ປະຫວັດຕ່າງໆ

แสดงเพิ่มเติม

ວັດພຣະໂພທິສາຣະຣາຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ວັດພຣະໂພທິສາຣະຣາຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ


ເປັນວັດເກົ່າແກ່ທີ່ນອນຢູ່ໃນ 120 ວັດໃນສະໄໝ ພຣະເຈົ້າໄຊຍະເສດຖາ ເປັນຜູ້ປົກຄອງ ອານາຈັກລາວລ້ານຊ້າງ ເຊິ່ງວັດ ວັດພຣະໂພທິສາຣະຣາຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແມ່ນນອນຢູ່ໃນແຖວທີ 3
 



 ເຊິ່ງວັດເຫລົ່ານັ້ນປະກອບດ້ວຍ : 1.ວັດກາງ ( ແຖວໂຮງແຮມລ້ານຊ້າງ ) 2.ວັດສີສຸມົນ ( ແຖວໂຮງແຮມລາວພລາຊາ ) 3.ວັດສີບຸນຍືນ 4.ວັດສີມຸງຄຸນ ( ແຖວນ້ຳພຸທິດເຫນືອ) 5.ວັດພົມອາຂັນ 6.ວັດຜາຂາວ ( ແຖວນ້ຳພຸ ) 7.ວັດປູ່ຍ່ອນ ( ຂ້າງເດິນກິລາເຈົ້າອະນຸວົງ ) 8.ວັດໂພນອາຣາມ ( ສະຖານທູດອາເມລິກາ ແຖວທາຕຸດຳ) 9.ວັດສວນຫຼວງ 11.ວັດຫໍໄຕຄຳ 12.ວັດໜອງຫອມ 13.ວັດເພຍວັດ ( ຫາກໍ່ປະຕິສັງຂອນຄືນໃຫມ່ ເມື່ອປີ 1958-1960 ມານີ້ ) 14.ວັດພຣະໂພທິສະຣາດ (ຫາກໍ່ປະຕິສັງຂອນຄືນໃຫມ່ ເມື່ອປີ1960-1965 ມານີ້) 15.ວັດພຣະແພງ ( ແຖວສານປະຊາຊົນ ) 16.ວັດສາຄວນ ຫລືວ່າສາຄວງ 17.ວັດຄຳລຽນ ຫລືວ່າ ວັດຂາມຫລ່ຽມ (ແຖວແຄມຂອງ) 18.ວັດທາຕູສີ 19.ວັດເກີນ 20.ວັດທາຕຸນ້ອຍ 21.ວັດສີວັນນະພູມ 22.ວັດພິດສະດານ (ແຖວໂຮງຮຽນທາຕຸຂາວ ) 23 ວັດຍອດແກ້ວ ( ແຖວຫໍພັກແພດສາດ ) 24.ວັດຣາຊສະຄື ( ແຖວປ້ຳນ້ຳມັນບຶງຂະຫຍອງ ) 25.ວັດທາຕຸແດງ 26.ວັດມະໂນ 27.ວັດສີພົມ ( ແຖວກົມການຢາ ) 28.ວັດນາໂຮມ 29.ວັດພຣະບາງ 30.ວັດສີຫອມ (ປະຈຸບັນຍັງພົບເຫັນທາຕຸນ້ອຍຢູ່ຫນ້າເຮືອນປະຊາຊົນໃນເຂດບ້ານຂົວຫລວງ) 31.ວັດສີສຸວັນນະພູມ 32.ວັດສີພົມ 33.ວັດພຣະຣາດຊະນັດດາ (ທີ່ພຣະເຈົ້າໄຊເຊດຖາທິຣາຊ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ) ຕັ້ງຢູ່ບໍເວນແຖວທາຕຸດຳ 34.ວັດປ່າສັກຫລວງ ( ແຖວໂຮງຮຽນວິທະຍາໄລປາກປ່າສັກ ) 35.ວັດສີລະຄອນ (ແຖວບຶງຂະຫຍອງ ປະຈຸບັນຍັງເຫລືອພຣະເຄິ່ງອົງຍັງມີຢູ່) 36.ວັດພຣະແຄງ ( ຕິດກັບວັດພຣະໄຊ ພຣະແຄງຫລືພຣະນອນຫລືເອື້ນວ່າພຣະໄສຍາດ ນັ້ນ ປະຈຸຸບັນ ແມ່ນປະດິດສະຖານໄວ້ທີ່ ວັດຊຽງທອງ ຫລວງພຣະບາງ )

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

 

ความคิดเห็น