ປະຫວັດຕ່າງໆ

แสดงเพิ่มเติม

ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ນະຄອນຫລວງພຣະບາງ

 



ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ນະຄອນຫລວງພຣະບາງ
ບາງ "ວັດຊຽງທອງ" ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພຣະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ”ຫລືຄົນຫລວງພຣະບາງເອີ້ນວ່າອາຮາມ ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” 

 


















ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພຣະອຸໂປສົດ ຈະສະດຸດຕາກັບລວດລາຍການຄວັດອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍລວດລາຍທານ້ຳກ້ຽງພອກຄຳປິວ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພຣະເຈົ້າ10ຊາດ ແລະ ພາບນິທານເພື່ອນເມືອງ ເລິກເຂົ້າໄປຄືພຣະປະທານຊຶ່ງມີຊື່ວ່າ “ພຣະອົງຫລວງ” ນອກຈາກວັດຊຽງທອງຈະມີພຣະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພຣະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີ(ທີ່ເພິ່ນສັ່ງຊື້ມາແຕ່ປະເທດຍີ່ປຸ່ນ)ມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພຣະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພຣະບາງ ວິຫານຫລັງນ້ອຍດ້ານຂ້າງພຣະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພຣະຫັດ ທີ່ຮອງຮັບພຣະສຽນໄວ້ຢ່າງົດງາມ ແລະ ອ່ອນຊ້ອນ ພຣະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພຣະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພຣະອຸໂປສົດຄື “ຫໍພຣະມ່ານ” ພາຍໃນປະດິດສະຖານ “ພຣະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພຣະບາງ" ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຫລັງບຸນມື້ສົງການ) ຈະມີການອັນເຊີນ “ພຣະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນ້ຳ ແລະ ຂາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພຣະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອຊ່ວງໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພຣະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງມີລວດລາຍທານ້ຳກ້ຽງພອກຄຳປິວສວຍງາມເທິງເສົາ ນອກຈາກນັ້ນໃນບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາຣາຊ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄຳ. 

 
























ຂະໜາດໃຫຍ່ຊຶ່ງເອິ້ນວ່າ “ໂຮງມ້ຽນພຣະໂກດ” ຫລືເປັນໂລງເກັບພຣະໂກດ, ພຣະຣາຊລົຖ, ຣາຊະຍານຂອງເຈົ້າຊີວິດສີສະຫວ່າງວົງສ ຊຶ່ງສິ້ນພຣະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີ ຄ.ສ.1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນສາມາດຖອດອອກເພື່ອໃຫ້ສາມາດເຄື່ອນຣາຊະຣົຖອອກມາໄດ້ ບໍລິເວນກາງໂຮງມ້ຽນໂກດເປັນທີ່ຕັ້ງຂອງຣາຊະຣົຖໄມ້ແກະສະຫລັກທານ້ຳກ້ຽງພອກຄຳປິວຮອບຄັນ ມີພຣະໂກດ 3 ອົງ ສູນກາງເປັນໂກດອົງໃຫຍ່ ຂອງເຈົ້າສີສະຫວ່າງວົງ ອົງນ້ອຍດ້ານຫລັງເປັນຂອງພຣະຣາຊຣົຖຂອງພຣະມານດາ ສ່ວນອົງນ້ອຍດ້ານໜ້າເປັນຂອງພຣະເຈົ້າອາ ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ ແລະ ແກະສະຫລັກໂດຍຊ່າງຫລວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບຣາຊະການຢູ່ໃນພຣະມະຫາຣາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ ມີຄວາມຊຳນານທັງດ້ານການຂຽນ ແລະ ການແກະສະຫລັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ ເລົ່າເລື່ອງພຣະລັກພຣະຣາມ ຕອນສຳຄັນ ໆ ເຊັ່ນດ້ານເທິງສຸດເປັນ ຕອນພິເພກກຳລັງບອກຄວາມລັບເລື່ອງທີ່ເຊື່ອງຫົວໃຈຂອງທົດສະກັນກັບພຣະຣາມ, ພຣະຣັກ ແລະ ນາງສີດາ ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພຣະຣາມສຽບເຂົ້າທີ່ຫົວໃຈເປັນຕົ້ນ ເດີມພາບແກະສະຫລັກເຫລົ່ານີ້ເປັນລັກສະນະການທານ້ຳກ້ຽງພອກຄຳປິວທີ່ສວຍງາມຕໍ່ມາມີການບູລະນະໃໝ່ ໂດຍທາສີຄຳທັບລົງໄປແຕ່ປະຈຸບັນນີ້ ເພິ່ນໄດ້ບູຣະນະ ທານ້ຳກ້ຽງພອກຄຳປິວໃຫ້ຄືເກົ່າແລ້ວ ເຊິ່ງເລິ່ມໂຄງການນີ້ມາແຕ່ເດືອນ7 /2014 ພຸ້ນ ຄິດວ່າ ທ້າຍປີ 2014 ຄົງຈະແລ້ວແລະເຮັດໃຫ້ຄວາມງາມດັ່ງອະດິດປະກາດຕົວສູ່ສາາຍຕາຂອງຄົນທົ່ວໂລກອີກຄັ້ງ ນອກຈາກນີ້ພາຍໃນວັດຊຽງທອງຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ(ທາດ) ຄືວັດທົ່ວໆໄປ ແລະ ຍັງມີພຣະສົງຈຳພັນສາຢູ່. https://www.facebook.com/xiengthong?fref=ts

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น