ປະຫວັດຕ່າງໆ

แสดงเพิ่มเติม

ເຄີຍສົງໄສບໍ່ວ່າເປັນຫຍັງ? ຝາຜະຫນັງຫລັງພຣະເຈົ້າອົງຫລວງຈື່ງມີຮູບພຣະພຸທທະເຈົ້າຫລາຍໆອົງຄ໌

 ເຄີຍສົງໄສບໍ່ ວ່າເປັນຫຍັງ ຝາຜະຫນັງຫລັງພຣະເຈົ້າອົງຫລວງຈື່ງມີຮູບພຣະພຸທທະເຈົ້າຫລາຍໆອົງຄ໌

ລາຍພອກຄຳຝາຜະຫນັງຮູບພຣະພຸທທະເຈົ້າຫລາຍໆອົງນັ້ນ ມີຄວາມຫມາຍແນວໃດ?
ລາຍພອກຄຳຮູບພຣະພຸທທະເຈົ້າຫລັງພຣະເຈົ້າອົງຫລວງນັ້ນ ຈະມີ ພຣະພຸທທະເຈົ້າ28 ພຣະອົງຄ໌ ຫລື ເຮົາເອີ້ນວ່າພຣະເຈົ້າ28ພຣະອົງຄ໌ ເຊີ່ງ28ພຣະອົງນີ້ ແມ່ນເປັນພຸທທະວົງຄ໌ ຫລື ວົງຕະກຸນຂອງ ພຣະພຸທທະເຈົ້າໂຄດົມ ໃນປັດຈຸບັນ
ການນັບເປັນພຸທທະວົງຄ໌ ຫລື ວົງຕະກຸນຂອງພຣະພຸທທະເຈົ້ານັ້ນ ແມ່ນເພີ່ນນັບທີ່ການສ້າງສາບຳເພັນບຸນຂອງໂພທິສັຕແລ້ວໄດ້ຮັບຄຳປາຣົບພະຍາກອນ ຈາກພຣະພຸທທະເຈົ້າອົງນັ້ນໆ ວ່າຕໍ່ໄປຈະໄດ້ເປັນຜູ້ມາຕຣັສຮູ້ໃນພາຍຫນ້າ ແລ້ວພຣະພຸທທະເຈົ້າພຣະອົງທີ່ໃຫ້ຄຳພະຍາກອນນັ່້ນ ຈື່ງໄດ້ຊື່ວ່າ ເປັນວົງຕະກຸນຂອງພຣະພຸທທະເຈົ້າ
ພຸທທະວົງຄ໌ ຂອງ ພຣະພຸທທະເຈົ້າ ຫລື ພຣະສາສດາຂອງພວກເຮົາໃນປັດຈຸບັນນີ້ ປາກົດ ມີ ພຣະພຸທທະເຈົ້າ 28ພຣະອົງຄ໌ ເຊີ່ງປາກົດລາຍພຣະນາມດັ່ງນີ້
 
ພຣະເຈົ້າແສນສຸຣ ວັດແສນ ສຸຂາຣາມ ນະຄອນຫຼວງພະບາງ

1 ພຣະພຸທທະເຈົ້າ ນາມວ່າ ຕັນຫັງກອນ (ຕັນຫັງກະໂຣ)​
2 ພຣະພຸທທະເຈົ້າ ນາມວ່າ ເມທັງກອນ (ເມທັງກະໂຣ)​
3 ພຣະພຸທທະເຈົ້າ ນາມວ່າ ສະຣະນັງກອນ (ສະຣະນັງກະໂຣ)
4 ພຣະພຸທທະເຈົ້າ ນາມວ່າ ທີປັງກອນ (ທີປັງກະໂຣ)
5 ພຣະພຸທທະເຈົ້າ ນາມວ່າ ໂກນດັນຍະ (ໂກດັນໂຍ)
6 ພຣະພຸທທະເຈົ້າ ນາມວ່າ ມັງຄະຣະ​ (ມັງຄະໂຣ)
7 ພຣະພຸທທະເຈົ້າ ນາມວ່າ ສຸມະນະ (ສຸມະໂນ)
8 ພຣະພຸທທະເຈົ້າ ນາມວ່າ ເຣວະຕະ (ເຣວະໂຕ)
9 ພຣະພຸທທະເຈົ້າ ນາມວ່າ ໂສພິຕະ (ໂສພິໂຕ)
10 ພຣະພຸທທະເຈົ້າ ນາມວ່າ ອະໂນມະທັສສີ
11 ພຣະພຸທທະເຈົ້າ ນາມວ່າ ປະທຸມະ (ປະທຸໂມ)
12 ພຣະພຸທທະເຈົ້າ ນາມວ່າ ນາຣະທະ (ນາຣະໂທ)
13 ພຣະພຸທທະເຈົ້າ ນາມວ່າ ປະທຸມຸຕຕະຣະ (ປະທຸມຸຕຕະໂຣ)
14 ພຣະພຸທທະເຈົ້າ ນາມວ່າ ສຸເມທະ (ສຸເມໂທ)
15 ພຣະພຸທທະເຈົ້າ ນາມວ່າ ສຸຊາຕະ (ສຸຊາໂຕ)
16 ພຣະພຸທທະເຈົ້າ ນາມວ່າ ປິຍະທັສສີ
17 ພຣະພຸທທະເຈົ້າ ນາມວ່າ ອັຖຖະທັສສີ
18 ພຣະພຸທທະເຈົ້າ ນາມວ່າ ທັມມະທັສສີ
19 ພຣະພຸທທະເຈົ້າ ນາມວ່າ ສິດທັດຖະ (ສິດທັດໂຖ)
20 ພຣະພຸທທະເຈົ້າ ນາມວ່າ ຕິສສະ (ຕິສໂສ)
21 ພຣະພຸທທະເຈົ້າ ນາມວ່າ ປຸສສະ (ປຸສໂສ)
22 ພຣະພຸທທະເຈົ້າ ນາມວ່າ ວິປັສສີ
23 ພຣະພຸທທະເຈົ້າ ນາມວ່າ ສິຂີ
24 ພຣະພຸທທະເຈົ້າ ນາມວ່າ ເວສສະພູ
25 ພຣະພຸທທະເຈົ້າ ນາມວ່າ ກະກຸສັນທະ (ກະກຸສັນໂທ)
26 ພຣະພຸທທະເຈົ້າ ນາມວ່າ ໂກນາຄະມະນະ (ໂກນາຄະມະໂນ)
27 ພຣະພຸທທະເຈົ້າ ນາມວ່າ ກັສສະປະ (ກັສສະໂປ)
28 ພຣະພຸທທະເຈົ້າ ນາມວ່າ ໂຄຕະມະ ຫລື ໂຄດົມ ຫລື ໂຄຕະໂມ
 
ພຣະປະທ່ານ ວັດຊຽງມ່ວນ
 
ໃນພຸທທະວົງຄ໌28​ພຣະອົງຄ໌​ນີ້ ມີ3ພຣະອົງຄ໌ ບໍ່ໄດ້ພະຍາກອນພຣະພຸທທະເຈົ້າອົງປັດຈຸບັນ ແຕ່ຈັດເປັນພຸທທະວົງຄ໌ ຄື ພຣະຕັນຫັງກອນ ເມທັງກອນ ແລະ ສະຣະນັງກອນ
ໃນພຸທທະວົງຄ໌ນ້ນມີ 21 ພຣະອົງຄ໌ ໄດ້ເກີດມາໃນຂັຕຕິຍະຣາຊະຕະກຸນ
ແລະ ມີ3 ພຣະອົງຄ໌ ເກີດຢູ່ໃນຕະກຸນພຣາມມະຫາສານ
ເຊີ່ງການທີ່ນຳເອົາຮູບພຣະເຈົ້າ28ພຣະອົງຄ໌ ໄວ້ຫລັງພຣະປະທານ ຫລື ພຣະເຈົ້າອົງຫລວງນັ້ນ ກໍ່ປຽບດັ່ງວ່າເຮົານັ້ນນົບໄຫວ້ແລະ ບູຊາ ລະລືກເຖິງ ຄຸນພຣະພຸທທະເຈົ້າທັງ28ພຣະອົງທີ່ໄດ້ສະເດັດດັບຂັນປຣິນິພພານແລ້ວ
ຂໍຂອບໃຈຊ່າງພາບ:ນ້ອງຊາຍDoe Doe Bandavng
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น