ປະຫວັດຕ່າງໆ

แสดงเพิ่มเติม

ຮູບພາບຈິຕຕະກັມຂອງ ວັດປ່າໄຜ່ ມີໄຊຍະຣາມ ນະຄອນຫລວງພຣະບາງ

ຮູບພາບຈິຕຕະກັມຂອງ ວັດປ່າໄຜ່ ມີໄຊຍະຣາມ ນະຄອນຫລວງພຣະບາງ ຈິຕຕະກັມຝາຜະຫນັງດ້ານນອກ ທີ່ຊຳລຸດຊຸດໂຊມ ເຊິ່ງ ເລົ່າເຣື່ອງ ພຸທທະປຣະວັຕິ​ ຕອນປາຍ ຄືປາກົດໃນພາບທີ່ເຫັນໃນປັດຈຸບັນ ມີຕອນດັ່ງນີ້: 


 ໑. ຕອນ ໄພຣ່ຟ້າຣາຊະດອນ ຖວາຍ​ຄວາມ​ເຣື່ອງ ພວກເດຽຣະຖີ​ທ້າແຂ່ງປາຕິຫາຣ ກັບພຣະພຸທທະເຈົ້າ​ໃຫ້ແກ່ ພຣະເຈົ້າ​ພິມພິສານ ໃຫ້ໄດ້ຊົງຊາບ. 


 ໒. ຕອນ ພຣະເຈົ້າ​ພິມພິສານ ພ້ອມດ້ວຣາຊະນິກຸລທັງຫລາຍ ເຂົ້າເຝົ້າ ພຣະພຸທະເຈົ້າ ທູລຖາມຄວາມເປັນໄປໃນເຣື່ອງທີ່ພວກເດຽຣະຖີທ້າແຂ່ງປາຕິຫາຣ. 

 ໓. ຕອນ ພຣະພຸທທະເຈົ້າທຣົງຮັບຫມາກມ່ວງ ຈາກທ້າວຄັນທະ ແລະທຣົງສະແດງຍະມຸຂປາຕິຫາຣ 

 

໔. ຕອນ ພຣະພູທທະເຈົ້າ ທຣົງຍົວລະຍາດຍ່າງຍ້າຍ ສະເດັຈຢຽບອາກາດຂື້ນເມື່ອ ສະຫວັນຊັ້ນດາວະດືງ 


 ໕. ຕອນ ພຣະພຸທທະເຈົ້າ ທຣົງປະທັບນັ່ງທີ່ບັນທຸກຳພົລສີລາອາດ ສະແດງທັມໂຜດ ພຣະແມ່ມານດາ ທີ່ສະຫວັນຊັ້ນດາວະດືງ. 


໖. ຕອນ ພຣະພຸທທະເຈົ້າ ສະເດັຈລົງສະຫວັນຊັ້ນດາວະດືງ. 


 ໗. ຕອນ ນາຍຈຸນທະກັມມາລະບຸຕ ພ້ອມດ້ວຍ ບໍລິວານ ຫ້າງຈັ່ງຫັນ. 

໘. ຕອນ ນາຍຈຸນທະ ແຈກຈັງຫັ່ນ ຖວາຍສຸກອນມັດທະວະ ແກ່ ພຣະພຸທທະເຈົ້າ. 


 ໙. ຕອນ ພຣະພຸທທະເຈົ້າ ສະເດັຈເຂົ້າ ສາລະວະໂນທະຍານ ເມືອງກຸສິນາຣາ. 


 ໑໐. ຕອນ ພຣະພຸທທະເຈົ້າ ສະເດັຈດັບຂັນປຣິນິພພານ. 


 ໑໑. ຕອນ ພຣະມຫາກັສສະປະ ພ້ອມດ້ວຍບໍລິວານ ໕໐໐ ອົງ ເຫັນດອກມົນທາຣົພຈາກພວກນອກສາສະຫນາ ແລະຊາບຂ່າວວ່າ ພຣະພຸທທະເຈົ້ານິພພານແລ້ວ. 


 ໑໒. ຕອນ ພຣະມເຫາກັສສະປະ ເຂົ້າອະພິວາດວັນທາ ພຣະບໍຣົມສົພ ພຣະພຸທທະເຈົ້າ ເປັນຄັ້ງສຸດທ້າຍ. 


 ໑໓. ຕອນ ພຣະອານົນ ເລັ່ງທຳຄວາມພຽນ ເພື່ອໃຫ້ບັນລຸເປັນພຣະອໍຣະຫັນ ໃຫ້ທັນມື້ສັງຄາຍະນາ. 


 ໑໔. ຕອນ ບັນດາພຣະອໍຣະຫັນ ໕໐໐ ອົງ ມີ ພຣະມເຫາກັສສະປະ​ເປັນປະທານ ທຳການ ສັງຄາຍະນາພຣະໄຕປິດົກ

ຂໍຂອບໃຈຮູບພາບ ແລະ ເນື້ອຄວາມຈາກ : Doe Doe Bandavong

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

 

ความคิดเห็น