມສີ່ຊັ້ນແຕ່ລະຊັ້ນບໍ່ເທົ່າກັນ ປະກອບມີຮູບທາດຊ້ອນກັນປະກອບໄປທຸກທິດ, ລັກສະນະຫຼັງຄາແບບນີ້ເປັນສີລະປະແບບລາວລື້ຊຶ່ງໄດ້ຮັບອິດທິພົນມາຈາກສິລະປະຂອງ ພະມ້າໃນເມື່ອກ່ອນ.


 

ຫໍໄຕປະດັບປະດາດວ້ຍເງີນ, ຄໍາ ແກ້ວນີນທີ່ມີຄ່າສູງ, ແຕ່ຍ້ອນສົງຄາມຂອງຕ່າງດາ້ວເຂົ້າມາຮຸກຮານປຸ້ນສະດົມເອົາໄປໝົດກ້ຽງໃນປາງສົງຄາມ. ດັ່ງນັ້ນຈິ່ງບໍ່ເຫຼືອສິ່ງໃດໄວ້ໃຫ້ຄົນລາວໄດ້ເບີ່ງໄດ້ຊົມອີກ, ມີແຕ່ເຫຼືອໄວ້ແຕ່ຫໍໄຕເປົ່າ, ມາຮອດປະຈຸບັນນີ້ພາຍໃນຫໍໄຕບໍ່ມີສິ່ງໃດເກັບຮັັກສາໄວ້ອີກແຕ່ໄດ້ກາຍເປັນມໍລະດົກທາງດ້ານວັດທະນະທໍາເກັບຮັກສາໄວ້ເປັນພິພິທະພັນໃນວັດສີສະເກດ

ຫໍໄຕເປັນເອກະລັກສິລະປະລວມສູນຂອງລາວທຸກພາກ ທຸກແຂວງ ສະແດງໃຫ້ເຫັນສີໄມ້ລາຍມືຢ່າງມີຫົວຄິດປະດິດສາ້ງຂອງຄົນລາວໃນເມື່ອກ່ອນ.

ຕາມພົງສະວະດານລາວໄດ້ກ່າວໄວ້ວ່າ ໃນປີ ຄ ສ 1824 ໃນເວລາການສະຫຼອງການສ້າງວັດສີສະເກດໄໝ່ໆ ນັ້ນເຈົ້າອະນຸວົງ ພ້ອມດວ້ຍປະຊາລາດສະດອນໄດ້ເອົາຄໍາພີໃບລານ, ເອກກະສານທີ່ສໍາຄັນທາງດ້ານວັດທະນະທໍາ, ສາສະໜາ ປະຫວັດສາດ, ວັນນະຄະດີ ພື້ນສືບຕ່າງໆ ບັນຈຸໃສ່ກັບ, ຫີບ ແລະ ຖົງ ແລ້ວເອົາຂື້ນຫຼັງຊ້າງຫຼາຍໂຕແຮ່ອອ້ອມພະລາດຊະວັງ ແລະ ອອ້ມວັດສີສະເກດຕະຫຼອດ 3 ມື້ 3 ຄືນ ເຮັດພິທີຄັກແນ່ແລ້ວຈິ່ງເອົາເອກະສານທີ່ມີຄຸນຄ່າເຫຼົ່ານັ້ນເກັບຮັກສາໄວ້ພາຍໃນຕູ້ເມື່ອມີຂ້າລັດຖະການ, ຄູບາອາຈານຕ້ອງການສຶກສາ ຄົ້ນຄວ້າຮໍ່າຮຽນກໍ່ສາມາດເອົາອອກມານໍາໄຊ້ໄດ້
ຫໍໄຕຖືໄດ້ວ່າເປັນມູນມໍລະດົກອັນລໍ້າຄ່າທາງສິລະປະວັດທະນະທໍາຂອງລາວ ເປັນທີ່ສົນໃຈ ແລະ ດຶງດູດຈາກນັກຄົ້ນຄວ້າທັງຊາວລາວ ແລະ ຕ່າງປະເທດຕະຫຼອດມາ.


 

ຍ້ອນເວລາໄດ້ລວ່ງເລີຍໄປນັບນານປີ ຍ້ອນດີນຟ້າອາກາດປ່ຽນແປງ ຈິ່ງເຮັດໃຫ້ຫໍໄຕເປ້ເພເສົ້າໝອງ, ຈົນມາເຖິງປີ ຄ ສ 1930 ເຈົ້າຊີວິດລາວ ຈິ່ງມີຄໍາສັ່ງໃຫ້ບູລະນະສ້ອມແປງຄືນໄໝ່ເຊິ່ງມີໂຄງສ້າງບາງສ່ວນໄດ້ປ່ຽນແປງໄປໂດຍສະເພາະແມ່ນໂຄງລາ່ງຂອງຫໍໄຕດັ່ງທີ່ພວກເຮົາເຫັນໃນທຸກວັນນີ້. ຫໍໄຕວັດສີສະເກດກໍ່ເປັນສວ່ນໜຶ່ງໃນສີລະປະການກໍ່ສ້າງ ການຄວັດລວດລາຍທີ່ເປັນສີມືຊັ້ນຍອດຂອງນ່າຍຊ່າງລາວ ຊິ່ງມີຊື່ສຽງໂດ່ງດັງໄປທົ່ວໂລກ ມີນັກສ້າງພາບ ນັກສິລະປະການເເຕັ້ມ ການຄວັດນໍາໄປສ້າງຮູບພາບ ຄວັດ ແລະ ແຕ້ມສະແດງອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.


 

ຝາຜະໜັງຂອງກົມມະລຽນ ວັດສີສະເກດ ສະຕະສະຫັສສາຣາມ

ຝາຜະໜັງຂອງກົມມະລຽນ ມີຊ່ອງກຸດທີ່ເປັນຮູບໃບໂພ ມີຈຳນວນທັງໝົດ 3,420 ຊ່ອງ ແຕ່ລະຊ່ອງມີພຣະພຸດທະຮູບນ້ອຍປາງມາຣະວິໄຊ 2 ອົງທີ່ເຮັດດ້ວຍປະທາຍເພັດລວມຈຳນວນທັງໝົດມີ 6,840 ອົງທີ່ປະດິດສະຖານຢູ່ໃນຊ່ອງກຸດຂອງກົມມະລຽນ ຖ້ານລຸ່ມຕິດຝາກົມມະລຽນທັງສີ່ດ້ານ ມີພຣະພຸດທະຮູບປາງມາຣະວິໄຊ ທີ່ເຮັດດ້ວຍປະທາຍເພັດ ມີຈຳນວນ 120 ອົງ. ແຕ່ປີພ.ສ 2495-2512 (ຄ.ສ 1952-1969) ພຣະພຸດທະຮູບທີ່ເຮັດດ້ວຍຫີນຊາຍ(ສະຕະວັດທີ 11 - 13)ສິລະປະສະໄໝຊາຍຟອງ ພຣະພຸດທະຮູບທີ່ເຮັດດ້ວຍທອງສຳລິດ (ສະຕະວັດທີ 15 - 18 ) ສິລະປະລ້ານຊ້າງ,ພຣະພຸດທະຮູບ,ຫີບພຣະຄຳພີ,ຮາງຫົດສົງທີ່ເຮັດດ້ວຍ ໄມ້ (ສະຕະວັດທີ 17-19 ) ແລະສິລາຈາລຶກເປັນແຜ່ນຫີນສີນໍ້າຕານທີ່ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານຕົວອັກສອນສາດ,ປະຫວັດສາດ ທີ່ບັນທືກວັດຖຸອຸປະກອນໃນການກໍ່ສ້າງວັດສີສະເກດ. ໃນຈຸດໃຈກາງຂອງກົມມະລຽນອ້ອມຮອບທັງສີ່ດ້ານນັ້ນ ແມ່ນທີ່ຕັ້ງຂອງສິມ ເປັນຮູບສີ່ຫລ່ຽມຍາວ ມີເນື້ອທີ່ 296,56 ຕາແມັດ (ຍາວ 25,40 ແມັດ,ກວ້າງ 15,70 ແມັດ) 

 

ຝາສິມທັງສີ່ເບື້ອງຈະເປັນຊ່ອງກຸດລວມທັງໝົດມີ 1,026 ຊ່ອງ ແຕ່ລະຊ່ອງກຸດ ບັນຈຸພຣະພຸດທະຮູບນ້ອຍ ຊ່ອງລະ 2 ອົງຮວມທັງໝົດມີຈຳນວນ 2,052 ອົງ ແລະຝາຜະໜັງຂອງສິມມີຮູບແຕ້ມໃສ່ຝາຜະໜັງເລື່ອງພື້ນເມືອງຊາດົກເລື່ອງ: ພະລະສັງຂະຫຍາຊຶ່ງຕົວລະຄອນເອກແມ່ນເຈົ້າຊາຍໂບກຂະລະພັດ ການແຕ້ມແຕ່ງນີ້ ເປັນສີມືຊ່າງຂອງນັກຈິດຕະກຳສິນລາວເຮົາໃນສະໄໝນັ້ນໄດ້ພັນລະນາເຖິງທີ່ຕັ້ງຂອງພະລາດຊະວັງ ຫໍ ໂຮງ ພຸດທະປະຫວັດຂອງພຣະພຸດທະເຈົ້າ, ການດຳລົງຊີວິດຂອງໄພ່ຟ້າລາດສະດອນ,ພາບທຳມະຊາດ. ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພຣະພຸດທະຮູບປະທານ (ອົງແສນ) ພຣະພຸດທະຮູບປາງຕ່າງໆ,ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສາໜາ ເປັນບ່ອນປະຕິບັດສາສະນາກິດຂອງພຣະພິກຂຸສົງ ສະຖານທີ່ສູດປະຕິໂມກ ແລະໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.ສິມ ແລະກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ ສາສະໜາ ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວຕະຫລອດໄປ.

 

ພຣະພຸດທະຮູບອົງແສນ ວັດສີສະເກດ ສະຕະສະຫັສສາຣາມ

ພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ພຣະພຸດທະຮູບອົງນີ້ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານປະຫວັດສາດ ສາສະໜາ ວັດທະນະທຳຂອງລາວ ເຮັດດ້ວຍທອງສຳລິດ (ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ) ມາຮອດໃນສະໄໝລັດຊະການພຣະເຈົ້າ ອະນຸວົງສ໌ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ ປະດັບປະດາ ແລະຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດ ໃຫຍ່ກວ່າເກົ່າ.

 


ຮາວທຽນ ວັດສີສະເກດ ສະຕະສະຫັສສາຣາມ

ຮາວທຽນທີ່ສ້າງຂຶ້ນໃນປີ ພສ 2361 (ຄສ 1818) ມີລວງສູງ 1.88 ແມັດ,ກວ້າງ 2.10 ແມັດຮາວທຽນນີ້ແມ່ນໃຊ້ສຳລັບຕິດທຽນບູຊາ ໃນພິທີກຳທາງສາສະໜາ, ຊຶ່ງເປັນສິລະປະສະກຸນຊ່າງລາວລ້ານຊ້າງວຽງຈັນແກະສະຫລັກທີ່ໂດດເດັ່ນປານີດພິສະດານສວຍງາມໃນສະໄໝລັດຊະການພຣະເຈົ້າອະນຸວົງສ໌ ຮາວທຽນນີ້ຖືວ່າເປັນມໍລະດົກອັນລໍ້າຄ່າຂອງປະຊາຊົນລາວບັນດາເຜົ່າ ແຕ່ອະດີດຈົນເຖິງປັດຈຸບັນ ແລະ ທັງເປັນອຸປະກອນຊະນິດໜຶ່ງຊຶ່ງເປັນຫລັກຖານທາງປະຫວັດສາດ ສາສະໜາ ວັດທະນະທຳທີ່ເປັນເອກະລັກຂອງຊາດລາວໂດຍແທ້. ຮາວທຽນນີ້ຍັງເປັນປະຕິມາກຳສິນໃຫ້ຄວາມສົນໃຈຈາກນັກຄົ້ນຄວ້າ ຊາວລາວແລະ ຊາວຕ່າງປະເທດອີກດ້ວຍ. ໃນປີ ພສ 2473 (ຄ.ສ 1930) ມະຫາອຸປະລາດ (ສະເດັດເຈົ້າບຸນຄົງ) ໄດ້ໃຫ້ນາຍຊ່າງຈຳລອງຮາວທຽນແລ້ວໄດ້ເອົາໄປວາງສະແດງຢູ່ ປາຣີ (ປະເທດຝຣັ່ງເສດ) ແລະ ໂອຊາກະ (ປະເທດຍີ່ປຸ່ນ) ແລ້ວນຳມາໄວ້ຢູ່ໃນຫໍພຣະແກ້ວວຽງຈັນ ຈົນເຖິງປັດຈຸບັນນີ້.











































 






















ຂໍ້ມູນໂດຍ : ພຣະອາຈານໃຫຍ່ ມະຫາເວດ ມະເສໄນ
ເຈົ້າອາທິການ ວັດສີສະເກດ “ສະຕະສະຫັສສາຣາມ”(ວັດແສນ)
Cr Photo : EFEO

ความคิดเห็น